ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ວິທະຍຸກອງທັບ, ເປັນກະບອກສຽງອັນແຫຼມຄົມ ແລະ ເປັນຂົວຕໍ່ອັນໜັກແໜ້ນກັບປະຊາຊົນ ທີ່ສາມາດສົ່ງສັນຍານເຂົ້າເຖິງທຸກເຂດຫ່າງໄກສອກຫຼີກ

ຄືດັ່ງທີ່ພວກເຮົາຮູ້ນໍາກັນແລ້ວວ່າ: ພັກ – ລັດຖະບານເຮົາ, ໄດ້ກຳນົດເອົາການອອກໜັງສືພິມ “ລາວອິດສະຫຼະ” ສະບັບທຳອິດ ໃນວັນທີ 13 ສິງຫາ 1950 ເປັນ ” ວັນສື່ມວນຊົນລາວ ແລະ ການພິມຈຳໜ່າຍແຫ່ງຊາດ ” ດ້ວຍເຫດນັ້ນ ວັນທີ 13 ສິງຫາ ຂອງທຸກໆປີ ຈຶ່ງເປັນວັນເກີດຂອງສື່ມວນຊົນ ແລະ ການພິມຈຳໜ່າຍຂອງປະເທດລາວ, ເຊິ່ງບຸກຄົນສຳຄັນ ແລະ ຜູ້ນຳທີ່ໃຫ້ກຳເນີດ ພ້ອມທັງຊີ້ນຳວຽກງານສື່ມວນຊົນລາວໃນໄລຍະທຳອິດ ແມ່ນທ່ານ ປະທານ ສຸພານຸວົງ ແລະ ທ່ານ ປະທານ ໄກສອນ ພົມວິຫານ.

ສະຫາຍ ພັນເອກ ໜູມາດ ອຸ່ນໃຈດີ ຫົວໜ້າການທະຫານ ກອງວິທະຍຸກະຈາຍສຽງກອງທັບ: ໄດ້ສະແດງທັດສະນະຕໍ່ວຽກງານສື່ມວນຊົນ ເນື່ອງໃນໂອກາດວັນສ້າງຕັ້ງສື່ມວນຊົນລາວ ແລະ ພິມຈໍາໜ່າຍ (ວັນທີ 13 ສິງຫາ 1950 ຫາ ວັນທີ 13 ສິງຫາ 2026) ຄົບຮອບ 76 ປີ ວ່າ: ວຽກງານສື່ມວນຊົນເປັນວຽກງານໜຶ່ງທີ່ມີຄວາມໝາຍຄວາມສຳຄັນຍິ່ງໃນການຮັບໃຊ້ພາລະກິດຕໍ່ສູ້ປົດປ່ອຍຊາດ ກໍຄືປົກປັກຮັກສາ ແລະ ກໍ່ສ້າງສັງຄົມນິຍົມໃນປັດຈຸບັນ, ເພາະສະນັ້ນ, ພັກ ແລະ ລັດເຮົາ, ຍາມໃດກໍໄດ້ໃຫ້ຄວາມສໍາຄັນຕໍ່ການພັດທະນາວຽກງານສື່ມວນຊົນ ສະເພາະຂົງເຂດສື່ວິທະຍຸກອງທັບ ແມ່ນໜຶ່ງໃນເຄື່ອງມືສື່ສານມວນຊົນທີ່ມີຄວາມສຳຄັນຍຸດທະສາດ ຂອງກອງທັບປະຊາຊົນປະຕິວັດລາວ, ບໍ່ພຽງແຕ່ເປັນກະບອກສຽງໃຫ້ແກ່ພັກ ແລະ ລັດຖະບານເທົ່ານັ້ນ, ແຕ່ຍັງເປັນຂົວຕໍ່ທີ່ສຳຄັນລະຫວ່າງກອງທັບກັບປະຊາຊົນບັນດາເຜົ່າ, ສື່ວິທະຍຸກອງທັບມີບົດບາດ ແລະ ຄວາມສຳຄັນໃນຫຼາຍໆດ້ານ ໂດຍສະເພາະ ເປັນກະບອກສຽງທາງການເມືອງ: ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ແລະ ມະຕິຄຳສັ່ງຂອງກະຊວງປ້ອງກັນປະເທດ ໃຫ້ກຳລັງຫຼວງ, ກຳລັງທ້ອງຖິ່ນ, ແລະ ປະຊາຊົນໄດ້ຮັບຮູ້ຢ່າງຖືກຕ້ອງ ແລະ ທັນການ, ປຸກລະດົມຈິດໃຈຮັກຊາດ, ເປັນເຄື່ອງມືໃນການສຶກສາອົບຮົມການເມືອງ-ນຳພາຈິດໃຈ, ສ້າງຄວາມສາມັກຄີເປັນເອກະພາບ, ແລະ ເຊີດຊູມູນເຊື້ອອັນຈົບງາມຂອງກອງທັບ, ສະໜອງຂໍ້ມູນຂ່າວສານ ແລະ ຄວາມຮູ້: ລາຍງານຂ່າວສານດ້ານການທະຫານ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ລວມທັງຄວາມຮູ້ທົ່ວໄປ ແລະ ສິລະປະວັນນະຄະດີ ເພື່ອຜ່ອນຄາຍຄວາມອິດເມື່ອຍໃຫ້ແກ່ນາຍ ແລະ ພົນທະຫານ ຢູ່ເຂດຫ່າງໄກສອກຫຼີກ, ຕອບໂຕ້ຂໍ້ມູນທີ່ບິດເບືອນ: ເຮັດໜ້າທີ່ເປັນແນວຮົບດ້ານແນວຄິດ, ເກັບກຳ ແລະ ຕອບໂຕ້ບັນດາຫາງສຽງ ຫຼື ກົນອຸບາຍມ້າງເພທຳລາຍຂອງກຸ່ມຄົນບໍ່ດີ ທີ່ຫວັງມ້າງເພຄວາມສາມັກຄີພາຍໃນ.

ສະຫາຍ ພັນເອກ ໜູມາດ ອຸ່ນໃຈດີ ໃຫ້ຮູ້ຕື່ມອີກວ່າ: ສະຫຼຸບລວມແລ້ວ: ສື່ວິທະຍຸກອງທັບປຽບເໝືອນ “ອາວຸດແຫຼມຄົມ” ດ້ານແນວຄິດຂອງພັກ ແລະ ກອງທັບ, ວິທະຍຸເປັນສື່ທີ່ມີຈຸດເດັ່ນເຂົ້າເຖິງງ່າຍ ແລະ ກວ້າງຂວາງ: ຄື ສາມາດສົ່ງສັນຍານທະລຸທະລວງໄປເຖິງເຂດພູດອຍ, ຊາຍແດນ ແລະ ເຂດທຸລະກັນດານ ທີ່ສື່ອິນເຕີເນັດ ຫຼື ໂທລະພາບຍັງເຂົ້າບໍ່ເຖິງ, ເພາະສະນັ້ນການພັດທະນາສື່ວິທະຍຸກອງທັບ ໃນຍຸກປັດຈຸບັນ, ເພື່ອໃຫ້ທັນກັບຍຸກສະໄໝດິຈິຕອນ, ການພັດທະນາສື່ວິທະຍຸກອງທັບໄດ້ສຸມໃສ່ຫຼາຍດ້ານ: ດ້ານເນື້ອຫາ (Content) ເນັ້ນຄວາມວ່ອງໄວ ແລະ ຊັດເຈນ: ປັບປຸງຮູບແບບການລາຍງານຂ່າວໃຫ້ສັ້ນກະທັດຮັດ, ແລະ ມີຄວາມຈິງໃຈ, ຄວາມຫຼາກຫຼາຍ: ເພີ່ມລາຍການໃໝ່ໆ ທີ່ເປັນປະໂຫຍດ ເຊັ່ນ: ລາຍການເຕັກໂນໂລຊີການທະຫານ, ລາຍການສຸຂະພາບໃນຄ້າຍທະຫານ, ແລະ ລາຍການຕອບຄຳຖາມ-ແລກປ່ຽນກັບຜູ້ຟັງ, ດ້ານເຕັກໂນໂລຊີ ແລະ ລະບົບສົ່ງສັນຍານ (Technology), ຫັນເປັນດິຈິຕອນ (Digitalization): ປ່ຽນຖ່າຍຈາກລະບົບອານາລັອກ (Analog) ມາເປັນດິຈິຕອນ ເພື່ອໃຫ້ສຽງມີຄວາມຄົມຊັດ ແລະ ສັນຍານມີຄວາມສະຖຽນຫຼາຍຂຶ້ນ ນອກຈາກນີ້ຍັງໄດ້ຂະຫຍາຍຊ່ອງທາງການເຜີຍແຜ່ຂໍ້ມູນຂ່າວສານ) ບໍ່ໄດ້ຈຳກັດຢູ່ແຕ່ຄື້ນ FM/AM ແບບເດີມ, ແຕ່ໄດ້ພັດທະນາໄປສູ່ການອອກອາກາດແບບ Online Streaming, ເຮັດ Podcast, ແລະ ໄລຟ໌ສົດ (Live) ຜ່ານເວັບໄຊ້ ແລະ ໂຊຊຽວມີເດຍ ເຊັ່ນ Facebook ຂອງສະຖານີວິທະຍຸກະຈາຍສຽງກອງທັບ ເພື່ອດຶງດູດກຸ່ມຄົນຮຸ່ນໃໝ່, ດ້ານບຸກຄະລາກອນ (Human Resources) ຍົກລະດັບສີມື: ຝຶກອົບຮົມໃຫ້ນັກຂ່າວ, ໂຄສົກຈັດລາຍການ ແລະ ເຕັກນິກຊ່ຽວຊານ ໃຫ້ມີຄວາມຮູ້ຄວາມສາມາດຮອບດ້ານຄື: ຂຽນຂ່າວໄດ້, ອັດສຽງເປັນ, ແລະ ຕັດຕໍ່ໄດ້ດ້ວຍຕົນເອງ, ສະເພາະຜົນງານຂອງສະຖານີວິທະຍຸກອງທັບປະຊາຊົນລາວ ໃນຕະຫຼອດໄລຍະ 15 ປີຜ່ານມາ ໄດ້ມີການປັບປຸງ ແລະ ພັດທະນາຕົນເອງ ຕາມຍຸກສະໄໝ ແລະ ເຮັດໜ້າທີ່ວິຊາສະເພາະຂອງຕົນດ້ວຍຄວາມຮັບຜິດຊອບສູງ, ເສີມຂະຫຍາຍພາລະບົດບາດໜ້າທີ່ການເມືອງຂອງຕົນຢ່າງຕັ້ງໜ້າ ແລະ ເປັນຂະບວນການຟົດຟື້ນ, ວຽກງານທີ່ພົ້ນເດັ່ນໃນໄລຍະຜ່ານມາ ໄດ້ລົງເກັບກໍາຜົນງານການເຄື່ອນໄຫວຂອງບຸກຄົນ, ກົມກອງລວມໝູ່ ມາຜະລິດເປັນຂ່າວ, ເປັນບົດສາລະຄະດີ, ບົດມູນເຊື້ອ, ວຽກດີຄົນເດັ່ນ, ຄອບຄົວຕົວແບບ, ນັກຮົບວັດທະນະທຳ, ກົມກອງວັດທະນະທຳ, ການປັບປຸງກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ກອງ 3 ປອດ ແລະ ວຽກງານດ້ານຕ່າງໆ ຂອງບັນດາກົມກອງກໍາລັງຫຼວງ – ກໍາລັງທ້ອງຖິ່ນ ເນື່ອງໃນໂອກາດວັນສໍາຄັນຂອງຊາດ, ຂອງພັກ, ຂອງກອງທັບ, ເພື່ອເຜີຍແຜ່ອອກອາກາດທາງສະຖານີວິທະຍຸກະຈາຍສຽງກອງທັບປະຊາຊົນລາວ FM 99.7 Mhz, ເຟດບຸກ, ຢູທູບຂອງສະຖານີ, ຢ່າງມີເນື້ອໃນອຸດົມສົມບູນຄົບຖ້ວນ ສາມາດຕອບສະໜອງຂໍ້ມູນຂ່າວສານທີ່ເປັນປະໂຫຍດໃຫ້ຜູ້ຊົມ, ຜູ້ຟັງ, ແລະ ໄດ້ຮັບຄວາມນິຍົມຊົມຊອບຈາກສັງຄົມດ້ວຍດີຕະຫຼອດມາ.

ສະຫາຍ ພັນເອກ ໜູມາດ ອຸ່ນໃຈດີ ໄດ້ຕາງໜ້າໃຫ້ຄະນະພັກ – ຄະນະບັນຊາ, ພະນັກງານ – ນັກຮົບທົ່ວກອງວິທະຍຸກະຈາຍສຽງກອງທັບ ອວຍພອນໄຊອັນປະເສີດມາຍັງການນໍາພັກ – ລັດ, ການນໍາກະຊວງປ້ອງກັນປະເທດ, ກໍຄືກົມໃຫຍ່ການເມືອງກອງທັບ, ຈົ່ງມີສຸຂະພາບພະລານາໄມທີ່ສົມບູນ, ມີຄວາມສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ, ພ້ອມກັນຊີ້ນໍາ – ນໍາພາ ວຽກງານສື່ມວນຊົນລາວ ກໍຄືສື່ມວນຊົນກອງທັບ ໃຫ້ໄດ້ຮັບການພັດທະນາກ້າວສູ່ຄວາມທັນສະໄໝ, ເປັນມືອາຊີບ ແລະ ມີຄຸນະພາບສູງ, ຂໍອວຍພອນໃຫ້ຜູ້ຊີ້ນໍາ – ນໍາພາວຽກງານສື່ມວນຊົນແຕ່ລະຂັ້ນ, ບັນນາທິການ, ພະນັກງານວິຊາການທີ່ເຮັດວຽກງານສື່ທຸກຂະແໜງການ, ຈົ່ງມີສຸຂະພາບແຂງແຮງ, ມີພະລັງກາຍ-ພະລັງໃຈອັນແຮງກ້າ ໃນການສ້າງສັນຜົນງານຂ່າວສານທີ່ມີປະໂຫຍດ ແລະ ສ້າງສັນເພື່ອສັງຄົມ, ອວຍພອນໃຫ້ສື່ມວນຊົນລາວທຸກຂະແໜງການ, ຈົ່ງສືບຕໍ່ເຕີບໃຫຍ່ເຂັ້ມແຂງ, ທັນສະໄໝ, ມີຈັນຍາບັນສູງ ແລະ ເຮັດໜ້າທີ່ເປັນກະບອກສຽງທີ່ຊື່ສັດບໍລິສຸດ, ຮັບໃຊ້ຊາດ, ຮັບໃຊ້ປະຊາຊົນຢ່າງແທ້ຈິງ.

ดูน้อยลง