ຢາກອອກກຳລັງກາຍ ແຕ່ “ຂີ້ຄ້ານ” ແບບ 100% ຄວນເຮັດແນວໃດ? 😴💪

ຢາກອອກກຳລັງກາຍ ແຕ່ “ຂີ້ຄ້ານ” ແບບ 100% ຄວນເຮັດແນວໃດ? 😴💪
Health l ບໍ່ຕ້ອງຮູ້ສຶກຜິດ! ເພາະສະໝອງຂອງເຮົາຖືກອອກແບບມາໃຫ້ປະຢັດພະລັງງານ. ແຕ່ຖ້າຢາກເລີ່ມປ່ຽນແປງຮູບຮ່າງ ແລະ ສຸຂະພາບໂດຍບໍ່ຕ້ອງຝືນໃຈ ໃຫ້ລອງ 5 ວິທີນີ້:
- ກົດ 2 ນາທີ (The 2-Minute Rule): ເວົ້າກັບໂຕເອງວ່າ “ຂໍອອກກຳລັງກາຍແຄ່ 2 ນາທີພໍ”. ໃສ່ເກີບ ແລ້ວຍ່າງ ຫຼື ຍືດເສັ້ນ. ສ່ວນໃຫຍ່ເມື່ອໄດ້ເລີ່ມແລ້ວ ສະໝອງຈະຫຼັ່ງສານເຄມີທີ່ເຮັດໃຫ້ເຮົາເຮັດຕໍ່ໄດ້ເອງ.
- ກຽມອຸປະກອນໄວ້ລ່ວງໜ້າ: ຕັ້ງຊຸດອອກກຳລັງກາຍໄວ້ບ່ອນທີ່ເຫັນງ່າຍທີ່ສຸດກ່ອນເຂົ້ານອນ. ຫຼຸດຂັ້ນຕອນການຕັດສິນໃຈໃນຕອນເຊົ້າ ໃຫ້ສະໝອງແອກຊັນໄດ້ທັນທີ.
- ຈັບຄູ່ກັບຄວາມສຸກ (Temptation Bundling): ອະນຸຍາດໃຫ້ໂຕເອງຟັງ Podcast, ຊີຣີ ຫຼື ເພງໂປດ ສະເພາະ ຕອນອອກກຳລັງກາຍເທົ່ານັ້ນ. ເຮັດໃຫ້ການອອກກຳລັງກາຍກາຍເປັນ “ເວລາລາງວັນ”.
- ຫຼຸດເປົ້າໝາຍລົງ 80%: ຢ່າເພິ່ງຕັ້ງເປົ້າວ່າຕ້ອງຫຼຸດ 10 ກິໂລ ຫຼື ອອກກຳລັງກາຍ 1 ຊົ່ວໂມງ. ເລີ່ມຈາກການ “ມາປະກົດໂຕ” ໃຫ້ໄດ້ 3 ມື້/ອາທິດ ພໍ. ສ້າງນິໄສກ່ອນ ສ້າງຜົນລົບທີຫຼັງ.
- ຫາໝູ່ຮ່ວມຊະຕາກຳ: ສົ່ງຂໍ້ຄວາມຫາໝູ່ ຫຼື ໂພສລົງໂຊຊຽວວ່າ “ມື້ນີ້ຈະອອກກຳລັງກາຍ”. ການມີຄົນຮັບຮູ້ ຈະເພີ່ມຄວາມຮັບຜິດຊອບ ແລະ ເຮັດໃຫ້ເຮົາເລີ່ມລຸກໄດ້ງ່າຍຂຶ້ນ.