3 ຈຸດຕ້ອງລະວັງ! ກ່ອນກິນ “ກ້ວຍນໍ້າ” ທີ່ຫຼາຍຄົນອາດເບິ່ງຂ້າມ! 🍌⚠️

3 ຈຸດຕ້ອງລະວັງ! ກ່ອນກິນ “ກ້ວຍນໍ້າ” ທີ່ຫຼາຍຄົນອາດເບິ່ງຂ້າມ! 🍌⚠️
Health | ໃຜທີ່ມັກກິນ ກ້ວຍນໍ້າ ເປັນປະຈຳ ຕ້ອງຟັງທາງນີ້! ເຖິງວ່າກ້ວຍນໍ້າ ຈະມີຄຸນປະໂຫຍດຫຼວງຫຼາຍ ແຕ່ຖ້າກິນບໍ່ຖືກວິທີ ຫຼື ບໍ່ລະວັງ ຈາກທີ່ຈະໄດ້ປະໂຫຍດ ກໍອາດຈະກາຍເປັນໂທດຕໍ່ຮ່າງກາຍໄດ້.
ນີ້ຄື 3 ຈຸດສຳຄັນທີ່ທ່ານຕ້ອງຮູ້:
1️⃣ ຢ່າກິນຕອນທ້ອງຫວ່າງເກີນໄປ ❌
ການກິນກ້ວຍນໍ້າຕອນທ້ອງຫວ່າງ ຈະເຮັດໃຫ້ຮ່າງກາຍໄດ້ຮັບ ທາດແມກນີຊຽມ (Magnesium) ໃນປະລິມານທີ່ສູງເກີນໄປຢ່າງວ່ອງໄວ ເຊິ່ງສົ່ງຜົນກະທົບຕໍ່ຄວາມສົມດຸນຂອງແຮ່ທາດໃນເລືອດ ແລະ ອາດເຮັດໃຫ້ລະບົບຫົວໃຈເຮັດວຽກໜັກຂຶ້ນ.
2️⃣ ຜູ້ປ່ວຍພະຍາດໄຂ່ຫຼັງ ຕ້ອງລະວັງເປັນພິເສດ 🩺
ກ້ວຍນໍ້າ ອຸດົມໄປດ້ວຍ ໂພແທດຊຽມ (Potassium). ສໍາລັບຄົນທົ່ວໄປແມ່ນດີຫຼາຍ ແຕ່ສຳລັບຜູ້ທີ່ມີບັນຫາເລື່ອງພະຍາດໄຂ່ຫຼັງ ທີ່ບໍ່ສາມາດຂັບແຮ່ທາດສ່ວນເກີນອອກໄດ້ ມັນອາດເຮັດໃຫ້ເກີດພາວະຫົວໃຈເຕັ້ນຜິດຈັງຫວະ ແລະ ເປັນອັນຕະລາຍເຖິງຊີວິດ.
3️⃣ ລະດັບຄວາມສຸກ… ປ່ຽນຄ່ານໍ້າຕານ 📈
ກ້ວຍຍິ່ງສຸກຄັກເທົ່າໃດ ຄ່ານໍ້າຕານ ແລະ ດັດສະນີນໍ້າຕານ (GI) ຍິ່ງສູງຂຶ້ນເທົ່ານັ້ນ. ໃຜທີ່ມີບັນຫາເລື່ອງເບົາຫວານ ຫຼື ຕ້ອງການຄວບຄຸມນໍ້າໜັກ ຄວນເລືອກກິນກ້ວຍທີ່ຫາກໍ່ເລີ່ມສຸກ (ບໍ່ໃຫ້ສຸກຫຼາຍເກີນໄປ) ເພື່ອປ້ອງກັນບໍ່ໃຫ້ລະດັບນໍ້າຕານໃນເລືອດຂຶ້ນສູງ.
ກິນເພື່ອສຸຂະພາບ ຕ້ອງກິນໃຫ້ຖືກວິທີ ແລະ ພໍດີກັບຮ່າງກາຍ 💡
💬 ແລ້ວທຸກຄົນເດ? ມັກກິນກ້ວຍນໍ້າຕອນມັນສຸກລະດັບໃດ? (ເຫີ່ມ, ສຸກພໍດີ ຫຼື ສຸກຫຼາຍ) ຄອມເມັ້ນມາບອກກັນແດ່! 👇