ໄຂກອງປະຊຸມໃຫຍ່ຜູ້ແທນກຳມະບານລາວທົ່ວປະເທດ ຄັ້ງທີ IX






ກອງປະຊຸມໃຫຍ່ຜູ້ແທນກຳມະບານລາວ ທົ່ວປະເທດ ຄັ້ງທີ IX ໄຂຂຶ້ນຢ່າງເປັນທາງການໃນວັນທີ 27 ຕຸລາ 2025 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ. ພາຍໃຕ້ຫົວຂໍ້ “ຍົກສູງການນຳພາວຽກງານກຳມະບານ ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງຊົນຊັ້ນກຳມະກອນ ພັດທະນາສີມືແຮງງານໃຫ້ເຂັ້ມແຂງຮອບດ້ານ ຕິດພັນກັບການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃນໄລຍະໃໜ່” ໂດຍການເປັນປະທານຂອງສະຫາຍ ເລັດ ໄຊຍະພອນ ກຳມະການສູນກາງພັກ ປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ, ເປັນກຽດເຂົ້າຮ່ວມໂດຍສະຫາຍ ສິນລະວົງ ຄຸດໄພທູດ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີການນຳພັກ-ລັດ, ຄະນະບໍລິຫານງານສະຫະພັນກຳມະບານ ກະຊວງ, ອົງການ, ນະຄອນຫຼວງວຽງຈັນ, ແຂກຮັບເຊີນ ແລະ ຜູ້ແທນສົມບູນເຂົ້າຮ່ວມ.
ສະຫາຍ ເລັດ ໄຊຍະພອນ ໄດ້ກ່າວໄຂກອງປະຊຸມໃຫຍ່ ຜູ້ແທນສະຫະພັນກຳມະບານລາວທົ່ວປະເທດ ຄັ້ງທີ IX ຈະໄດ້ສຸ່ມໃສ່ຄົ້ນ ຄວ້າ ແລະ ຕົກລົງບັນຫາສໍາຄັນຄື:
1.ຜູ້ແທນກອງປະຊຸມໃຫຍ່ຈະໄດ້ພ້ອມກັນສະຫຼຸບຕີລາຄາ ແລະ ຮັບຮອງເອົາຮ່າງບົດລາຍງານການເມືອງ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຜູ້ແທນສະຫະພັນກໍາມະບານລາວ ຄັ້ງທີ VIII ໃນໄລຍະ 5 ປີຜ່ານມາ ແລະ ທິດທາງແຜນການ 5 ປີຕໍ່ໜ້າ 2026 – 2030.
2. ຈະໄດ້ພ້ອມກັນສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາວຽກງານກຳມະບານ 5 ປີ ຄັ້ງທີ IV ເຊິ່ງປະກອບມີ 9 ແຜນງານ 51 ໂຄງການ ແລະ ກໍານົດແຜນພັດທະນາວຽກງານກໍາມະບານລາວ 5 ປີ ຄັ້ງທີ V;
3. ຈະໄດ້ຄົ້ນຄວ້າພິຈາລະນາ ແລະ ຮັບຮອງເອົາຮ່າງປັບປຸງກົດລະບຽບສະຫະພັນກຳມະບານລາວສະໄໝທີ IX;
4. ຈະໄດ້ຄົ້ນຄວ້າພິຈາລະນາ ແລະ ຮັບຮອງເອົາຮ່າງປັບປຸງ ເນື້ອໃນຄຳຂວັນ ແລະ ຂໍ້ແຂ່ງຂັນ 5 ເປັນເຈົ້າຂອງສະຫະພັນກຳມະບານລາວ;
5. ກອງປະຊຸມໃຫຍ່ຈະໄດ້ພິຈາລະນາ ແລະ ຮັບຮອງເອົາຮ່າງບົດສໍາຫຼວດການນໍາພາລວມ ຂອງຄະນະບໍລິຫານງານສະຫະພັນກຳມະບານສູນກາງສະຫະພັນກໍາມະບານລາວສະໄໝທີ VIII;
6. ຜູ້ແທນກອງປະຊຸມຈະໄດ້ຮັບຟັງການປະກອບຄຳຄິດຄຳເຫັນຈາກສະຫະພັນກຳມະບານກະຊວງ, ອົງການ, ແຂວງ ແລະ ອົງການພາຄີ ກ່ຽວກັບການຈັດຕັ້ງປະຕິບັດວຽກງານກຳມະບານທີ່ພົ້ນເດັ່ນໄລຍະຜ່ານມາ.
7. ກອງປະຊຸມໃຫຍ່ຈະໄດ້ດໍາເນີນການປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານສະຫະພັນກໍາມະບານສູນກາງສະຫະພັນກໍາມະບານລາວ ສະໄໝທີ IX ເພື່ອນໍາພາ-ຊີ້ນໍາ ການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຜູ້ແທນສະຫະພັນກຳມະບານລາວ ຄັ້ງນີ້ໃຫ້ສຳເລັດຜົນຕາມຄາດໝາຍທີ່ກຳນົດໄວ້.
8. ຜູ້ແທນກອງປະຊຸມຈະໄດ້ຮັບຮອງເອົາຮ່າງມະຕິກອງປະຊຸມໃຫຍ່ ຜູ້ແທນສະຫະພັນກໍາມະບານລາວທົ່ວປະເທດ ຄັ້ງທີ IX.
9. ເພື່ອເຮັດໃຫ້ກອງປະຊຸມໃຫຍ່ຄັ້ງນີ້ມີຄວາມໝາຍຄວາມສຳຄັນ ຜູ້ແທນກອງປະຊຸມຈະໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນຳ ຈາກສະ ຫາຍ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ເພື່ອເປັນເຂັ້ມທິດເຍືອງທາງໃນການຈັດຕັ້ງປະຕິບັດ ແລະ ເຄື່ອນໄຫວວຽກງານຂອງສະຫະພັນກຳມະບານລາວໃນຂອບເຂດທົ່ວປະເທດໃຫ້ມີການພັດທະນາ ແລະ ເຕີບໃຫນ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງ. ກອງປະຊຸມໃຫຍ່ ຜູ້ແທນສະຫະພັນກໍາມະບານລາວທົ່ວປະເທດ ຄັ້ງທີ IX ຈະໄດ້ດຳເນີນໄປເປັນເວລາ 2 ວັນຈິ່ງຈະສຳເລັດ.
ຂ່າວ: ໄພນາລິນ