ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ກອງປະຊຸມພົບປະ 3 ລັດຖະມົນຕີ ກະຊວງປ້ອງກັນປະເທດ ລາວ-ຫວຽດນາມ-ກໍາປູເຈຍ

ກອງປະຊຸມພົບປະ 3 ລັດຖະມົນຕີກະຊວງປ້ອງກັນປະເທດລາວ, ຫວຽດນາມ, ກໍາປູເຈຍ, ຈັດຂຶ້ນໃນວັນທີ 14 ຕຸລາ 2026 ຢູ່ກົມພົວພັນຕ່າງປະເທດ ກອງທັບປະຊາຊົນຫວຽດນາມ, ຝ່າຍລາວໂດຍແມ່ນ ສະຫາຍ ພົນເອກ ຄໍາລຽງ ອຸທະໄກສອນ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ຝ່າຍຫວຽດນາມ ໂດຍແມ່ນ ສະຫາຍ ພົນເອກ ຟານ ວັນ ຢາງ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ, ຝ່າຍກໍາປູເຈຍ ໂດຍແມ່ນ ສະຫາຍ ພົນເອກ ເຕຍ ໄຊຫາ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ຣາຊະອານາຈັກກໍາປູເຈຍ ແລະ ມີຄະນະທາງການຂອງ 3 ກອງທັບ ລາວ, ຫວຽດນາມ, ກໍາປູເຈຍ ເຂົ້າຮ່ວມ.

ທັງ 3 ຝ່າຍໄດ້ຕີລາຄືນໃນການຮ່ວມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນຊຸມປີທີ່ຜ່ານມາ ແມ່ນມີຜົນສໍາເລັດທີ່ພົ້ນເດັ່ນຫຼາຍດ້ານ ໂດຍສະເພາະແມ່ນການພົບປະ 3 ລັດຖະມົນຕີກະຊວງປ້ອງກັນປະເທດ ໃນເດືອນ ຕຸລາ ປີ 2025 ຢູ່ນະຄອນຫຼວງວຽງຈັນ ສປປ ລາວ, ເດືອນ ກຸມພາ ປີ 2026 ຢູ່ນະຄອນຫຼວງພະນົມເປັນ ຣາຊະອານາຈັກກໍາປູເຈຍ, ການແລກປ່ຽນນາຍທະຫານໜຸ່ມລະຫວ່າງ 3 ກອງທັບ ໃນເດືອນ ພຶດສະພາ ປີ 2026 ຢູ່ນະຄອນດານັງ ສສ ຫວຽດນາມ, ບັນດາເຫດການດັ່ງກ່າວ ໄດ້ສະແດງເຖິງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ລະຫວ່າງສາມຊາດ ລາວ-ກໍາປູເຈຍ-ຫວຽດນາມ ກໍຄື ສາມກອງທັບພວກເຮົາ, ລາວ-ຫວຽດນາມ-ກໍາປູເຈຍ ແມ່ນສາມປະເທດທີ່ມີຊາຍແດນຕິດຈອດກັນ ເປັນສາມປະເທດທີ່ເຄີຍຕົກຢູ່ໃນສະຕາກໍາອັນດຽວກັນ, ເຄີຍມີມູນເຊື້ອສາມັກຄີຊ່ວຍເຫຼືອກັນມາແຕ່ດຶກດໍາບັນ ແບບສະຫາຍອ້າຍນ້ອງ, ຮ່ວມທຸກຮ່ວມສຸກນໍາກັນຕະຫຼອດມາ. ປະຊາຊົນສາມຊາດໃນອິນດູຈີນໄດ້ຕໍ່ສູ້ຄຽງບ່າຄຽງໄລ່ ຕ້ານກັບຈັກກະພັດຕ່າງດ້າວຜູ້ຮຸກຮານໂຕດຽວກັນ, ສະນັ້ນ ບໍ່ວ່າຈະຢູ່ໃນສະພາບເງື່ອນໄຂໃດ ແລະ ໄລຍະໃດ ພວກເຮົາຈະບໍ່ສາມາດຕັດແຍກອອກຈາກກັນໄດ້. ພັກ, ລັດ, ກອງທັບ ແລະ ປະຊາຊົນລາວບັນດາເຜົ່າພ້ອມທີ່ຈະຮ່ວມມືກັບສອງກອງທັບຫວຽດນາມ ແລະ ກໍາປູເຈຍ ເພື່ອຮັດແໜ້ນນໍ້າໃຈມິດຕະພາບທີ່ເປັນມູນເຊື້ອໃຫ້ຍືນຍົງຊົ່ວກາລະນານ.

ກອງປະຊຸມພົບປະ 3 ລັດຖະມົນຕີກະຊວງປ້ອງກັນປະເທດລາວ, ຫວຽດນາມ, ກໍາປູເຈຍ, ໄດ້ເຫັນດີເປັນເອກະພາບຕໍ່ທິດທາງແຜນການຮ່ວມມືໃນປີ 2027 ຂອງສາມກອງທັບ, ສືບຕໍ່ຈັດກອງປະຊຸມພົບປະ 3 ລັດຖະມົນຕີ ໃຫ້ເປັນປົກກະຕິ ໂດຍຜັດປ່ຽນກັນເປັນເຈົ້າພາບ, ຖືເອົາເວທີນີ້ເພື່ອແລກປ່ຽນທັດສະນະຕໍ່ບັນຫາສະພາບການທີ່ພົ້ນເດັ່ນຂອງໂລກ ແລະ ພາກພື້ນທີ່ຈະມີຜົນກະທົບຕໍ່ສາມຊາດ, ສາມກອງທັບ, ສືບຕໍ່ຈັດການຝຶກຊ້ອມຮ່ວມກອບກູ້ໄພພິບັດ ສາມກອງທັບໃຫ້ເປັນປົກກະຕິ ໂດຍຜັດປ່ຽນກັນເປັນເຈົ້າພາບ, ເພື່ອຍົກສູງຄຸນະພາບໃນການຝຶກຊ້ອມຄັ້ງຕໍ່ໄປ, ສືບຕໍ່ການຈັດຕັ້ງແລກປ່ຽນນາຍທະຫານໜຸ່ມ ລະຫວ່າງ 3 ກອງທັບ ຢ່າງເປັນປົກກະຕິ ໂດຍຜັດປ່ຽນກັນເປັນເຈົ້າພາບ, ເພື່ອເປີດໂອກາດໄດ້ແລກປ່ຽນບົດຮຽນ, ປະສົບການ, ຮັດແໜ້ນຄວາມສາມັກຄີ ເພື່ອຮັກສາສາຍພົວພັນທີ່ເປັນມູນເຊື້ອລະຫວ່າງສາມຊາດ, ສາມກອງທັບ, ຊຸກຍູ້ໃຫ້ມີການລາດຕະເວນຮ່ວມ 3 ກອງທັບ ຢູ່ເຂດທີ່ມີຊາຍແດນຕິດຈອດກັນ 3 ປະເທດ ແລະ 2 ປະເທດທີ່ມີຊາຍແດນຕິດຈອດກັນ, ເພື່ອເປັນການສະກັດກັ້ນການລັກລອບເຂົ້າເມືອງຜິດກົດໝາຍ, ອາຊະຍາກໍາຂ້າມຊາດ, ການຄ້າມະນຸດ, ການຄ້າຂາຍເຖື່ອນ, ການຂົນສົ່ງຢາເສບຕິດ, ການຄ້າອາວຸດ ແລະ ກໍລະນີອື່ນໆທີ່ຜິດກົດໝາຍ, ຊຸກຍູ້, ອໍານວຍຄວາມສະດວກໃຫ້ກົມກອງເຮັດໜ້າທີ່ຢູ່ຕາມຊາຍແດນຂອງ 3 ປະເທດໄດ້ແລກປ່ຽນຂໍ້ມູນຂ່າວສານ, ປະສານສົມທົບເພື່ອສະກັດກັ້ນ ແກ້ໄຂບັນຫາຫຍໍ້ທໍ້ຕາມບໍລິເວນຊາຍແດນ 3 ປະເທດໃຫ້ທັນເວລາ, ສືບຕໍ່ປົກປັກຮັກສາບູລະນະຫຼັກໝາຍຊາຍແດນ ແລະ ຊຸກຍູ້ການຮ່ວມມືສໍາຫຼວດ ປັກຫຼັກໝາຍຊາຍແດນ ຢູ່ບໍລິເວນທີ່ຍັງຄົງຄ້າງ ໃຫ້ສໍາເລັດ ເພື່ອສ້າງເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ຄວາມໝັ້ນຄົງ, ການຮ່ວມມື ເພື່ອພັດທະນາຢ່າງແທ້ຈິງ, ສືບຕໍ່ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ, ກໍຄືບັນດາກອງປະຊຸມໃນກອບກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ແລະ ອາຊຽນບວກ ແລະ ເວທີປຶກສາຫາລືຄວາມໝັ້ນຄົງສາກົນຕ່າງໆ. ໂອກາດນີ້ກໍໄດ້ມີພິທີເຊັນບົດບັນທຶກການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ 3 ລັດຖະມົນຕີ ລາວ ຫວຽດນາມ ກໍາປູເຈຍ.

ຂ່າວໃຫ້ຮູ້ຕື່ມອີກວ່າ: ໃນວັນດຽວກັນ ສະຫາຍ ພົນເອກ ຄໍາລຽງ ອຸທະໄກສອນ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ກໍໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ໂຕ ເລີມ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສສ ຫວຽດນາມ ເນື່ອງໃນໂອກາດເຂົ້າຮ່ວມກອງປະຊູມ 3 ລັດຖະມົນຕີກະຊວງປ້ອງປະເທດ ລາວ ຫວຽດນາມ ກຳປູເຈຍ.

ຂ່າວ-ພາບ: ສີປະພັນ.

ดูน้อยลง