ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ຍົກສູງວຽກງານຄຸ້ມຄອງ, ບົວລະບັດຜັດເຊັດພາຫະນະເຕັກນິກ ໃຫ້ມີຄວາມຮັບປະກັນທາງດ້ານຈໍານວນ ແລະ ຄຸນນະພາບ.

ຫ້ອງເຕັກນິກກອງບັນຊາການທະຫານແຂວງ ເຊກອງ ມີພາລະບົດບາດ ໜ້າທີ່ເປັນເສນາທິການ ຮັບປະກັນວຽກງານເສນາເຕັກນິກ, ໃຫ້ກອງບັນຊາການທະຫານ ແຂວງ ເປັນຕົ້ນແມ່ນຮັບປະກັນດ້ານເຕັກນິກ, ການທະຫານ ອາວຸດ – ກະສູນ ແລະ ອຸປະກອນເຕັກນິກຂອງກົມກອງໃຫ້ພຽງພໍຮັບປະກັນທາງດ້ານຈໍານວນ ແລະ ຄຸນນະພາບ, ມີຄວາມປອດໄພໃນເວລານໍາໃຊ້ ແນ່ໃສ່ເຮັດໃຫ້ກົມກອງເຄື່ອນໄຫວເຮັດສຳເລັດໜ້າທີ່ກຽມພ້ອມສູ້ຮົບ ແລະ ສູ້ຮົບມີໄຊຂອງກອງທັບ, ພ້ອມທັງຮັບປະກັນວຽກງານເຕັກນິກໃຫ້ແກ່ການອົບຮົມຫັດແອບ ປັບປຸງກໍ່ສ້າງກໍາລັງໃນແຕ່ລະໄລຍະໃຫ້ມີຜົນສຳເລັດສູງ.

ສະຫາຍ ພັນໂທ ຄຳບູ່ ກຸດາວົງ ຮອງຫົວໜ້າຫ້ອງເຕັກນິກ ກອງບັນຊາການທະຫານ ແຂວງເຊກອງ, ໃຫ້ຮູ້ວ່າ: ໃນໄລຍະຜ່ານມາກໍ່ຄືປັດຈຸບັນ ຄະນະພັກ-ຄະນະບັນຊາ ພວກເຮົາໄດ້ຖືເອົາວຽກງານຄຸ້ມຄອງພາຫະນະເຕັກນິກ ເປັນວຽກງານໜຶ່ງທີ່ສໍາຄັນຢູ່ໃນກໍາລັງປະກອບອາວຸດ ເພື່ອຮັບປະກັນໃຫ້ແກ່ການເຝີກແອບຮໍ່າຮຽນ ແລະ ກຽມພ້ອມສູ້ຮົບຢູ່ໃນກອງທັບໃຫ້ທັນເວລາ, ໃນນີ້ ຄະນະພັກ – ຄະນະບັນຊາ ຫ້ອງເຕັກນິກ ໄດ້ເພີ່ມທະວີ ແລະ ຍົກສູງວຽກງານຄຸ້ມຄອງ, ບົວລະບັດຜັດເຊັດພາຫະນະເຕັກນິກຢູ່ໃນກົມກອງ,ໃຫ້ມີຄວາມຮັບປະກັນທາງດ້ານຈໍານວນ ແລະ ຄຸນນະພາບ, ໃຫ້ແກ່ການຝືກແອບຮໍ່າຮຽນ, ກຽມພ້ອມສູ້ຮົບ ແລະ ນຳໃຊ້ໄດ້ຍາວນານ, ສະນັ້ນ ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງ ໃນສະພາບການໃໝ່ ແລະ ປະຕິບັດຕາມພາລະບົດບາດ ໜ້າທີ່ຄວາມຮັບຜິດຊອບຂອງຫ້ອງເຕັກນິກນັ້ນ ໂດຍພາຍໃຕ້ການຊີ້ນໍາ ຂອງຄະນະພັກ – ຄະນະບັນຊາກອງບັນຊາການທະຫານ ແຂວງ ເຊກອງ ກໍ່ຄືກົມໃຫຍ່ ເຕັກນິກກອງທັບ ຜ່ານມາ ຄະນະພັກ-ຄະນະບັນຊາ ໄດ້ເອົາໃຈໃສ່ຊີ້ນໍາບັນດາກົມກອງ ໃຫ້ເອົາໃຈໃສ່ບົວລະບັດລົດສູ້ຮົບ, ລົດຂົນສົ່ງ, ລົດບໍລິຫານ ແລະ ອາວຸດ-ກະສຸນຕ່າງໆ ເພື່ອຮັບປະກັນໃຫ້ແກ່ການຮັບໃຊ້ ບໍລິຫານວຽກງານຂອງກົມກອງ, ຮັບປະກັນໃຫ້ແກ່ການ ອົບຮົມ-ຫັດແອບ, ກຽມພ້ອມສູ້ຮົບ ຕາມຄໍາສັ່ງຂອງຂັ້ນເທິງ ໃຫ້ທັນເວລາ ແລະ ເພື່ອຮັບປະກັນລົດຮັບໃຊ້ໃຫ້ແກ່ກົມກອງ ຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຕົນ ແລະ ປະສານສົມທົບກັບບັນດາພະແນກການທີ່ກ່ຽວຂ້ອງເພື່ອດຳເນີນນວຽກງານເຕັກນິກໃຫ້ຖືກຕ້ອງຕາມຂໍ້ກຳນົດຂອງກົມໃຫຍ່ເຕັກນິກວາງອອກ, ພ້ອມດຽວກັນນີ້ ກໍເນັ້ນໃຫ້ພະນັກງານ-ນັກຮົບເຕັກນິກຕ້ອງກຳແໜ້ນເຖິງພາລະບົດບາດໜ້າທີ່ຂອງວຽກງານດັ່ງກ່າວ ໃນການບົວລະບັດຮັກສາຜັດເຊັດບັນດາພາຫະນະ, ອາວຸດຍຸດໂທປະກອນຕ່າງໆ ທີ່ປະກອບຢູ່ບັນດາກົມກອງ ເປັນປົກກະຕິ ແລະ ສາມາດນໍາໃຊ້ໄດ້ຍາວນານ, ໄປຄຽງຄູ່ກັນນີ້ ຍັງໄດ້ສ້າງຂໍ້ກຳນົດກ່ຽວກັບວຽກງານຄຸ້ມຄອງ – ນໍາໃຊ້ການບົວລະບັດຜັດເຊັດ ແລະ ສ້ອມແປງປ່ຽນຖ່າຍວັດຖຸອາໄຫຼ່ ເພື່ອເປັນບ່ອນອີງ ໃຫ້ບັນດາກົມກອງທີ່ຂຶ້ນກັບ ຈັດຕັ້ງປະຕິບັດຢ່າງຖືກຕ້ອງ ແລະ ໄດ້ເປັນເຈົ້າການຄຸ້ມຄອງ ນໍາໃຊ້ພາຫານະເຕັກນິກໃຫ້ຖືກຕາມລະບຽບຫຼັກການຂອງເຕັກນິກ ສາມາດຮັບປະກັນມີຄວາມປອດໄພ 100%.

ສະຫາຍ ພັນໂທ ຄຳບູ່ ກຸດາວົງ ໃຫ້ຮູ້ຕື່ມວ່າ: ທິດທາງແຜນການໃນຕໍ່ໜ້າ ຈະສືບຕໍ່ຍົກສູງດ້ານການເມືອງ – ນໍາພາແນວຄິດເປັນກົກ ສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານແນ່ໃສ່ໃຫ້ພະນັກງານ – ນັກຮົບ ມີທັດສະນະຫຼັກໝັ້ນມີ ຄຸນທາດການເມືອງໜັກແໜ້ນ ເປັນທີ່ໄວ້ວາງໃຈຂອງການຈັດຕັ້ງຂັ້ນເທິງ, ສືບຕໍ່ເຄື່ອນໄຫວນຳພາກົມກອງເຮັດວຽກງານ ຮັບປະກັນເຕັກນິກ ໃຫ້ແກ່ກົມກອງເຮັດສຳເລັດໜ້າທີ່, ມີພາຫະນະຮັບໃຊ້ພຽງພໍ, ມີອາວຸດ – ກະສູນໃຫ້ມີຄວາມຮັບປະກັນດ້ານຈຳນວນ ແລະ ຄຸນນະພາບ, ສືບຕໍ່ປັບປຸງກໍ່ສ້າງກຳລັງ ແລະ ພື້ນຖານເຕັກນິກ ໃຫ້ມີຄວາມຮັບປະກັນ ດ້ານວິຊາການເຕັກນິກ, ສືບຕໍ່ຍົກສູງຄວາມຮູ້ຄວາມສາມາດ ຂອງພະນັກງານວິຊາການວຽກງານເຕັກນິກເປັນຕົ້ນ, ນາຍຊ່າງສ້ອມແປງ, ນັກຂັບຂີ່ ແລະ ວິຊາການຄຸ້ມຄອງພາຫະນະເຕັກນິກປະເພດຕ່າງໆ ໃຫ້ໄດ້ຕາມຄວາມຮຽກຮ້ອງ ຕ້ອງການຂອງຫນ້າທີ່ວຽກງານຂອງກົມກອງ, ສືບຕໍ່ອົບຮົມຫັດແອບທາງດ້ານວິຊາສະເພາະ ເຕັກນິກລົດ, ການຂັບຂີ່ລົດ – ເຮືອ ການບົວລະບັດສ້ອມແປງໃຫ້ຖືກຕ້ອງຕາມເນື້ອໃນຂໍ້ກຳນົດທີ່ກົມໃຫຍ່ເຕັກນິກກອງທັບ ວາງອອກ.

ໂດຍ: ບິກໄຊ ສົມພູ