ໃນໄລຍະ 6 ເດືອນຕົ້ນປີ 2026 ເສດຖະກິດຂອງປະເທດເຮົາ ຂະຫຍາຍຕົວໃນລະດັບ 5 %, ຄິດເປັນມູນຄ່າໃນປີ ເທົ່າກັບ 199.987 ຕື້ກີບ ເທົ່າກັບ 48% ຂອງແຜນການ.




ອີງຕາມບົດລາຍງານໂດຍສັງເຂບ ໃນການສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານ ແຫ່ງລັດ ແລະ ແຜນເງິນຕາ ໄລຍະ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026, ທີ່ສະເໜີໂດຍ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ,ໃນວັນທີ 6 ກໍລະກົດ 2026 ຕາມວາລະການດຳເນີນກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດຊຸດທີ X, ເຊິ່ງເນື້ອໃນບົດລາຍງານປະກອບ ມີ 3 ພາກ: ພາກທີ 1 ສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ໃນໄລຍະ 6 ເດືອນຕົ້ນປີ 2026, ພາກທີ 2 ສະເໜີທິດທາງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ໃນໄລຍະ 6 ເດືອນ ທ້າຍປີ 2026 ແລະ ພາກທີ 3 ຂໍ້ສະເໜີ ຕໍ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ – ສັງຄົມແຫ່ງຊາດ ໃນໄລຍະ 6 ເດືອນຕົ້ນປີ 2026, ເຖິງແມ່ນວ່າການສະໜອງ ແລະ ລາຄານໍ້າມັນເຊື້ອໄຟທີ່ສູງຂຶ້ນ ເປັນຕົ້ນເຮັດໃຫ້ອັດຕາເງິນເຟີ້ເໜັງຕີງເພີ່ມຂຶ້ນ ແລະ ລາຄາສິນຄ້າກໍເໜັງຕີງໄປຕາມ, ນອກນັ້ນຍັງມີບັນຫາໄພທໍາມະຊາດ ( ອາກາດຮ້ອນ ແລະ ພະຍຸໝາກເຫັບ ) ທີ່ສົ່ງຜົນກະທົບເຮັດ ໃຫ້ເຮືອນຊານຂອງປະຊາຊົນເປ່ເພຈໍານວນບໍ່ໜ້ອຍ ແລະ ອຶ່ນໆ, ແຕ່ພາຍໃຕ້ການນໍາພາ-ຊີ້ນໍາຂອງກົມ ການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ; ການຕິດຕາມກວດກາ ຂອງສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງ ແລະ ການບໍລິຫານດ້ວຍຄວາມຕັ້ງໜ້າຂອງລັດຖະບານ ກໍຄືອົງການປົກຄອງ ທ້ອງຖິ່ນໂດຍໄດ້ດໍາເນີນມາດຕະການຈໍານວນໜຶ່ງ ເພື່ອຫຼຼຸດຜ່ອນຜົນກະທົບຕໍ່ການພັດທະນາ ໄດ້ເຮັດໃຫ້ເສດຖະກິດ-ສັງຄົມແຫ່ງຊາດ ໃນໄລຍະ 6 ເດືອນຕົ້ນປີ 2026 ສືບຕໍ່ຂະຫຍາຍຕົວດີ, ສະແດງອອກໃນໄລຍະ 6 ເດືອນຕົ້ນປີ 2026 ເສດຖະກິດຂອງປະເທດເຮົາ ຂະຫຍາຍຕົວໃນລະດັບ 5 %, ຄິດເປັນມູນຄ່າໃນປີ ເທົ່າກັບ 199.987 ຕື້ກີບ ເທົ່າກັບ 48% ຂອງແຜນການ (ມະຕິສະພາ: 417,523 ຕື້ກີບ), ໃນນີ້ : ຂະແໜງກະສິກໍາ: ຂະຫຍາຍຕົວ 4.3% ກວມເອົາ 17.4% (ມະຕິສະພາ: ຂະຫຍາຍຕົວ 4.6%, ກວມເອົາ 21.9%); ຂະແໜງອຸດສາຫະກໍາ ຂະຫຍາຍຕົວ 5.1% ກວມເອົາ 35.0% (ມະຕິ ສະພາ: ຂະຫຍາຍຕົວ 5.1%, ກວມເອົາ 31.1%); ຂະແໜງບໍລິການ ຂະຫຍາຍຕົວ 5.3% ກວມເອົາ 37.2% (ມະຕິສະພາ: ຂະຫຍາຍຕົວ 6.6%, ກວມເອົາ 36.6%) ແລະ ພາສີ-ອາກອນຜະລິດຕະພັນ ສຸດທິ ຂະຫຍາຍຕົວ 4.9% ກວມເອົາ 10.5% (ມະຕິສະພາ: ຂະຫຍາຍຕົວ 4%, ກວມເອົາ 10.4%). ໃນນີ້ໄດ້ສຸມໃສ່ຂະຫຍາຍຖານລາຍຮັບ ແລະ ຫັນເປັນທັນສະໄໝການຄຸ້ມຄອງງົບປະມານ, ໄປຄຽງຄູ່ກັບການປະຕິບັດມາດຕະການອັດຊ່ອງຫວ່າງການຮົ່ວໄຫຼ ໃນການຈັດເກັບລາຍຮັບງົບປະມານ. ຜ່ານການປະຕິບັດໃນ 6 ເດືອນຕົ້ນປີ ສາມາດເຮັດໃຫ້ລາຍຮັບມີທ່າອ່ຽງເພີ່ມຂຶ້ນ ໃນນີ້ເກັບລາຍຮັບໄດ້ 44,956 ຕື້ກີບ ເທົ່າກັບ 54% ຂອງແຜນການ, ທຽບໃສ່ໄລຍະດຽວກັນເພີ່ມຂື້ນ 19% ເປັນເງິນປະມານ 7,198 ຕື້ກີບ, ສໍາລັບລາຍຈ່າຍທັງໝົດ ປະຕິບັດໄດ້ 30,126 ຕື້ກີບ ເທົ່າກັບ 37% ຂອງແຜນການ. ການບໍລິຫານໜີ້ສິນ ແມ່ນໄດ້ສຸມໃສ່ແກ້ໄຂໜີ້ສິນລົງທຶນຂອງລັດ, ປີ 2026 ໄດ້ຂຶ້ນແຜນຊໍາລະ ໜີ້ສິນໂຄງການລົງທຶນຂອງລັດ ທັງໝົດ ຈໍານວນ 1.773 ຕື້ກີບ ໃນ 6 ເດືອນ ຕົ້ນປີ ສາມາດຈັດຕັ້ງ ປະຕິບັດໄດ້ 681 ຕື້ກີບ ເທົ່າກັບ 38% ຂອງແຜນການ; ສ່ວນໜີ້ສິນຕ່າງປະເທດ ແມ່ນສາມາດຊໍາລະໄດ້ ຕາມສັນຍາ ໂດຍແມ່ນເງິນຈາກລາຍຮັບພາຍໃນ (ບໍ່ມີການກູ້ຢືມເພື່ອມາໃຊ້ໜີ້ ); ທະນາຄານແຫ່ງ ສປປ ລາວ ສາມາດແກ້ໄຂສະພາບໜີ້ ແລະ ເກັບໜີ້ເງິນກູ້ໄດ້ທຽບເທົ່າ 1,720.49 ຕື້ກີບ.
ສ່ວນທິດທາງແຜນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມໃນໄລຍະ 6 ເດືອນທ້າຍປີ 2026 ຈະສຶບຕໍ່ການຮັບປະກັນສະຖຽນລະພາບການເມືອງຢ່າງໜັກແໜ້ນໃຫ້ສັງຄົມມີຄວາມສະຫງົບສຸກ ຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ, ສຶບຕໍ່ຊຸກຍູ້ການເຕີບໂຕເສດຖະກິດໃຫ້ບັນລຸໄດ້ໃນລະດັບ 5%, GDP ສະເລ່ຍລາຍຮັບຕໍ່ຫົວຄົນໃຫ້ໄດ້ 2,238 ໂດລາສະຫະລັດ, ຊຸກຍູ້ສົ່ງເສີມການຜະລິດອາຫານໃຫ້ໄດ້ຕາມແຜນ, ການຜະລິດແຮ່ສົ່ງອອກ, ສືບຕໍ່ພັດທະນາບັນດາໂຄງການພະລັງງານໄຟຟ້າສະອາດ ແລະ ໂຄງການອື່ນໆ ພ້ອມທັງໂຄສະນາ ເພື່ອດຶງດູດນັກທ່ອງທ່ຽວທັງພາຍໃນ – ຕ່າງປະເທດໃຫ້ເພີ່ມຂື້ນຄຽງຄູ່ກັບການອໍານວຍຄວາມສະດວກການເຂົ້າ-ອອກ ແລະ ແກ້ໄຂຕົ້ນທຶນການຂົນສົ່ງໂດຍສານ ເພື່ອສູ້ຊົນໃຫ້ມີນັກທ່ອງທ່ຽວຕ່າງປະເທດບັນລຸ 4.46 ລ້ານເທື່ອຄົນ.
ดูน้อยลง