ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ລວມຊະນິດຂອງເຫັດເບື່ອບາງຊະນິດ ພ້ອມວິທີສັງເກດ.ລະວັງເຫັດເບື່ອ ຫຼື ເຫັດເປັນພິດ ນີ້ແມ່ນບາງຊະນິດຂອງເຫັດເບື່ອ ຖ້າຫາກໄດ້ຮັບພິດຈາກເຫັດເຫຼົ່ານີ້ ອາການສະແດງອອກພາຍຫຼັງກິນເຫັດເບື່ອຄື:

  1. ກໍລະນີ ເຫັດເບື່ອຮ້າຍແຮງບາງຊະນິດ ຫຼັງຈາກກິນແລ້ວ ປະມານ 6-24 ຊົ່ວໂມງ ຈະມີອາການຖອກທ້ອງ, ທ້ອງບິດ, ເຈັບທ້ອງຮຸນແຮງ, ປຸ້ນທ້ອງປວດຮາກ. ຫຼັງຈາກ 24 ຊົ່ວໂມງ ຈະມີອາການຕັບ ແລະ ໄຂ່ຫຼັງບໍ່ທໍາງານ ແລະ ເຖິງຂັ້ນເສຍຊີວິດ ພາຍໃນ 2-6 ວັນ.
  2. ເຫັດເບື່ອບາງຊະນິດ ຫຼັງຈາກກິນແລ້ວ ຈະມີເຫື່ອອອກ, ນໍ້າຕາ ແລະ ນໍ້າລາຍໄຫຼ, ວິນຫົວ, ປຸ້ນທ້ອງປວດຮາກ, ຖອກທ້ອງ. ກໍລະນີເຖິງຂັ້ນຮ້າຍແຮງ ຊີບພະຈອນເຕັ້ນຊ້າ, ຄວາມດັນ ເລືອດຕໍ່າອາດເຖິງຂັ້ນເສຍຊີວິດໄດ້.
  3. ເຫັດເບື່ອຈໍານວນໜຶ່ງ ຈະມີອາການເມົາ, ລະເມີ, ຊືມເສົ້າ, ປ່ວງບ້າ, ນອນຫຼັບເປັນເວລາດົນ, ອາດມີອາການປຸ້ນທ້ອງ, ອິດເມື່ອຍແຮງ ແລະ ເປັນອໍາມະພາດຊົ່ວຄາວຮ່ວມນໍາ.
  4. ເຫັດເບື່ອບາງຊະນິດຫຼັງຈາກກິນແລ້ວ ຈະມີອາການປວດທ້ອງ, ປຸ້ນທ້ອງປວດຮາກ, ຖອກທ້ອງ, ປັ້ນທ້ອງ, ມັກມີອາການຫຼັງຈາກກິນແລ້ວປະມານ 30-90 ນາທີ ອາດຈະມີອາການດີຂຶ້ນພາຍໃນ 3-4 ຊົ່ວໂມງ ແລະ ຈະຟື້ນຟູຊີບໃຫ້ເປັນປົກກະຕິພາຍໃນ 3-4 ວັນ.
    ຂອບໃຈຂໍ້ມູນຈາກ: ກົມອາຫານ ແລະ ຢາ Food and drug Department