ໄຂຂໍ້ຂ້ອງໃຈ: “ດອກຢາງ” ບໍ່ໄດ້ມີໄວ້ເພື່ອໃຫ້ລົດເກາະຖະໜົນ ແລ້ວໜ້າທີ່ແທ້ຈິງແມ່ນຫຍັງ?

Life | ຫຼາຍຄົນຍັງເຂົ້າໃຈຜິດ! ຄິດວ່າການທີ່ລົດເກາະຖະໜົນໄດ້ດີ ເປັນຍ້ອນເຮົາມີ “ດອກຢາງ” ທີ່ເລິກແລະໜາ… ແຕ່ໃນຄວາມເປັນຈິງແລ້ວ ມັນກົງກັນຂ້າມເລີຍ! ❌
ເພາະສິ່ງທີ່ເຮັດໃຫ້ລົດເກາະຖະໜົນໄດ້ດີທີ່ສຸດ ກໍຄື “ໜ້າຢາງລຽບໆ ທີ່ສຳຜັດກັບພື້ນສະໜິດ” (ຄືກັນກັບລົດແຂ່ງສູດໜຶ່ງ F1 ທີ່ໃຊ້ຢາງຫົວໂລ້ນໃນສະໜາມແຫ້ງ ເພື່ອໃຫ້ເກາະຖະໜົນໄດ້ສູງສຸດ) 🏎🟀
🌊 ແລ້ວ “ດອກຢາງ” ມີໄວ້ເຮັດຫຍັງ?
ໜ້າທີ່ແທ້ຈິງແລະສຳຄັນທີ່ສຸດຂອງດອກຢາງຄື “ການຮີດນ້ຳ”!
ເມື່ອຝົນຕົກ ຫຼື ຖະໜົນປຽກ: ດອກຢາງແລະຮ່ອງຢາງຈະເຮັດໜ້າທີ່ເປັນຮ່ອງລະບາຍນ້ຳ ອອກຈາກໜ້າຢາງຢ່າງໄວວາ.
ປ້ອງກັນການເຫີນນ້ຳ (Hydroplaning): ຖ້າບໍ່ມີດອກຢາງ ນ້ຳຈະກາຍເປັນແຜ່ນບາງໆ ຂັ້ນກາງລະຫວ່າງຢາງກັບພື້ນຖະໜົນ ເຮັດໃຫ້ລົດເສຍການຊົງຕົວ ແລະ ລອຍເຄວ້ງທັນທີ.
💡 ສະຫຼຸບງ່າຍໆ: ດອກຢາງບໍ່ໄດ້ຊ່ວຍໃຫ້ເກາະຖະໜົນໃນສະພາບປົກກະຕິ ແຕ່ມັນມີໄວ້ “ຊ່ວຍຊີວິດ” ທ່ານໃນເວລາທີ່ຖະໜົນປຽກ ເພື່ອໃຫ້ຢາງຍັງສາມາດສຳຜັດກັບພື້ນຖະໜົນໄດ້ນັ້ນເອງ!
🔍 ຕອນນີ້ຢາງລົດຂອງທ່ານຍັງປອດໄພຢູ່ຫຼືບໍ່? ລອງໄປກວດເບິ່ງດອກຢາງດ່ວນເລີຍເດີ້ ຖ້າເລີ່ມມົນ ຫຼື ໝົດແລ້ວ ຟ້າວປ່ຽນເພື່ອຄວາມປອດໄພໃນລະດູຝົນນີ້!