ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ອຸທາຫອນ! ຈາມແຮງໆເທື່ອດຽວ ອາດພາໃຫ້ໝອນຮອງກະດູກສັນຫລັງຈີກຂາດ

ເຫດການນີ້ເກີດຂຶ້ນທີ່ປະເທດໄທ, ວັນທີ 22 ກັນຍາ: ຜູ້ໃຊ້ເຟສບຸກ ໄດ້ອອກມາເລົ່າປະສົບການ ອຸທາຫອນ ຫລັງຈາກຈາມຢ່າງຮຸນແຮງພຽງເທື່ອດຽວ ກ່ອນຮ່າງກາຍຈະຊາເຄິ່ງຊີກ, ຂາຂວາບໍ່ມີແຮງ ແລະ ລົ້ມລົງກັບພື້ນທັນທີ.

ເຈົ້າຕົວເລົ່າວ່າ ກ່ອນເກີດເຫດໄດ້ສີດຢາປິ່ນປົວພະຍາດລິດສິດດວງດັງ ກ່ອນຈະຈາມອອກມາຢ່າງຮຸນແຮງ. ຂະນະດຽວກັນ ກໍກຳລັງຖືຖົງທີ່ມີນ້ຳໜັກ ແລະ ລົງນ້ຳໜັກຢູ່ທີ່ຂາຂ້າງດຽວ ເຮັດໃຫ້ຮ່າງກາຍເສຍຫລັກ ແລະ ຊຸດລົງ, ໂດຍມີອາການຊາເຄິ່ງຊີກ ແລະ ຂາຂວາບໍ່ມີແຮງ ແຕ່ບໍ່ມີອາການເຈັບມາກ່ອນເລີຍ.

ຊາຍຄົນດັ່ງກ່າວເລົ່າວ່າ: ຜ່ານມາເຄີຍ ບາດເຈັບຢູ່ຫລັງມາກ່ອນ ເມື່ອປະມານ 5 ປີກ່ອນ ຈາກການອ່ຽງຕົວຜິດທ່າ ຂະນະປັບເບາະລົດຍົນ ຈົນເຖິງຂັ້ນຍ່າງບໍ່ໄດ້, ເຖິງແມ່ນວ່າຫລັງຈາກນັ້ນຈະພະຍາຍາມລະມັດລະວັງຕົວ, ບໍ່ເຮັດວຽກໜັກ ແລະ ບໍ່ຍົກຂອງໜັກກໍຕາມ.

ຫລັງເກີດເຫດການຄັ້ງຫລ້າສຸດ, ເຈົ້າຕົວໄດ້ເດີນທາງໄປໂຮງໝໍ ແລະ ເຂົ້າຮັບການກວດ MRI ໂດຍແພດພົບວ່າເປັນ “ໝອນຮອງກະດູກແຕກປິ່ນ” ແຕ່ຍັງບໍ່ເຖິງຂັ້ນປີ້ນອອກມາ ຈຶ່ງບໍ່ຈຳເປັນຕ້ອງຜ່າຕັດ ແລະ ສາມາດພະຍຸງຕົວຍ່າງໄດ້ໂດຍມີຄົນຊ່ວຍ.

ເຈົ້າຕົວຈຶ່ງຝາກເປັນອຸທາຫອນສຳລັບຜູ້ທີ່ມີອາການເຈັບຫລັງເປັນປະຈຳ ລວມທັງຜູ້ທີ່ຕ້ອງຂັບລົດ, ຍົກຂອງໜັກ ຫລື ເຮັດກິດຈະກຳທີ່ຕ້ອງກົ້ມ ແລະ ເງີຍ, ຄວນລະມັດລະວັງ ແລະ ຫາກມີອາການຜິດປົກກະຕິຄວນໄປພົບແພດ ເພາະບັນຫາບໍລິເວນຫລັງອາດສະສົມໂດຍບໍ່ຮູ້ຕົວ ແລະ ຮຸນແຮງຂຶ້ນໄດ້.