ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ຜົນຂອງກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ I ປະຈຳປີ 2026

ກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ I ປະຈຳປີ 2026 ໄດ້ດຳເນີນແຕ່ວັນທີ 24-25 ມິຖຸນາ 2026 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ປະທານຄະນະກຳມະການປົກຄອງ ນະຄອນຫຼວງວຽນຈັນ ແລະ ບັນດາແຂວງ, ພ້ອມດ້ວຍຜູ້ຕາງໜ້າອົງການຈັດຕັ້ງພັກ-ລັດ ທຽບເທົ່າຂັ້ນສູນກາງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື, ປະກອບຄຳເຫັນ ແລະ ພິຈາລະນາຕໍ່ບັນດາຫົວຂໍ້ໃນ 2 ວາລະສຳຄັນ ຄື: ສະຫຼຸບວຽກງານພົ້ນເດັ່ນ 6 ເດືອນຕົ້ນປີ ແລະ ແຜນວຽກຈຸດສຸມໄລຍະ 6 ເດືອນທ້າຍປີ 2026 ຂອງລັດຖະບານ; ຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາ ໄລຍະ 6 ເດືອນຕົ້ນປີ ແລະ ແຜນວຽກຈຸດສຸມໄລຍະ 6 ເດືອນທ້າຍປີ 2026.

ເຊິ່ງໃນ 6 ເດືອນຕົ້ນປີຜ່ານມາ: ລັດຖະບານໄດ້ສຸມໃສ່ການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປະຈຳປີ 2026 ແລະ ມະຕິກອງປະຊຸມສະພາແຫ່ງຊາດ ເລກທີ 177/ສພຊ, ລົງວັນທີ 21 ພະຈິກ 2025 ວ່າດ້ວຍການຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປະຈຳປີ 2026 ເຊິ່ງມີຜົນສຳເລັດຫຼາຍດ້ານ ເປັນຕົ້ນແມ່ນ: ທົ່ວປະເທດສືບຕໍ່ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ; ໄດ້ເອົາໃຈໃສ່ເກັບກູ້ອາວຸດ, ວັດຖຸລະເບີດ, ແກ້ໄຂບັນຫາຢາເສບຕິດ, ແກ້ງສະແກມເມີ (Scammer), ການລັກລອບຂຸດຄົ້ນແຮ່ທາດ, ການນຳເຂົ້າ ແລະ ນຳໃຊ້ພາຫະນະບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ. ເຊິ່ງສາມາດມ້າງຄະດີຢາເສບຕິດໄດ້ 1.786 ເລື່ອງ, ຈັບຜູ້ຖືກຫາໄດ້ 4.025 ຄົນ; ຈັບກຸ່ມແກ້ງສະແກມເມີໄດ້ 20 ຄັ້ງ, ກັກຕົວຜູ້ຖືກຫາໄດ້ຈຳນວນ 2.652 ຄົນ (ລວມມີຄົນລາວ ແລະ ຄົນຕ່າງປະເທດ) ພ້ອມທັງຍຶດຂອງກາງໄດ້ຫຼາຍສົມຄວນ; ຈັບຜູ້ລັກລອບຂຸດຄົ້ນແຮ່ທາດຢູ່ 12 ແຂວງ ແລະ ນະຄອນຫຼວງວຽນຈັນ ພົບຜູ້ກະທຳຜິດ 153 ຄົນ (ມີທັງຄົນລາວ ແລະ ຄົນຕ່າງປະເທດ), ຍຶດລົດຈົກໄດ້ 72 ຄັນ, ລົດດ້າມ 3 ຄັນ, ລົດຕັກ 1 ຄັນ, ເຮືອ 10 ລຳ, ລົດກະບະ 5 ຄັນ ແລະ ອຸປະກອນອື່ນໆ.

ດ້ານເສດຖະກິດ ຂະຫຍາຍຕົວໃນລະດັບ 5%; ສາມາດເກັບລາຍຮັບງົບປະມານໄດ້ 52% ຂອງແຜນການປີ, ປະຕິບັດແຜນລາຍຈ່າຍງົບປະມານໄດ້ 34% ຂອງແຜນການປີ, ສະສົມຄັງສຳຮອງເງິນຕາຕ່າງປະເທດກຸ້ມການນຳເຂົ້າບໍ່ຫຼຸດ 5 ເດືອນ, ແລະ ຄວບຄຸມອັດຕາເງິນເຟີ້ສະເລ່ຍຢູ່ໃນລະດັບ 8%. ພ້ອມກັນນັ້ນ, ການກໍ່ສ້າງ-ປັບປຸງໂຄງລ່າງພື້ນຖານເສັ້ນທາງ-ຂົວ, ການຜະລິດສິນຄ້າຮັບໃຊ້ພາຍໃນ ແລະ ສົ່ງອອກ, ການພັດທະນາວຽກງານການສຶກສາ, ສາທາລະນະສຸກ, ພະລັງງານໄຟຟ້າ, ການຄຸ້ມຄອງ-ດຶງດູດການລົງທຶນ, ການອອກໃບຕາດິນ, ການຄຸ້ມຄອງ-ພັດທະນາສີມືແຮງງານ, ການພັດທະນາພື້ນຖານໂຄງລ່າງການທ່ອງທ່ຽວ, ການສ້າງ ແລະ ປັບປຸງກົດໝາຍ, ການແກ້ໄຂບັນຫາຂາດເຂີນນ້ຳມັນເຊື້ອໄຟ, ການເຄື່ອນໄຫວວຽກງານການຕ່າງປະເທດ, ການປັບປຸງການຈັດຕັ້ງແຕ່ລະຂັ້ນ, ການປະກາດສ້າງຕັ້ງຕາແສງ ແລະ ອື່ນໆ ລ້ວນແຕ່ມີຄວາມຄືບໜ້າດີ.

ຄຽງຄູ່ກັບຜົນສຳເລັດດັ່ງກ່າວ, ກໍຍັງມີວຽກງານຈຳນວນໜຶ່ງທີ່ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂໃຫ້ມີການຫັນປ່ຽນດີຂຶ້ນກວ່າເກົ່າ ເປັນຕົ້ນແມ່ນ ບັນຫາປະກົດການຫຍໍ້ທໍ້ໃນສັງຄົມ, ການຫັນເປັນທັນສະໄໝຍັງຊັກຊ້າ, ການຄຸ້ມຄອງໂຄງການຂຸດຄົ້ນແຮ່ທາດ, ການນຳເຂົ້າສິນຄ້າຟຸມເຟືອຍ, ການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ, ການລັກລອບຕັດໄມ້, ຊື້-ຂາຍ ແລະ ເຄື່ອນຍ້າຍໄມ້, ການປົກປັກຮັກສາສິ່ງແວດລ້ອມ, ການນຳໃຊ້ຊັບສິນຂອງລັດຍັງຟຸມເຟືອຍ, ແລະ ການເຄົາລົບປະຕິບັດກົດໝາຍ-ລະບຽບການ.

ສຳລັບແຜນວຽກຈຸດສຸມ 6 ເດືອນທ້າຍປີ 2026: ລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນ ຈະຕ້ອງໄດ້ສືບຕໍ່ສຸມໃສ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ; ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030), ມະຕິວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່, ມະຕິຂອງສະພາແຫ່ງຊາດ ສະບັບເລກທີ 177/ສພຊ ວ່າດ້ວຍການຮັບຮອງທິດທາງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປະຈຳປີ 2026, ດຳລັດ 08/ລບ ວ່າດ້ວຍການກຳນົດໜ້າວຽກ ແລະ ແບ່ງຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈຳປີ 2026.

ພ້ອມດຽວກັນນັ້ນ, ພວກເຮົາກໍຕ້ອງໄດ້ພ້ອມກັນແກ້ໄຂບັນຫາເຄັ່ງຮ້ອນ ຕາມການຊີ້ນຳຂອງທ່ານ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໃນກອງປະຊຸມຄັ້ງປະຖົມມະລຶກຂອງລັດຖະບານ ຊຸດທີ X (ທິດຊີ້ນຳ 9 ຂໍ້) ແລະ ໃນກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ໂດຍສະເພາະໃຫ້ເອົາໃຈໃສ່ແກ້ໄຂບັນຫາຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ; ການຮັກສາສະຖຽນລະພາບທາງດ້ານເງິນຕາ-ອັດຕາແລກປ່ຽນ; ຮັບປະກັນບໍ່ໃຫ້ຂາດແຄນນ້ຳມັນເຊື້ອໄຟ; ຄຸ້ມຄອງລາຄາສິນຄ້າ, ຄ່າຄອງຊີບ, ແລະ ອັດຕາເງິນເຟີ້ບໍ່ໃຫ້ເພີ່ມສູງຂຶ້ນ; ສຸມໃສ່ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ຕາມ 12 ໜ້າວຽກໃຫຍ່ ຄື:

1. ສືບຕໍ່ສຸມໃສ່ການຮັບປະກັນສະຖຽນລະພາບທາງດ້ານການເມືອງໃຫ້ໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ ໂດຍເອົາໃຈໃສ່ວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ເຂດຫ່າງໄກສອກຫຼີກ, ເຂດຫຼໍ່ແຫຼມຕາມຊາຍແດນໃຫ້ເຂັ້ມແຂງ; ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ເປັນຕົ້ນແມ່ນ: ເອົາໃຈໃສ່ໃນການກວດກາ, ຄວບຄຸມ, ສະກັດກັ້ນ, ຕ້ານ ແລະ ແກ້ໄຂຢາເສບຕິດໃນຂອບເຂດທົ່ວປະເທດໃຫ້ເປັນລະບົບ; ສຸມໃສ່ແກ້ໄຂອາດຊະຍາກຳທາງຄອມພິວເຕີ ໂດຍສະເພາະແມ່ນກຸ່ມແກ້ງສະແກມເມີ ທີ່ພວມລະບາດຢ່າງກວ້າງຂວາງ ແລະ ສ້າງຄວາມເດືອດຮ້ອນໃຫ້ແກ່ປະຊາຊົນ; ຄຽງຄູ່ກັບການແກ້ໄຂບັນຫາອຸບັດຕິເຫດຕາມທ້ອງຖະໜົນ ແລະ ບັນຫາຫຍໍ້ທໍ້ອື່ນໆ ໃຫ້ມີຄວາມຄືບໜ້າ ແລະ ຫຼຸດລົງ. ໃຫ້ທຸກພາກສ່ວນກະກຽມຄວາມພ້ອມຮອບດ້ານຮັບມືກັບໄພພິບັດທີ່ອາດຈະເກີດຂຶ້ນໃນຕໍ່ໜ້າ ເພື່ອຮັບປະກັນຄວາມປອດໄພທາງດ້ານຊີວິດ ແລະ ຊັບສິນຂອງປະຊາຊົນ; ຕ້ອງມີການວາງແຜນແຕ່ຫົວທີ, ມີລະບົບເຕືອນໄພທຳມະຊາດຢ່າງທັນການ; ເອົາໃຈໃສ່ບໍລິຫານ-ຈັດການນ້ຳຂອງບັນດາເຂື່ອນໄຟຟ້າໃຫ້ດີ ແລະ ກະກຽມຄວາມພ້ອມໃນການເຄື່ອນຍ້າຍປະຊາຊົນ, ການຊ່ວຍເຫຼືອ ແລະ ບັນເທົາທຸກໃຫ້ແກ່ປະຊາຊົນ ຖ້າຫາກໄພພິບັດເກີດຂຶ້ນ.

2. ເອົາໃຈໃສ່ສູ້ຊົນເກັບລາຍຮັບງົບປະມານ ໂດຍສຸມໃສ່ການສ້າງນະໂຍບາຍຊຸກຍູ້ສົ່ງເສີມໃຫ້ມີຫົວໜ່ວຍລາຍຮັບໃໝ່ເພີ່ມຂຶ້ນ, ຍູ້ແຮງການຫັນເປັນທັນສະໄໝໃນການເກັບລາຍຮັບ, ຄົ້ນຄວ້າປັບປຸງລະບຽບການ ແລະ ມາດຕະການກ່ຽວກັບການກຳນົດຄ່າທຳນຽມ ແລະ ຄ່າບໍລິການ ຄຽງຄູ່ກັບການຄຸ້ມຄອງລາຍຈ່າຍງົບປະມານໃຫ້ໄປຕາມແຜນການ ແລະ ມີປະສິດທິຜົນ; ໃຫ້ສົ່ງເສີມການປະຢັດ ແລະ ຕ້ານການຟຸມເຟືອຍທົ່ວສັງຄົມ ໂດຍຄົ້ນຄວ້າວາງມາດຕະການໃໝ່ໃຫ້ສອດຄ່ອງ ແລະ ສາມາດປະຕິບັດໄດ້ ບໍ່ໃຫ້ວາງອອກແບບລວມໆ, ຄວນມີການວາງມາດຕະການໃຫ້ມີລັກສະນະເຈາະຈົງວ່າ ອັນໃດແມ່ນການປະຢັດ, ອັນໃດແມ່ນການຟຸມເຟືອຍ, ແລະ ການຟຸມເຟືອຍແບບໃດຈະມີການລົງວິໄນ; ລັດຖະບານກໍຕ້ອງເປັນແບບຢ່າງນຳໜ້າໃນການປະຢັດ ເຊັ່ນ: ເລີ່ມຈາກການປະຢັດການນຳໃຊ້ໄຟຟ້າ, ນ້ຳປະປາ; ຫຼຸດຜ່ອນການໃຊ້ຈ່າຍບໍລິຫານທີ່ບໍ່ສົມເຫດສົມຜົນ, ລວມທັງການໄປເຄື່ອນໄຫວວຽກງານຢູ່ຕ່າງປະເທດທີ່ບໍ່ຈຳເປັນ; ປູກຈິດສຳນຶກຊາດນິຍົມ, ສົ່ງເສີມການຊົມໃຊ້ຜະລິດຕະພັນພາຍໃນປະເທດ; ສືບຕໍ່ປັບປຸງບັນດາລັດວິສາຫະກິດໃຫ້ເຂັ້ມແຂງ ແລະ ດຳເນີນທຸລະກິດໃຫ້ມີປະສິດທິພາບ; ສຸມໃສ່ປະຕິບັດມາດຕະການຕ່າງໆ ເພື່ອສືບຕໍ່ຮັກສາສະຖຽນລະພາບເງິນຕາແຫ່ງຊາດ, ສູ້ຊົນສະສົມຄັງສຳຮອງເງິນຕາຕ່າງປະເທດກຸ້ມການນຳເຂົ້າໃຫ້ໄດ້ຕາມແຜນການ.

3. ສືບຕໍ່ຊຸກຍູ້ ແລະ ສົ່ງເສີມການຜະລິດພາຍໃນເພື່ອທົດແທນການນຳເຂົ້າ ບັນດາພື້ນຖານການຜະລິດທີ່ມີທ່າແຮງ ເປັນຕົ້ນແມ່ນ ສະບຽງອາຫານ, ແນວພັນພືດ, ຫົວອາຫານສັດ, ຝຸ່ນຊີວະພາບ ແລະ ປຸຍ; ຊຸກຍູ້, ສົ່ງເສີມການຜະລິດ ແລະ ການປຸງແຕ່ງຜະລິດຕະພັນກະສິກຳ ແລະ ອຸດສາຫະກຳ ເພື່ອເປັນສິນຄ້າສົ່ງອອກທີ່ມີມູນຄ່າເພີ່ມສູງຂຶ້ນ ທັງຮັບປະກັນດ້ານປະລິມານ, ຄຸນນະພາບ ແລະ ສາມາດແຂ່ງຂັນໄດ້; ເອົາໃຈໃສ່ຄຸ້ມຄອງລາຄາສິນຄ້າທີ່ຮັບໃຊ້ຊີວິດປະຈຳວັນໃຫ້ມີຄວາມສອດຄ່ອງກັບສະພາບເສດຖະກິດຕົວຈິງ; ສົ່ງເສີມ ແລະ ພັດທະນາຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (MSMEs) ໃຫ້ເຂັ້ມແຂງ ດ້ວຍການສືບຕໍ່ປະຕິບັດນະໂຍບາຍສິນເຊື່ອເພື່ອກະຕຸ້ນເສດຖະກິດ, ກະຈາຍແຫຼ່ງທຶນ ແລະ ບັນດາກອງທຶນຕ່າງໆໃຫ້ມີປະສິດທິຜົນ; ສືບຕໍ່ດັດສົມບໍລິສັດນຳເຂົ້ານ້ຳມັນເຊື້ອໄຟ ແລະ ດັດສົມບໍລິສັດນຳເຂົ້າລົດທີ່ມີຈຳນວນຫຼາຍໃຫ້ຫຼຸດລົງເພື່ອໃຫ້ຄຸ້ມຄອງງ່າຍ; ສົ່ງເສີມການນຳໃຊ້ລົດໄຟຟ້າ, ການນຳໃຊ້ພະລັງງານສະອາດ ໂດຍສະເພາະການສົ່ງເສີມຄົວເຮືອນຕິດຕັ້ງພະລັງງານແສງຕາເວັນເທິງຫຼັງຄາເຮືອນ (Solar Rooftop) ໃຫ້ແຂງແຮງ ແລະ ເປັນຮູບປະທຳກວ່າເກົ່າ; ພ້ອມທັງຮີບຮ້ອນຄົ້ນຄວ້າຮູບແບບການລົງທຶນໂຄງການພື້ນຖານໂຄງລ່າງທໍ່ສົ່ງນ້ຳມັນ ຫວຽດນາມ-ລາວ ໃຫ້ສຳເລັດຕາມແຜນການທີ່ວາງໄວ້; ພ້ອມດຽວກັນນີ້, ກໍໃຫ້ສືບຕໍ່ແກ້ໄຂການລັກລອບຂຸດຄົ້ນແຮ່ທາດ, ລັກລອບຂຸດຄົ້ນຄຳຕົກຂ້ອນ ແລະ ການຂຸດຄົ້ນໄມ້ທີ່ບໍ່ຖືກຕ້ອງຢ່າງເດັດຂາດ ແລະ ເຂັ້ມງວດ.

4. ຊຸກຍູ້ແຮງການຜະລິດສະບຽງອາຫານ ແລະ ການຜະລິດສິນຄ້າກະສິກຳທີ່ມີທ່າແຮງ, ສືບຕໍ່ຂຶ້ນທະບຽນອອກໃບຕາດິນໃຫ້ສຳເລັດຕາມແຜນການ, ພ້ອມທັງອອກແຈ້ງການກ່ຽວກັບການຂຶ້ນທະບຽນອອກໃບຕາດິນ, ການຫັນປ່ຽນກຳມະສິດທີ່ດິນ ຕ້ອງຊຳລະຄ່າທຳນຽມ, ຄ່າຊື້ຂາຍສິດນຳໃຊ້ທີ່ດິນ ແລະ ທຸລະກຳຕ່າງໆກ່ຽວກັບທີ່ດິນ ແມ່ນໃຫ້ຊຳລະຜ່ານລະບົບທະນາຄານ.

5. ສຸມໃສ່ປັບປຸງ ແລະ ກໍ່ສ້າງບັນດາເສັ້ນທາງຄົມມະນາຄົມທາງບົກ, ທາງນ້ຳ ແລະ ທາງອາກາດ ຕາມແລວທາງເສດຖະກິດຕ່າງໆ, ທາງຫຼວງແຫ່ງຊາດ ແລະ ທາງຫຼວງຂອງທ້ອງຖິ່ນ, ລວມທັງການປັບປຸງບັນດາໂຄງລ່າງທີ່ໄດ້ຮັບຜົນກະທົບຈາກໄພພິບັດໃນແຕ່ລະໄລຍະ; ສືບຕໍ່ຊຸກຍູ້ນັກລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດ ກໍ່ສ້າງເສັ້ນທາງດ່ວນ ວຽນຈັນ-ຮ່າໂນຍ, ວຽນຈັນ-ບໍ່ເຕັນ, ທາງລົດໄຟ ທ່າແຂກ ຫາ ຫວຸງອາງ ແລະ ທາງດ່ວນອື່ນໆ. ພ້ອມນັ້ນ, ກໍເອົາໃຈໃສ່ຕິດຕາມ, ຊຸກຍູ້ໂຄງການຮູບແບບສັນຍາປະສົມປະສານ (OPBRC ແລະ PRTC) ແລະ ອອກແຈ້ງການກ່ຽວກັບການຊຳລະສະສາງໃນການຊື້-ຂາຍພາຫະນະຜ່ານລະບົບທະນາຄານ; ຮີບຮ້ອນຈັດຕັ້ງປະຕິບັດການນຳໃຊ້ທະບຽນລົດສຳລັບລົດໄຟຟ້າ.

6. ຍູ້ແຮງການພັດທະນາພື້ນຖານເສດຖະກິດດິຈິຕອນໃຫ້ແຂງແຮງ, ສາມາດເປັນຂະແໜງທ່າແຮງສະໜັບສະໜູນແກ່ການເຕີບໃຫຍ່ຂອງຂະແໜງເສດຖະກິດປາຍແຫຼມ.

7. ເອົາໃຈໃສ່ຈັດຕັ້ງປະຕິບັດບັນດາຄາດໝາຍຂອງຂະແໜງວັດທະນະທຳ-ສັງຄົມ ທີ່ຍັງມີຄວາມຄືບໜ້ານ້ອຍ ເປັນຕົ້ນແມ່ນ ການສົ່ງເສີມການເຂົ້າຮຽນ ແລະ ປັບປຸງຄຸນນະພາບການຮຽນ-ການສອນໃນທຸກຊັ້ນທຸກສາຍ, ສືບຕໍ່ແກ້ໄຂບັນຫາການຂາດແຄນຄູ ແລະ ການປະລະການຮຽນ; ກະກຽມຄວາມພ້ອມຮອບດ້ານໃຫ້ແກ່ການນຳໃຊ້ລະບົບຫຼັກສູດສາມັນສຶກສາ (6+3+3); ສົ່ງເສີມການເຂົ້າຮຽນອາຊີວະສຶກສາ ແລະ ຝຶກອົບຮົມວິຊາຊີບ.

8. ສືບຕໍ່ນຳໃຊ້ກຳລັງແຮງທົ່ວສັງຄົມເຂົ້າໃນການພັດທະນາກຳລັງແຮງງານໃຫ້ມີສີມື ແລະ ເຂົ້າສູ່ຕະຫຼາດແຮງງານທັງພາຍໃນ ແລະ ຕ່າງປະເທດ, ພັດທະນາລະບົບຂໍ້ມູນຂ່າວສານຕະຫຼາດແຮງງານທີ່ທັນສະໄໝ ເພື່ອສະໜອງຂໍ້ມູນໃຫ້ແກ່ການດັດສົມ, ການສະໜອງກຳລັງແຮງງານໃຫ້ເຂົ້າເຖິງຕຳແໜ່ງງານ ແລະ ຜູ້ໃຊ້ແຮງງານ.

9. ສືບຕໍ່ສຸມໃສ່ປັບປຸງໂຄງລ່າງດ້ານສາທາລະນະສຸກ ທັງສູນກາງ ແລະ ທ້ອງຖິ່ນ, ວຽກງານສົ່ງເສີມສຸຂະພາບແມ່ ແລະ ເດັກ, ວຽກງານກອງທຶນປະກັນສັງຄົມ ແລະ ປະກັນສຸຂະພາບ, ວຽກງານສັກວັກຊີນກັນພະຍາດ ແລະ ວຽກງານຮັກສາສຸຂະພາບຂັ້ນຕົ້ນ, ພ້ອມທັງການສ້າງຄວາມເຂັ້ມແຂງວຽກງານສະກັດກັ້ນ ແລະ ເຝົ້າລະວັງການແຜ່ລະບາດຂອງພະຍາດຕ່າງໆຕາມລະດູການ; ຄຸ້ມຄອງສະຖານທີ່ບໍລິການປິ່ນປົວທັງພາກລັດ ແລະ ພາກທຸລະກິດ ລວມທັງບຸກຄົນ, ນິຕິບຸກຄົນ ທີ່ດຳເນີນການບໍລິການປິ່ນປົວ ແລະ ເສີມຄວາມງາມ.

10. ສຸມໃສ່ປັບປຸງວຽກງານວັດທະນະທຳ ສົ່ງເສີມ ແລະ ອະນຸລັກວັດທະນະທຳ ແລະ ຮີດຄອງປະເພນີຂອງຊາດ ດ້ວຍການພັດທະນາໂຄງລ່າງພື້ນຖານດ້ານວັດທະນະທຳໃຫ້ສົມຄູ່ກັບການຂະຫຍາຍຕົວຂອງວຽກງານໃນປັດຈຸບັນ; ສືບຕໍ່ສຸມໃສ່ປັບປຸງພື້ນຖານໂຄງລ່າງການທ່ອງທ່ຽວ ເປັນຕົ້ນແມ່ນ ສະຖານທີ່ທ່ອງທ່ຽວ, ເສັ້ນທາງ ແລະ ສິ່ງອຳນວຍຄວາມສະດວກດ້ານການທ່ອງທ່ຽວອື່ນໆ.

11. ສຸມໃສ່ສ້າງ ແລະ ປັບປຸງກົດໝາຍໃຫ້ສຳເລັດຕາມແຜນສະພາຮັບຮອງ, ສ້າງນິຕິກຳລຸ່ມກົດໝາຍ ໂດຍສະເພາະນິຕິກຳແນະນຳການປະຕິບັດກົດໝາຍໃຫ້ທັນສະພາບການ. ສຸມໃສ່ປະຕິບັດຄຳຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດໃຫ້ໄດ້ຫຼາຍ ແລະ ໄວຂຶ້ນ.

12. ສືບຕໍ່ກະກຽມໃຫ້ແກ່ການເຄື່ອນໄຫວວຽກງານຕ່າງປະເທດຂອງການນຳຂັ້ນສູງໃຫ້ດີ, ເປັນເຈົ້າການຈັດຕັ້ງປະຕິບັດຜົນກອງປະຊຸມ, ການຢ້ຽມຢາມຕ່າງປະເທດໃຫ້ເປັນຮູບປະທຳ ແລະ ມີໝາກຜົນ ໂດຍສະເພາະບັນດາໂຄງການຮ່ວມມືກັບບັນດາປະເທດເພື່ອນມິດຍຸດທະສາດທີ່ໄດ້ຕົກລົງ ແລະ ລົງນາມຮ່ວມກັນ.

ກອງປະຊຸມເຫັນດີດ້ານຫຼັກການຮັບຮອງເອົາຮ່າງນິຕິກຳ ຈຳນວນ 2 ສະບັບຄື: (1) ຮ່າງຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງຄະນະກຳມະການປົກຄອງຕາແສງ; (2) ຮ່າງວາລະແຫ່ງຊາດ ວ່າດ້ວຍວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ.

ກອງປະຊຸມໄດ້ຊີ້ນຳໃຫ້ພາກສ່ວນກ່ຽວຂ້ອງ ນຳເອົາບັນດາຮ່າງນິຕິກຳດັ່ງກ່າວໄປປັບປຸງຕື່ມບາງດ້ານ ເປັນຕົ້ນແມ່ນ ການຈັດລຽງເນື້ອໃນ ແລະ ໂຄງສ້າງນິຕິກຳ, ການອະທິບາຍຄຳສັບ, ການກຳນົດມາດຖານ-ເງື່ອນໄຂຕ່າງໆ, ການກຳນົດນະໂຍບາຍຕ່າງໆ, ການກຳນົດຈຳນວນບຸກຄະລາກອນໃນໂຄງຮ່າງການຈັດຕັ້ງ, ແລະ ການກຳນົດໜ້າທີ່-ຄວາມຮັບຜິດຊອບ ເພື່ອເຮັດໃຫ້ບັນດານິຕິກຳດັ່ງກ່າວມີເນື້ອໃນຄົບຖ້ວນສົມບູນ, ລະອຽດ-ຈະແຈ້ງ, ຮັດກຸມ, ແທດຕົວຈິງ, ສອດຄ່ອງກັບບັນດາກົດໝາຍ ແລະ ນິຕິກຳໃຕ້ກົດໝາຍທີ່ໄດ້ປະກາດນຳໃຊ້ແລ້ວ, ທັງສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິຜົນ.

ນອກນັ້ນ, ກອງປະຊຸມຍັງໄດ້ຄົ້ນຄວ້າຮ່າງດຳລັດ ວ່າດ້ວຍຕຳແໜ່ງບໍລິຫານຂອງພະນັກງານ-ລັດຖະກອນ (ສະບັບປັບປຸງ) ໂດຍໄດ້ຊີ້ນຳໃຫ້ຂະແໜງການກ່ຽວຂ້ອງນຳໄປສືບຕໍ່ຄົ້ນຄວ້າປັບປຸງ, ລະດົມຄວາມຄິດເຫັນຈາກຫຼາຍພາກສ່ວນ ແລ້ວນຳເຂົ້າພິຈາລະນາໃນກອງປະຊຸມລັດຖະບານຄັ້ງຕໍ່ໄປຕື່ມອີກ.

ໃນຕອນທ້າຍ, ທ່ານ ນາຍົກລັດຖະມົນຕີ ໄດ້ຮຽກຮ້ອງມາຍັງບັນດາທ່ານສະມາຊິກລັດຖະບານ ຈົ່ງນຳເອົາແຜນວຽກຈຸດສຸມ 6 ເດືອນທ້າຍປີ 2026 ທີ່ກອງປະຊຸມໄດ້ເອກະພາບກັນ ໄປປັບປຸງເຂົ້າໃນແຜນວຽກຂອງຂະແໜງການຕົນໃຫ້ລະອຽດ, ມີການແບ່ງຄວາມຮັບຜິດຊອບຈັດຕັ້ງປະຕິບັດແຕ່ລະຂັ້ນ ແລະ ມີຄາດໝາຍເວລາສຳເລັດຊັດເຈນ, ສອດຄ່ອງກັບສະພາບຄວາມເປັນຈິງຂອງແຕ່ລະຂະແໜງການໃຫ້ແຂງແຮງ ແລະ ໄດ້ຮັບຜົນດີ.

ໂດຍ: ສຸກສາຄອນ

ดูน้อยลง