ຜົນການສຶກສາຊີ້ໃຫ້ເຫັນວ່າ: ການຈົ່ມເລື້ອຍໆອາດສົ່ງຜົນຕໍ່ສະໝອງ ແລະ ສຸຂະພາບຈິດໃນໄລຍະຍາວ

ຜົນການສຶກສາຊີ້ໃຫ້ເຫັນວ່າ: ການຈົ່ມເລື້ອຍໆອາດສົ່ງຜົນຕໍ່ສະໝອງ ແລະ ສຸຂະພາບຈິດໃນໄລຍະຍາວ
.
ການຈົ່ມແມ່ນພຶດຕິກຳທີ່ເກີດຂຶ້ນໄດ້ໃນຊີວິດປະຈຳວັນ, ແຕ່ຖ້າຫາກເກີດຂຶ້ນຈົນເປັນນິໄສ ແລະ ຕໍ່ເນື່ອງເປັນເວລາດົນ ອາດຈະສົ່ງຜົນກະທົບຕໍ່ການເຮັດວຽກຂອງສະໝອງ ແລະ ສຸຂະພາບຈິດໄດ້, ອີງຕາມບົດຄວາມຂອງ ReachLink ທີ່ອ້າງອີງການຄົ້ນຄວ້າດ້ານປະສາດວິທະຍາ.
.
ບົດຄວາມລະບຸວ່າ ການຈົມຢູ່ກັບຄວາມຄິດທາງລົບ ແລະ ການຈົ່ມຊ້ຳໆ ອາດກະຕຸ້ນໃຫ້ຮ່າງກາຍຫຼັ່ງຮໍໂມນຄໍຕິຊອລ (Cortisol) ເຊິ່ງເປັນຮໍໂມນຄວາມຄຽດໃນລະດັບສູງຢ່າງຕໍ່ເນື່ອງ. ສິ່ງນີ້ສົ່ງຜົນຕໍ່ສະໝອງສ່ວນຮິບໂປແຄມປັສ (Hippocampus) ເຊິ່ງມີໜ້າທີ່ກ່ຽວກັບຄວາມຈຳ, ການຮຽນຮູ້ ແລະ ການຄວບຄຸມອາລົມ.
.
ນອກຈາກນີ້, ການຈົ່ມເປັນປະຈຳຍັງອາດເຮັດໃຫ້ສະໝອງສ້າງຮູບແບບຄວາມຄິດດ້ານລົບຜ່ານຂະບວນການ Neuroplasticity, ສົ່ງຜົນໃຫ້ມີແນວໂນ້ມເບິ່ງໂລກໃນແງ່ລົບຫຼາຍຂຶ້ນ ແລະ ອາດກະທົບຕໍ່ສຸຂະພາບຈິດໃນໄລຍະຍາວ.
.
ຜູ້ຊ່ຽວຊານແນະນຳວ່າ ການລະບາຍຄວາມຮູ້ສຶກເປັນບາງຄັ້ງຄາວສາມາດຊ່ວຍຫຼຸດຜ່ອນຄວາມຄຽດໄດ້, ແຕ່ຄວນຫຼີກລ່ຽງການຈົ່ມຊ້ຳໆ ໂດຍບໍ່ຊອກຫາທາງແກ້ໄຂ. ພ້ອມທັງຝຶກຄິດໃນແງ່ບວກ, ການນັ່ງສະມາທິ ຫຼື ການບຳບັດທາງຄວາມຄິດ ແລະ ພຶດຕິກຳ (CBT) ເພື່ອຊ່ວຍຫຼຸດຜ່ອນຜົນກະທົບຈາກຄວາມຄຽດ ແລະ ຄວາມຄິດດ້ານລົບ.