ໄຂ່ຕົ້ມເປັນລາຍການອາຫານ ທີ່ຫຼາຍຄົນບໍ່ຄ່ອຍໃຫ້ ຄວາມສໍາຄັນປາດໃດແລະອາດເປັນສິ່ງທີ່ຫຼາຍຄົນບໍ່ຮູ້ ເຖິງຄຸນປະໂຫຍດຂອງໄຂ່ຕົ້ມ ນັ້ນເອງ,

ໄຂ່ນອກຈາກຈະໃຫ້ ໂປຣຕີນສູງແລ້ວໄຂ່ຕົ້ມຫນ່ວຍນ້ອຍໆທີ່ເຫັນນັ້ນຍັງອຸດົມໄປ ດ້ວຍກົດອະມິໂນ ເຊິ່ງມີຄວາມຈໍາເປັນຕໍ່ຮ່າງກາຍໂດຍມີຜົນການວິໄຈອອກມາຈາກມະຫາວິທະຍາໄລ ຮາເວີດພົບວ່າ, ໄຂ່ຂາວຈະມີໂປຣຕີນສູງ ແລະ ເປັນໂປຣທີ່ມີຄຸນນະພາບສູງຄື: ກົດອະມິໂນທີ່ຈໍາເປັນຕໍ່ຮ່າງ, ສ່ວນໄຂ່ແດງນັ້ນກໍ່ມີສານອາຫານຫລາຍຊະນິດບໍ່ວ່າຈະເປັນໂປຣຕີນ, ໄຂມັນ,ວິຕາມີນ ແລະແຮ່ທາດ ຊື່ງມີຄຸນຄ່າເຊັ່ນດຽວກັນກັບໄຂມັນໃນປຮາແຊວມອນ ແລະ ປາທະເລ. ນອກນັ້ນໄຂ່ຕົ້ມງມີໄຂມັນຊະນິດບໍ່ອື່ມຕົວທີ່ເປັນໄຂມັນຊະນິດດີບໍ່ມີຜົນຕໍ່ການເພີ່ມຄໍເລສເຕີຮໍ ເຊີ່ງສົ່ງຜົນດີຕໍ່ຮ່າງກາຍ ແລະ ຖ້າຫາກວ່າເຮົາເລືອກກິນໄຂ່ ຕົ້ມທຸກມື້ວັນລະ 1 ຫນ່ວຍກໍ່ຈະ ຊ່ວຍໃຫ້ເຮົາຫ່າງໄກຈາກ ຍາດຫົວໃຈໄດ້. ຄຸນປະໂຫຍດຕົ້ມຍັງບໍ່ຫມົດເທົ່ານັ້ນດອກເພາະເຊື່ອກັນວ່າການກິນໄຂ່ຕົ້ມໃຫ້ຄຸນປະໂຫຍດໄດ້ ເທົ່າກັບການທີ່ເຮົາດື່ມເຄື່ອງ ດື່ມຮັງນົກ 10 ຂວດ ເລີຍລະ.