ດື່ມນົມກ່ອນນອນດີແນວໃດ ?
ສຳລັບໃຜທີ່ມີບັນຫາເລື່ອງການນອນບໍ່ຫລັບຢູ່ຕະຫລອດ ການດື່ມນົມອຸ່ນໆຈັກຈອກກ່ອນນອນຈະຊ່ວຍເຮັດໃຫ້ທ່ານນອນຫລັບສະບາຍຫລາຍຂຶ້ນໄດ້ ຫລາຍຄົນອາດຈະຍັງບໍ່ຮູ້ວ່າການດື່ມນົມກ່ອນນອນເປັນປະຈຳນັ້ນນອກຈາກຈະຊ່ວຍເຮັດໃຫ້ການນອນຫລັບດີຂຶ້ນແລ້ວ ຍັງສົ່ງຜົນດີຕໍ່ສຸຂະພາບຫລາຍດ້ານອີກ ເຊິ່ງມີຫຍັງແດ່ນັ້ນ ມື້ນີ້ພວກເຮົາມີຄວາມຮູ້ກ່ຽວກັບການດື່ມນົມກ່ອນນອນມາຝາກບັນດາທ່ານ.

- ເສີມສ້າງຄວາມແຂງແຮງໃຫ້ກະດູກ, ຊ່ວຍຫລຸດຄວາມສ່ຽງເປັນພະຍາດຂໍ້ ຫລື ປະດົງຂໍ້ ແລະ ພະຍາດກະດູກຕ່າງໆ ເພາະນົມມີທາດການຊຽມຫລາຍ ຈຶ່ງດີຕໍ່ກະດູກ, ຂໍ້ຕໍ່.
- ຊ່ວຍໃຫ້ນອນຫລັບສະບາຍຂຶ້ນ ລອງດື່ມນົມໄຂມັນຕໍ່ອຸ່ນໆຈັກຈອກ ເພາະນົມມີທຣິບໂຕເຟນ ກົດອະມິໂນທີ່ມີຄວາມຈຳເປັນໃນການຜະລິດຮໍໂມນເຊໂຣໂທນິນ ເຊິ່ງເປັນສານສື່ປະສາດທາງສະໝອງທີ່ຊ່ວຍໃນຂະບວນການນອນຫລັບ ຈຶ່ງເຮັດໃຫ້ນອນຫລັບງ່າຍຂຶ້ນ.
- ການດື່ມນົມຊ່ວຍຫລຸດຜ່ອນອາການເຈັບຫົວໄດ້ ເພາະນົມມີແມັກນີຊຽມໃນປະລິມານຫລາຍ ເຊິ່ງສານອາຫານດັ່ງກ່າວຈະຊ່ວຍຫລຸດຜ່ອນອາການເຈັບຫົວໄມເກຣນລົງໄດ້ ແລະ ຍັງຊ່ວຍແກ້ອາການເຈັບຫົວຊະນິດຕ່າງໆລົງໄດ້ນຳ ເນື່ອງຈາກສານອາຫານໃນນົມຈະຊ່ວຍໃຫ້ລະບົບປະສາດເກີດຄວາມຜ່ອນຄາຍ. ດັ່ງນັ້ນ, ດື່ມນົມອຸ່ນໆກ່ອນນອນຈະເຮັດໃຫ້ຮູ້ສຶກເບົາສະບາຍໄດ້.
- ແກ້ປວດປະຈຳເດືອນ ເພາະແມັກນີຊຽມໃນນົມບໍ່ພຽງຊ່ວຍຫລຸດອາການເຈັບຫົວໄດ້, ແຕ່ຍັງສາມາດຊ່ວຍຫລຸດອາການເຈັບທ້ອງນ້ອຍປວດປະຈຳເດືອນລົງໄດ້ນຳ ຫາກດື່ມນົມຕອນອຸ່ນໆ ຄວາມຮ້ອນຂອງນົມຈະເຂົ້າໄປຊ່ວຍຫລຸດອາການຫົດເກັງຂອງກ້າມຊີ້ນມົດລູກ ສົ່ງຜົນໃຫ້ອາການປັ້ນ ຫລື ອາການໜ່ວງມົດລູກຫລຸດລົງ ຈຶ່ງຊ່ວຍຫລຸດຜ່ອນຄວາມເຈັບປວດລົງໄດ້ນັ້ນເອງ.
- ປ້ອງກັນອາການຂາປັ້ນ ສາເຫດທີ່ເຮັດໃຫ້ຂາປັ້ນ-ຂາຈັງ ກໍຍ້ອນຮ່າງກາຍຂາດທາດອາຫານສຳຄັນດັ່ງວິຕາມິນ B, ແມັກນີຊຽມ ແລະ ໂປຕັສຊຽມ ຫາກໃຜມີອາການຂາປັ້ນຕອນນອນຕະຫລອດ ໃຫ້ດື່ມນົມຫລັງຈາກກິນເຂົ້າແລງແລ້ວເປັນປະຈຳ ຈະຊ່ວຍປ້ອງກັນການເກີດອາການຂາປັ້ນໄດ້.