ດຖະມົນຕີ ກະຊວງ ປກສ ຊີ້ແຈ້ງ 3 ປະເດັນດ້ານຢາເສບຕິດ ຕໍ່ກອງປະຊຸມສະພາແຫ່ງຊາດ

ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ສະຫາຍ ພົນໂທ ວັນທອງ ກອງມະນີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ຕໍ່ກັບບົດສະເໜີຂອງກະຊວງປ້ອງກັນຄວາມສະຫງົບ ກ່ຽວກັບບັນຊີຢາເສບຕິດທີ່ເກືອດຫ້າມ ແລະ ຢາເສບຕິດ, ສານເຄມີ ທີ່ຖືກຄວບຄຸມການນໍາໃຊ້ ເພື່ອໃຫ້ກອງປະຊຸມສະພາແຫ່ງຊາດ ພິຈາລະນາຮັບຮອງ ດັ່ງນີ້:
ສຳລັບການຍົກລະດັບບັນຊີຢາເສບຕິດ ຈາກຂໍ້ຕົກລົງຂອງລັດຖະບານ ມາເປັນມະຕິຂອງສະພາແຫ່ງຊາດ ແມ່ນເພື່ອເພີ່ມຄວາມສັກສິດທາງດ້ານກົດໝາຍ ໃຫ້ເປັນບ່ອນອີງທີ່ເອກະພາບກັນ ລະຫວ່າງ ເຈົ້າໜ້າທີ່ສືບສວນ-ສອບສວນ, ໄອຍະການ ແລະ ສານ ໃນການດຳເນີນຄະດີ ແລະ ກຳນົດໂທດ. ພາກສ່ວນກ່ຽວຂ້ອງຈະໄດ້ສົມທົບກັບ ກະຊວງສາທາລະນະສຸກ, ອຸດສາຫະກຳ-ການຄ້າ, ກະສິກຳ-ສິ່ງແວດລ້ອມ ແລະ ອົງການຕຸລາການ ອອກຄຳແນະນຳລະອຽດ ເພື່ອເຝົ້າລະວັງ ແລະ ຕິດຕາມສານເຄມີຊະນິດໃໝ່.
ດ້ານການແບ່ງບົດບາດ ແລະ ຄວາມຮ່ວມມື, ແມ່ນໄດ້ມີການແບ່ງສິດ-ໜ້າທີ່ ຕາມຂໍ້ຕົກລົງ 2743/ປກສ ທັງຂັ້ນຊາດ, ແຂວງ, ເມືອງ ແລະ ໄດ້ຈັດກອງປະຊຸມ 4 ພາກສ່ວນ (ປກສ, ຍຸຕິທຳ, ໄອຍະການ, ສານ) ຢ່າງເປັນປະຈຳ. ເຖິງຢ່າງໃດກໍດີ ຍັງມີຈຸດອ່ອນທີ່ຕ້ອງແກ້ໄຂ ເນື່ອງຈາກບາງຂະແໜງການ ຍັງຖືກເບົາໃນການຄຸ້ມຄອງ ແລະ ຕິດຕາມສານເຄມີ ເຮັດໃຫ້ມີການລັກລອບນຳໄປຜະລິດຢາເສບຕິດ ຫຼື ເຄື່ອນຍ້າຍສານເຄມີ.
ສ່ວນວຽກງານບຳບັດ, ຟື້ນຟູ ແລະ ການແກ້ໄຂຄືນຕິດຊໍ້າ, ໄດ້ມີການຮ່ວມມືກັບ ກະຊວງສາທາລະນະສຸກ, ສຶກສາທິການ ແລະ ແຮງງານ ໃນການຝຶກອາຊີບໃຫ້ຜູ້ເຂົ້າຮັບການບຳບັດຢູ່ສູນຫຼວງພະບາງ ແລະ ເຂດອື່ນໆ ພ້ອມທັງໄດ້ຮັບການຊ່ວຍເຫຼືອຈາກ ຫວຽດນາມ ສ້າງສູນບຳບັດຄົບວົງຈອນຢູ່ຫຼັກ 62. ນອກນັ້ນ ຍັງມີສິ່ງທ້າທາຍໃຫຍ່ ຍ້ອນຜູ້ດີແລ້ວກັບຄືນສູ່ສັງຄົມບໍ່ມີວຽກເຮັດ ຈຶ່ງກັບໄປຕິດອີກ, ທັງຍັງຂາດແຄນງົບປະມານ, ຢາ, ອັດຕາກິນ ແລະ ເຈົ້າໜ້າທີ່, ເຊິ່ງທິດທາງແກ້ໄຂແມ່ນຕ້ອງເພີ່ມທະວີການນຳພາຂອງພັກ-ລັດ, ການມີສ່ວນຮ່ວມຂອງສັງຄົມ ແລະ ເລັ່ງຈັດຕັ້ງປະຕິບັດ “ກອງທຶນສະກັດກັ້ນ ແລະ ຕ້ານຢາເສບຕິດ” ຢູ່ທຸກແຂວງໃຫ້ມີງົບປະມານພຽງພໍ.
ພາຍຫຼັງການຊີ້ແຈ້ງສິ້ນສຸດລົງ, ບັນດາສະມາຊິກສະພາແຫ່ງຊາດ ກໍໄດ້ແລກປ່ຽນຄຳຄິດຄຳເຫັນຢ່າງກົງໄປກົງມາ ໂດຍໄດ້ສະແດງຄວາມຊົມເຊີຍຕໍ່ຄວາມພະຍາຍາມຂອງ ກະຊວງປ້ອງກັນຄວາມສະຫງົບ ໃນການສະກັດກັ້ນ ແລະ ຕ້ານໄພຢາເສບຕິດ. ພ້ອມດຽວກັນນັ້ນ, ກໍໄດ້ເນັ້ນໃຫ້ເຫັນເຖິງຄວາມສຳຄັນຂອງການຫັນມະຕິສະພາແຫ່ງຊາດຄັ້ງນີ້ ໃຫ້ກາຍເປັນການກະທຳຕົວຈິງ ເພື່ອປົກປ້ອງເຍົາວະຊົນ, ໄວໜຸ່ມ ແລະ ສ້າງຄວາມສະງົບສຸກໃຫ້ແກ່ສັງຄົມຢ່າງແທ້ຈິງ.
ໂດຍ: ຄຳອ້າຍ+ຄຳໄຕ
ดูน้อยลง