ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ວ່າດ້ວຍ ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ຄັ້ງທີ 89

ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ວ່າດ້ວຍວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ຄັ້ງທີ 89 (COSTI-89) ໄຂຂຶ້ນເປັນທາງການ ໃນຕອນເຊົ້າວັນທີ 23 ມິຖຸນາ 2026 ຢູ່ນະຄອນຫຼວງວຽງຈັນ ທີ່ສປປ ລາວເຮົາ ຮັບກຽດເປັນເຈົ້າພາບ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ສຸກສະຫວາດ ສີຫາປັນຍາ ຫົວໜ້າກົມຄຸ້ມຄອງວິທະຍາສາດ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ແລະ ທ່ານ ປອ ນາກູເລັນດຣານ ກັນກາຢາດກາຣຸຊູ ເຈົ້າໜ້າທີ່ອາວຸໂສ ກະຊວງ ວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກຳ ມາເລເຊຍ. ພ້ອມນີ້ຍັງມີຜູ້ແທນຈາກ 11 ຊາດສະມາຊິກອາຊຽນ ພ້ອມດ້ວຍຕົວແທນຈາກພາກເອກະຊົນ ແລະ ກອງເລຂາອາຊຽນເຂົ້າຮ່ວມ.

ທ່ານ ສຸກສະຫວາດ ສີຫາປັນຍາ ໄດ້ມີຄຳເຫັນກ່າວເປີດກອງປະຊຸມບາງຕອນ ວ່າ: ກອງປະຊຸມໃນຄັ້ງນີ້, ພວກເຮົາພົບວ່າຕົນເອງກຳລັງຢູ່ໃນຈຸດປ່ຽນອັນສຳຄັນ ທ່າມກາງສະພາບການທົ່ວໂລກ ພວມມີການປ່ຽນແປງຢ່າງວ່ອງໄວແບບທີ່ບໍ່ເຄີຍມີມາກ່ອນ, ເຊິ່ງຖືກກຳນົດໂດຍຄວາມກ້າວໜ້າຢ່າງວ່ອງໄວຂອງປັນຍາປະດິດ (AI), ເສດ ຖະກິດດິຈິຕອນ ແລະ ເຕັກໂນໂລຊີສີຂຽວ. ສຳລັບອາຊຽນແລ້ວ, ວຽກງານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ບໍ່ແມ່ນພຽງແຕ່ເຄື່ອງມືເພື່ອການພັດທະນາເທົ່ານັ້ນ ແຕ່ແມ່ນເສົາຄ້ຳອັນສຳຄັນ ທີ່ຈະສ້າງອະນາຄົດຂອງ ອາຊຽນ ໃຫ້ມີຄວາມເຂັ້ມແຂງ, ມີຄວາມສາມາດໃນການແຂ່ງຂັນ ແລະ ມີສ່ວນຮ່ວມຂອງທຸກພາກສ່ວນ, ສະນັ້ນ, ໜ້າທີ່ຂອງພວກເຮົາໃນກອງປະຊຸມຄັ້ງທີ 89 ນີ້ ແມ່ນການສືບຕໍ່ສ້າງຜົນສຳເລັດຈາກໄລຍະຜ່ານມາ ແລະ ເລັ່ງລັດການຈັດຕັ້ງປະຕິບັດແຜນປະຕິບັດງານອາຊຽນ ວ່າດ້ວຍວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ (APASTI) ໃຫ້ເກີດຜົນປະໂຫຍດສູງສຸດ ໂດຍການຫັນປ່ຽນຍຸດທະສາດໄປສູ່ການປະຕິບັດຕົວຈິງ. ພວກເຮົາຕ້ອງຮ່ວມກັນຊຸກຍູ້ໃຫ້ມີການແບ່ງປັນອົງຄວາມຮູ້, ການຖ່າຍທອດເຕັກໂນໂລຊີຂ້າມພົມແດນ ແລະ ການຮັດແຄບຄວາມແຕກໂຕນທາງດ້ານດິຈິຕອນ ພ້ອມທັງສ້າງຄວາມເຂັ້ມແຂງໃຫ້ແກ່ບຸກຄະລາກອນດ້ານ STEM ເພື່ອໃຫ້ APASTI ເປັນກົນໄກຫຼັກໃນການຂັບເຄື່ອນເສດຖະກິດ ແລະ ແກ້ໄຂບັນຫາສິ່ງແວດລ້ອມຂອງອາຊຽນຢ່າງຍືນຍົງ.

ໂອກາດນີ້ ທ່ານ ປະທານ ກອງປະຊຸມມີຄຳເຫັນຕື່ມອີກວ່າ: ໃນວາລະກອງປະຊຸມທີ່ຈະດຳເນີນໄປເປັນເວລາໜຶ່ງວັນ ແລະ ມີຫຼາຍບັນຫາສຳຄັນທີ່ພວກເຮົາຈະໄດ້ປຶກສາຫາລືກັນ. ສະນັ້ນ, ຂໍຮຽກຮ້ອງມາຍັງຜູ້ແທນກອງປະຊຸມທຸກທ່ານ ຈົ່ງໄດ້ປະກອບສ່ວນສົນທະນາຢ່າງເປີດກວ້າງ, ເປັນຍຸດທະສາດ, ມີວິໄສທັດກວ້າງໄກ ໂດຍສະເພາະແມ່ນເນັ້ນໃສ່ການນຳໃຊ້ເຕັກໂນໂລຊີເພື່ອແກ້ໄຂບັນຫາການປ່ຽນແປງສະພາບພູມອາກາດ, ຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ການຫັນປ່ຽນໄປສູ່ພະລັງງານທົດແທນ ພາຍໃນບັນດາປະເທດສະມາຊິກຂອງພວກເຮົາ; ການຍົກລະດັບລະບົບນິເວດໃນພາກພື້ນ ເພື່ອສະໜັບສະໜູນການນຳໃຊ້ AI ຢ່າງປອດໄພ, ຄວາມປອດໄພທາງໄຊເບີ ແລະ ການພັດທະນາຕົວເມືອງອັດສະລິຍະ; ການເພີ່ມທະວີການພົວພັນກັບບັນດາປະເທດຄູ່ເຈລະຈາ ແລະ ພາກເອກະຊົນ ເພື່ອຫັນປ່ຽນການຄົ້ນຄວ້າທາງວິທະຍາສາດ ໃຫ້ກາຍເປັນຜົນກຳໄລທາງດ້ານການຄ້າຕົວຈິງ. ຂ້າພະເຈົ້າ ເຊື່ອໝັ້ນວ່າ ການປຶກສາຫາລືໃນກອງປະຊຸມຄັ້ງນີ້ ຈະນຳມາເຊິ່ງຍຸດທະສາດທີ່ສາມາດນຳໄປປະຕິບັດໄດ້ຈິງ, ຮັດແໜ້ນຄວາມສາມັກຄີໃນພາກພື້ນໃຫ້ແໜ້ນແຟ້ນຍິ່ງຂຶ້ນ ແລະ ຈະບໍ່ປ່ອຍປະຜູ້ໃດໜຶ່ງໄວ້ເບື້ອງຫຼັງ.

ดูน้อย