ອາກາດຮ້ອນຊຸ່ມເທື່ອໃດ ມົດມັກມາຕອມເຄື່ອງກິນຢູ່ເຮືອນຄົວທຸກເທື່ອ! 🐜💥

ອາກາດຮ້ອນຊຸ່ມເທື່ອໃດ ມົດມັກມາຕອມເຄື່ອງກິນຢູ່ເຮືອນຄົວທຸກເທື່ອ! 🐜💥
Life | ທ່ານເບື່ອບໍກັບບັນຫານີ້?… ມາເບິ່ງ 5 ວິທີປ້ອງກັນມົດມັກມາຕອມອາຫານ ແບບທໍາມະຊາດ ທີ່ເຮັດງ່າຍ, ປອດໄພ, ໄຮ້ສານເຄມີຕົກຄ້າງ ແລະ ຊ່ວຍຖະໜອມອາຫານ! 👇
🌿 5 ວິທີສະຍົບມົດມັກມາຕອມອາຫານ ແບບທໍາມະຊາດ 100%
🍋 1. ນໍ້າໝາກນາວໄລ່ມົດ (ສ້າງເກາະປ້ອງກັນ)
ບີບນໍ້າໝາກນາວປະສົມນໍ້າລ້າ ແລ້ວເຊັດຕາມໂຕະອາຫານ ຫຼື ເຄົາເຕີຄົວ. ກົດ ແລະ ກິ່ນສະໝຸນໄພຂອງໝາກນາວຈະໄປທຳລາຍ ກິ່ນຟີໂຣໂມນ ທີ່ມົດໃຊ້ເດິນທາງ ປ້ອງກັນບໍ່ໃຫ້ມົດເຂົ້າມາໃກ້.
☕ 2. ກາກກາເຟ (ຂອງດີຢ່າຟ້າວຖິ້ມ)
ໂຮຍກາກກາເຟໄວ້ອ້ອມໆ ຂາໂຕະ ຫຼື ບໍລິເວນທາງເດີນຂອງມົດ. ກິ່ນເຂັ້ມຂຸ້ນຂອງກາເຟຈະກົບກິ່ນອາຫານ ແລະ ໄລ່ມົດໃຫ້ໜີໄປໄດ້ຢ່າງດີ.
🥒 3. ເປືອກໝາກແຕງ (ໄອເທັມລັບທີ່ມົດບໍ່ມັກ)
ວາງເປືອກໝາກແຕງໄວ້ໃກ້ໆ ຈານອາຫານ ຫຼື ບ່ອນທີ່ມີມົດ. ມົດບໍ່ມັກສານທໍາມະຊາດໃນເປືອກໝາກແຕງ ແລະ ຈະຖອຍຫ່າງໄປເອງໂດຍບໍ່ຕ້ອງໃຊ້ສານເຄມີ.
🌿 4. ກິ່ນຫອມຈາກທໍາມະຊາດ (ກ້ານພູ & ອົບເຊີຍ)
ວາງກ້ານພູ (Clove) ຫຼື ໄມ້ອົບເຊີຍ (Cinnamon) ໄວ້ໃນຕູ້ເກັບອາຫານ. ກິ່ນຫອມລະເຫີຍນີ້ອາດຈະສົດຊື່ນສໍາລັບເຮົາ ແຕ່ແມ່ນຝັນຮ້າຍຂອງມົດ!
💧 5. ເອົາຖ້ວຍໃສ່ນໍ້າ ປະສົມ ນໍ້າສົ້ມສາຍຊູຮອງຂາໂຕະ
ຖ້າເອົາຖ້ວຍຮອງຂາໂຕະ ໃຫ້ຢອດນໍ້າສົ້ມສາຍຊູລົງໄປໜ້ອຍໜຶ່ງ. ຊ່ວຍປ້ອງກັນມົດໄຕ່ຂ້າມນໍ້າ ແລະ ຍັງປ້ອງກັນຍຸງມາໄຂ່ໃສ່ໄດ້ອີກດ້ວຍ.
💡 Tip: ການຮັກສາຄວາມສະອາດ, ເຊັດເສດອາຫານທັນທີ ແລະ ເກັບອາຫານໃນພາຊະນະທີ່ອັດແໜ້ນ ແມ່ນນຫົວໃຈສໍາຄັນທີ່ສຸດໃນການປ້ອງກັນມົດໄລຍະຍາວ!
💬 ແລ້ວຢູ່ເຮືອນຂອງທ່ານເດ? ປົກກະຕິໃຊ້ວິທີໃດໃນການຈັດການກັບບັນຫາມົດຕອມອາຫານ? ມາຄອມເມັ້ນແຊຣ໌ໄອເດຍເດັດໆ ກັນແນ່ເດີ! 👇