ໂຮມຊຸມນຸມເນື່ອງໃນວັນສາກົນຕ້ານຢາເສບຕິດ ຄົບຮອບ 39 ປີ.








ໃນຕອນເຊົ້າຂອງວັນທີ 26 ມິຖຸນາ 2026 ໄດ້ມີພິທີໂຮມຊຸມນຸມຊົມເຊີຍວັນສາກົນຕ້ານຢາເສບຕິດ ຄົບຮອບ 39 ປີ (26 ມິຖຸນາ 1987-26 ມິຖຸນາ 2026) ພາຍໃຕ້ຫົວຂໍ້ “ຊາວໜຸ່ມຍຸກໃໝ່ ຫ່າງໄກຢາເສບຕິດ” ໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍ ພົນເອກ ຄໍາລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ປະທານຄະນະກຳມະການແກ້ໄຂບັນຫາຢາເສບຕິດລະດັບຊາດ, ມີສະຫາຍພົນໂທ ວັນທອງ ກອງມະນີ ຄະນະເລຂາທິການສູນກາງພັກ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ມີບັນດາຮອງລັດຖະມົນຕີກະຊວງ, ອົງການທຽບເທົ່າກະຊວງ, ອົງການຈັດຕັ້ງມະຫາຊົນອ້ອມຂ້າງສູນກາງ, ບັນດາການນໍາພັກ, ລັດ, ອົງການຈັດຕັ້ງທີ່ກ່ຽວຂ້ອງພາກລັດ, ເອກະຊົນ; ບັນດາທູຕານຸທູດ ອົງການຈັດຕັ້ງສາກົນ ປະຈຳ ສປປ ລາວ ພ້ອມດ້ວຍ ແຂກຮັບເຊີນ ເຂົ້າຮ່ວມ.
ໃນພິທີສະຫາຍພົນເອກ ຄໍາລຽງ ອຸທະໄກສອນ ໄດ້ມີຄຳເຫັນວ່າ: ສະພາບການແຜ່ລະບາດຂອງບັນຫາຢາເສບຕິດຢູ່ໃນໂລກ ແລະ ພາກພື້ນໄດ້ຂະຫຍາຍຕົວເປັນວົງກວ້າງໄປທົ່ວທຸກມູມໂລກດ້ວຍຫຼາຍຮູບແບບວິທີການ ມີລັກສະນະເປັນເຄື່ອຂ່າຍຂ້າມຊາດແໜ້ນໜາ ໂດຍສະເພາະແມ່ນຢາເສບຕິດສະນິດໃໝ່ ທີ່ພວມແຜ່ລະບາດເປັນວົງກວ້າງຢູ່ສັງຄົມປັດຈຸບັນ ເຊິ່ງມີຫຼາກຫຼາຍຮູບແບບລັກສະນະ ລວມທັງຢາເສບຕິດຊະນິດອື່ນໆ ອັນໄດ້ເພີ່ມທະວີຄວາມອັນຕະລາຍຮ້າຍແຮງເຊື່ອມໂຍງກັບບັນຫາການກໍ່ການຮ້າຍ, ການຄ້າອາວຸດ, ອາຊະຍາກຳຂ້າມຊາດ, ການຟອກເງິນ ແລະ ອາຊະຍາກຳທີ່ໃຊ້ຄວາມຮຸນແຮງປະເພດຕ່າງໆ ທີ່ມີທ່າອ່ຽງເພີ່ມຂຶ້ນໃນແຕ່ລະປີ ກາຍເປັນໄພຂົ່ມຂູ່ຕໍ່ການສ້າງສາພັດທະນາເສດຖະກິດ-ສັງຄົມ ກໍຄື ສະຖຽນລະພາບທາງດ້ານການເມືອງ ແລະ ຄວາມໝັ້ນຄົງຂອງບັນດາປະຊາຊາດຢູ່ໃນໂລກ. ສປປ ລາວເຮົາກໍເປັນປະເທດໜຶ່ງ ໃນບັນດາປະເທດທີ່ຖືກຜົນກະທົບຈາກບັນຫາຢາເສບຕິດ ເນື່ອງຈາກມີທີ່ຕັ້ງພູມສາດໃນອານຸພາກພື້ນລຸ່ມແມ່ນ້ຳຂອງ ມີຊາຍແດນຕິດຈອດກັບຫຼາຍປະເທດ ໂດຍສະເພາະ ສປປ ລາວ ແມ່ນໄດ້ດຳເນີນນະໂຍບາຍເປີດກວ້າງການພົວພັນຮ່ວມມືກັບພາກພື້ນ ແລະ ສາກົນ ໄປຕາມທິດເຊື່ອມໂຍງເຊື່ອມຈອດກັບບັນດາປະເທດ ອັນເປັນເງື່ອນໄຂເຮັດໃຫ້ ສປປ ລາວ ກາຍເປັນທາງຜ່ານ ໃນການລັກລອບຂົນສົ່ງ, ຄ້າຂາຍຢາເສບຕິດ ແລະ ສານເຄມີຂັ້ນຕົ້ນ ທີ່ເປັນສ່ວນປະກອບໃນການຜະລິດຢາເສບຕິດ.
ສະພາບບັນຫາຢາເສບຕິດ ຢູ່ ສປປ ລາວ ໄດ້ແຜ່ລະບາດເປັນວົງກວ້າງນັບແຕ່ຕົວເມືອງຫາຊົນນະບົດ ລວມທັງເຂດຫ່າງໄກສອກຫຼີກ ເປັນສາເຫດຕົ້ນຕໍທີ່ພາໃຫ້ເກີດບັນຫາປະກົດການຫຍໍ້ທໍ້ ແລະ ອາຊະຍາກຳປະເພດຕ່າງໆ, ຈຳນວນຄະດີຢາເສບຕິດ, ຜູ້ຖືກຫາ, ຜູ້ຕິດເສບ ແລະ ຈຳນວນຢາເສບຕິດແຕ່ລະປະເພດ ນັບມື້ນັບເພີ່ມຂຶ້ນຢ່າງໜ້າເປັນຫວ່ງໃນແຕ່ລະປີ. ເລ່ຫຼ່ຽມກົນອຸບາຍໃນການເຄື່ອນໄຫວລັກລອບຂົນສົ່ງ, ຄ້າຂາຍຢາເສບຕິດ ມີລັກສະນະເລີກແລບແນບນຽນ ດ້ວຍຫຼາຍຮູບແບບວິທີການທີ່ສະລັບສັບຊ້ອນ, ມີການຈັດຕັ້ງເຄື່ອນໄຫວເປັນກຸ່ມເຄືອຂ່າຍແໜ້ນໜາ, ມີການເຊື່ອມໂຍງກັນທັງຢູ່ພາຍໃນ ແລະ ຕ່າງປະເທດ, ນຳໃຊ້ພາຫະນະ, ວັດຖຸອຸປະກອນທີ່ທັນສະໄໝ ແລະ ອາວຸດກຽມພ້ອມຕອບໂຕ້ກັບເຈົ້າໜ້າທີ່. ເຊິ່ງໃນຊຸມປີທີ່ຜ່ານມາ ພັກ-ລັດຖະບານ, ກຳລັງປ້ອງກັນຄວາມສະຫງົບ ກໍຄື ອົງການປົກຄອງທ້ອງຖິ່ນ ໄດ້ຖືເອົາການແກ້ໄຂບັນຫາຢາເສບຕິດ ເປັນວຽກບູລິມະສິດທີ່ສໍາຄັນ, ຈໍາເປັນ, ຮີບດ່ວນ ແລະ ຊີ້ນໍາ-ນຳພາການແກ້ໄຂບັນຫາຢາເສບຕິດ ຢ່າງຈົດຈໍ່ເອົາຈິງເອົາຈັງ ໂດຍສົມທົບຫຼາຍມາດຕະການເພື່ອແກ້ໄຂເຊັ່ນ: ໄດ້ສ້າງວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດແຕ່ປີ 2021-2025, ມີກົດໝາຍ ແລະ ຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍຢາເສບຕິດ ແຕ່ຂັ້ນສູນກາງຮອດຂັ້ນທ້ອງຖິ່ນ ໂດຍແມ່ນກະຊວງປ້ອງກັນຄວາມສະຫງົບ (ຄະນະກໍາມະການແກ້ໄຂບັນຫາຢາເສບຕິດລະດັບຊາດ) ເປັນໃຈກາງ; ພາຍຫຼັງສະຫຼຸບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ; ໃນມະຕິກອງປະຊຸມສະພາແຫ່ງຊາດໄດ້ຮັບຮອງເອົາຜົນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໄລຍະແຕ່ (2021 – 2025) ສະບັບເລກທີ 171/ສພຊ, ລົງວັນທີ 21ພະຈິກ 2025 ເຫັນວ່າວຽກງານແກ້ໄຂບັນຫາຢາເສບຕິດແມ່ນມີຄວາມຈໍາເປັນຕ້ອງໄດ້ສືບຕໍ່ເປັນແຜນງານແຫ່ງຊາດພ້ອມທັງສືບຕໍ່ປັບປຸງກົດໝາຍ, ນີຕິກຳລຸ່ມກົດໝາຍຈໍານວນໜື່ງ ເພື່ອຮັບປະກັນໃຫ້ແກ່ວຽກງານແກ້ໄຂບັນຫາຢາເສບຕິດແຕ່ ປີ 2026-2030 ໃຫ້ມີຜົນສໍາເລັດ.
ເຖິງວ່າໄລຍະຜ່ານມາການຈັດຕັ້ງປະຕິບັດວຽກງານຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດໄດ້ມີຜົນສໍາເລັດຫຼາຍດ້ານທີ່ເປັນພື້ນຖານແລ້ວກໍ່ຕາມ; ແຕ່ກໍ່ຍັງມີຫຼາຍບັນຫາທີ່ຄົງຄ້າງຄື: ຄະນະພັກ-ຄະນະນໍາກະຊວງ, ອົງການຂັ້ນສູນກາງ, ອົງການປົກຄອງທ້ອງຖິ່ນຈໍານວນໜຶ່ງ ຍັງບໍ່ທັນໄດ້ຍົກສູງໃນການນໍາພາ, ຊີ້ນໍາໃນວຽກງານແກ້ໄຂບັນຫາຢາເສບຕິດ. ດັ່ງນັ້ນ, ຈຶ່ງຮຽກຮ້ອງມາຍັງອົງການຈັດຕັ້ງພັກ-ລັດຖະບານ, ອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ ກໍ່ຄື ປະຊາຊົນລາວບັນດາເຜົ່າ ຈົ່ງຮ່ວມແຮງຮ່ວມໃຈກັນຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ທີ່ເປັນຄວາມຮັບຜິດຊອບທົ່ວປວງຊົນ ໂດຍຖືເອົາວຽກງານຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດເປັນພັນທະ, ເປັນໜ້າທີ່ຂອງທຸກພາກສ່ວນນັບແຕ່ສູນກາງຮອດທ້ອງຖິ່ນ; ພ້ອມທັງກຳນົດເອົາວຽກງານດັ່ງກ່າວເປັນວຽກຈໍາເປັນໜຶ່ງ ທີ່ຕິດພັນກັບວຽກງານກໍ່ສ້າງຮາກຖານການເມືອງ ແລະ ແກ້ໄຂຄວາມຫຍຸ້ງຍາກທາງເສດຖະກິດ; ເພີ່ມທະວີຄວາມເອົາໃຈໃສ່ຕໍ່ວຽກງານໂຄສະນາ, ສຶກສາອົບຮົມ, ສ້າງຄວາມຮັບຮູ້ໃນທົ່ວສັງຄົມໃຫ້ກວ້າງຂວາງ ດ້ວຍຫຼາຍຮູບການເພື່ອປູກຈິດສໍານຶກໃຫ້ປະຊາຊົນລາວທຸກຄົນໂດຍສະເພາະແມ່ຍິງ, ຊາວໜຸ່ມ, ເຍົາວະຊົນເຫັນໄດ້ເຖິງຜິດໄພ, ຜົນຮ້າຍຂອງຢາເສບຕິດ; ຮັບຮູ້, ເຂົ້າໃຈລະບຽບກົດໝາຍ ທີ່ພົວພັນກັບຢາເສບຕິດ; ປຸກລະດົມຂົນຂວາຍໃຫ້ເຂົາເຈົ້າເຂົ້າໃຈ, ຕື່ນຕົວ, ສະໝັກໃຈ ແລະ ມີສ່ວນຮ່ວມໃນວຽກງານຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຢ່າງຫ້າວຫັນຕໍ່ເນື່ອງ; ເອົາໃຈໃສ່ປັບປຸງພື້ນຖານໂຄງລ່າງ ເພື່ອຟື້ນຟູຕໍ່ຜູ້ຖືກເຄາະຮ້າຍ, ວຽກງານບຳບັດປິ່ນປົວຟື້ນຟູສຸຂະພາບ ແລະ ຝຶກວິຊາຊີບ ເພື່ອໃຫ້ເຂົາເຈົ້າມີສຸຂະພາບແຂງແຮງດີຂຶ້ນເປັນປົກກະຕິ, ກັບຄືນມາເປັນຂອງຄອບຄົວ ແລະ ສັງຄົມ; ສຸ່ມໃສ່ປະຕິບັດມາດຕະການທາງດ້ານກົດໝາຍໃຫ້ມີຄວາມເດັດຂາດ, ໂປ່ງໃສ, ເປັນມືອາຊີບ; ສືບຕໍ່ສ້າງ, ປັບປຸງກົດໝາຍ ແລະ ນິຕິກຳລຸ່ມກົດໝາຍ ລວມທັງການສ້າງຄວາມເຂັ້ງແຂງໃນວຽກງານຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດໃຫ້ບຸກຄະລາກອນທີ່ເຮັດວຽກງານດັ່ງກ່າວແຕ່ສູນກາງລົງຮອດທອ້ງຖິ່ນ ໃຫ້ມີຄວາມຮັບປະກັນໃນການເຮັດວຽກງານໃນຊຸມປີຕໍ່ໜ້າ; ເພີ່ມທະວີການພົວພັນຮ່ວມມືກັບພາກພື້ນ ແລະ ສາກົນ ເພື່ອຍາດແຍ່ງເອົາການສະໜັບສະໜູນ, ການແບ່ງປັນ, ສະໜອງຂໍ້ມູນທີ່ຈໍາເປັນ ລວມທັງການປະສານງານຕ້ານການລັກລອບຄ້າຂາຍ, ລໍາລຽງຂົນສົ່ງເຂົ້າ-ອອກຢາເສບຕິດ ແລະ ສານເຄມີຕາມບໍລິເວນຊາຍແດນລະຫວ່າງປະເທດ; ຄະນະກໍາມະການແກ້ໄຂບັນຫາຢາເສບຕິດລະດັບຊາດ ແລະ ພາກສ່ວນກ່ຽວຂ້ອງທີ່ເປັນເປັນໃຈກາງ ແລະ ມີຄວາມຮັບຜິດຊອບຕໍ່ລັດຖະບານ ໃນການກໍານົດທິດທາງແຜນການ, ການຊຸກຍູ້, ຕິດຕາມ, ກວດກາ ການເຄື່ອນໄຫວວຽກງານແກ້ໄຂບັນຫາຢາເສບຕິດ. ທັງນີ້, ກໍເພື່ອຮັບປະກັນໃຫ້ວຽກງານດັ່ງກ່າວໃນປີ 2026-2030 ໄດ້ຮັບການຈັດຕັ້ງປະຕິບັດຖຶກຕ້ອງຕາມທິດຊີ້ນໍາ, ມີປະສິດທິພາບ, ມີຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.
ພ້ອມດຽວກັນນັ້ນ, ໃນພິທີຜູ້ເຂົ້າຮ່ວມຍັງໄດ້ຊົມສາລະຄະດີວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ຊົມຮູບພາບວາງສະແດງຜົນງານການແກ້ໄຂບັນດາລາຍຢາເສບຕິດໃນໄລຍະຜ່ານມາ ແລະ ກິດຈະກຳ ຖາມ-ຕອບ, ແລກປ່ຽນຄວາມຮູ້ກ່ຽວກັບຜົນຮ້າຍ ຄວາມເປັນອັນຕະລາຍ, ວິທີປ້ອງກັນສະກັດກັ້ນບັນຫາຢາເສບຕິດ ເພື່ອເຮັດຜູ້ເຂົ້າຮ່ວມເວົ້າລວມເວົ້າສະເພາະຊາວໜຸ່ມ-ແມ່ຍິງທີ່ຕ່າງໜ້າຈາກບັນດາກະຊວງ, ອົງການ ໄດ້ນຳໄປຈັດຕັ້ງຜັນຂະຫຍາຍແລະ ພ້ອມກັນມີສ່ວນຮ່ວມໃນການສຸມໃສ່ແກ້ໄຂບັນຫາຢາເສບຕິດໃຫ້ໝົດໄປຈາກສັງຄົມລາວ.