ສະເຫຼີມສະຫຼອງ ວັນສ້າງຕັ້ງ ໂຮງໝໍສູນກາງ 103 ກອງທັບ ຄົບຮອບ 50 ປີ.







ພິທີສະເຫຼີມສະຫຼອງ ວັນສ້າງຕັ້ງ ໂຮງໝໍສູນກາງ 103 ກອງທັບ ຄົບຮອບ 50 ປີ (12 ສິງຫາ 1976 – 12 ສິງຫາ 2026) ໄດ້ຈັດຂຶ້ນໃນວັນທີ 19 ສິງຫາ 2026 ນີ້, ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນເອກ ຄໍາລຽງ ອຸທະໄກສອນ, ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ພ້ອມດ້ວຍຄະນະນໍາຂັ້ນສູງ, ຕາງໜ້າທູດ, ກະຊວງ-ອົງການ ແລະ ເເຂກຖືກເຊີນເຂົ້າຮ່ວມ.
ພາຍຫຼັງທີ່ໄດ້ຮັບຊົມການສະແດງສິນລະປະ-ວັນນະຄະດີ ເເລະ ຟີມມູນເຊື້ອຕະຫຼອດ 50ປີ ຂອງໂຮງໝໍສູນກາງ 103 ກອງທັບ ເເລ້ວ ຈາກນັ້ນ, ສະຫາຍ ພົນຈັດຕະວາ ຮສຈ ປອ ດຣ ສະແຫວງໄຊ ດາລາສາດ ຫົວໜ້າການທະຫານ ໂຮງໝໍສູນກາງ 103 ໄດ້ທວນຄືນມູນເຊື້ອ: ໂຮງໝໍໄດ້ເຕີບໃຫຍ່ຂະຫຍາຍຕົວຕະຫຼອດ 50 ປີ, ກາຍເປັນ 1 ໃນ 5 ໂຮງໝໍຂັ້ນສູນກາງຂອງປະເທດ ທີ່ມີພື້ນຖານໂຄງລ່າງທັນສະໄໝ ແລະ ເຕັກນິກການແພດຢູ່ແຖວໜ້າ, ມີຫຼາຍສະຫາຍໄດ້ກາຍເປັນວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ, ທ່ານໝໍດີເດັ່ນ, ພະຍາບານປະຕິວັດ. ໂຮງໝໍໄດ້ຮັບຫຼຽນໄຊ ແລະ ຍ້ອງຍໍຈາກພັກ, ລັດຖະບານ ແລະ ກະຊວງປ້ອງກັນປະເທດເປັນຈໍານວນຫຼາຍ ເເລະ ຍັງມີພະນັກງານຈໍານວນໜຶ່ງທີ່ມີຜົນງານດີເດັ່ນ ໄດ້ຮັບນາມມະຍົດວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນທົ່ວປະເທດຕື່ມອີກ.
ຈາກນັ້ນ,ສະຫາຍ ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຫົວໜ້າກົມ ໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ, ໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດວ່າດ້ວຍການມອບຫຼຽນໄຊພິລະອາດຫານ ແລະ ໃບຍ້ອງຍໍ ໃນນີ້ ລັດຖະມົນຕີ ກະຊວງປ້ອງກັນປະເທດ ຕົກລົງ: ມອບຫຼຽນໄຊພິລະອາດຫານ ຊັ້ນ I ໃຫ້ ໂຮງໝໍສູນກາງ 103 ກອງທັບ, ຫຼຽນໄຊພິລະອາດຫານ ຊັ້ນ II ໃຫ້ 5 ກົມກອງ, ຫຼຽນໄຊພິລະອາດຫານ ຊັ້ນ III, ໃຫ້ 12 ກົມກອງ ແລະ ມອບໃບຍ້ອງຍໍກະຊວງປ້ອງກັນປະເທດ ໃຫ້ 18 ກົມກອງທີ່ຂຶ້ນກັບໂຮງໝໍສູນກາງ 103 ກອງທັບ.
ໂອກາດນີ້, ສະຫາຍ ພົນເອກ ຄໍາລຽງ ອຸທະໄກສອນ ຍັງໄດ້ສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ຜົນສຳເລັດທີ່ຍາດມາໄດ້ຕະຫຼອດໄລຍະ 50 ປີ, ພ້ອມທັງເນັ້ນໜັກໃຫ້ແພດ-ພະຍາບານ ມີຈິດໃຈ “ແພດປະຕິວັດ”, ຫຼີກເວັ້ນການສວຍໃຊ້ໜ້າທີ່, ພັດທະນາໂຮງໝໍໃຫ້ທັນສະໄໝດ້ວຍລະບົບດີຈີຕອນ, ແລະ ສູ້ຊົນສ້າງໃຫ້ໄດ້ຕາມມາດຕະຖານ ” 5 ດີ 1 ພໍໃຈ” (ຕ້ອນຮັບດີ, ສະອາດດີ, ສະດວກດີ, ບົ່ງມະຕິພະຍາດຊັດເຈນດີ, ປະຕິບັດເຕັກນິກການປິ່ນປົວດີ, ຄົນເຈັບເພິ່ງພໍໃຈ).