ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ປະໂຫຍດຂອງ ຫມາກໂມອ່ອນນັ້ນມາຫລາຍກວ່າທີ່ເຮົາຄິດ

ປະໂຫຍດຂອງ ຫມາກໂມອ່ອນນັ້ນມາຫລາຍກວ່າທີ່ເຮົາຄິດ
ມື້ນີ້ ພວກເຮົາຂໍນໍາສະເຫນີ ສັບພະຄຸນ ແລະປະໂຫຍດອັນສໍາຄັນຂອງຫມາກໂມອ່ອນໃຫ້ທ່ານໄດ້ຮັບຮູ້ໄປພ້ອມກັນ ເພື່ອຄົນທີ່ຕ້ອງການຮູ້ແລະຍັງບໍ່ ແລະ ເພື່ອຄົນທີ່ຍັງບໍ່ຮູ້ວ່າມັນມີດີແນວໃດແດ່ ເຮົາມາອ່ານພ້ອມກັນເລີຍ
ຫມາກໂມອ່ອນ ສັບພະຄຸນຂອງມັນມີດັ່ງນີ້:
ຫມາກໂມອ່ອນນັ້ນສາມາດ ໃຊ້ເປັນຢາສະຫມຸນໄພເພາະມີສານ Citrulline ແກ້ຖອນພິດເຫຼົ້າ ແລະ ແກ້ອາການຢາກນ້ໍາ ລວມທັງແກ້ຮ້ອນໃນ ສ່ວນເມັດເປັນຢາເຢັນ ແລະ ແກ້ປັດສະວະ, ນອກຈາກນີ້ ຍັງ ເຊື່ອວ່າການກິນຫມາກໂມແມ່ນຊ່ວຍບໍາລຸງກໍາລັງ, ເປືອກນໍາໄປຕົ້ມກັບນ້ໍາຕານດື່ມແກ້ອາການເຈັບຄໍ ຫຼື ຈະ ນໍາໄປປີ້ງໄຟແລ້ວບົດເປັນຜົງທາບາດແຜໃນປາກ, ເມັດເປັນຢາເຢັນແກ້ຂັບປັດສະວະ ບໍາລຸງຮ່າງກາຍ ແລະ ເປັນຢາລະບາຍອ່ອນໆ ສ່ວນຄຸນຄ່າທາງອາຫານນັ້ນຫມາກໂມອ່ອນ 100 ກຣາມໃຫ້ພະລັງງານ 11 ກິໂລແຄລໍຣີ ປະກອບດ້ວຍໂປຣຕີນ 0,4 ກຣາມ, ໄຂມັນ 0,1 ກຣາມ, ຄາໂບໄຮເດຣດ 2,2 ກຣາມ, ແຄລຊຽມ 2 ມີລີກຣາມ, ທາດເຫຼັກ 0,4 ມິນລີກຣາມ, ວິຕາມິນບີ 1 ແລະ ບີ 2 ມີ 0,03 ມີລີກຣາມ, ໄນອາຊິນ 0,3 ມີລີກຣາມ ແລະ ວິຕາມິນເຊ 28 ມີລີກຣາມ.
ປະໂຫຍດຂອງຫມາກໂມອ່ອນ ປະກອບມີດັ່ງນີ້:
ສາມາດນໍາ ມາຕົ້ມຈືດ ແລະ ຕົ້ມກິນກັບແຈ່ວ ຫຼື ປົນໄດ້ທຸກຊະນິດ ເພາະຫມາກໂມອ່ອນອຸດົມໄປ ດ້ວຍວິຕາມິນເຊ ແລະ ຟົດສະຟາດ ເຫມາະເປັນອາຫານຫຼຸດຄວາມອ້ວນ ເພາະໃຫ້ພະລັງງານຕໍ່າສານ ອາຫານທີ່ຂ້ອນຂ້າງຫນ້ອຍ ແຕ່ລົດຊາດທີ່ເຢັນຂອງຫມາກໂມກໍຊ່ວຍໃນເລື່ອງລະບົບຂັບຖ່າຍ ແລະ ລະບົບ
ຍ່ອຍອາຫານແຖມຍັງມີຄຸນຄ່າທາງສະຫມຸນໄພອີກດ້ວຍເຊັ່ນ: ຮາກມີນ້ໍາຢາງໃຊ້ກິນແກ້ອາການຕົກເລືອດ ຂອງແມ່ຍິງລຸລູກ, ໃບໃຊ້ຊົງເປັນຢາຫຼຸດໄຂ້, ຫມາກມີຄຸນສົມບັດເປັນຢາເຢັນ ຊ່ວຍລະບາຍຂັບປັດສະວະ, ຊ່ວຍຍ່ອຍອາຫານ, ແກ້ເບົາຫວານ ແລະ ດີຊາງ, ເມັດມີໂປຣຕີນສູງຊ່ວຍບໍາລຸງຮ່າງກາຍ, ປອດ ແລະ ສະຫນອງ.