ລະນຶກເຖິງ ຄົບຮອບ 80 ປີ ແຫ່ງໄຊຊະນະມະຫາສົງຄາມປ້ອງກັນປິຕຸພູມຂອງ ສະຫະພາບໂຊວຽດ, ໄຊຊະນະສົງຄາມຕໍ່ຕ້ານຍີ່ປຸ່ນຂອງປະຊາຊົນຈີນ ແລະ ໄຊຊະນະສົງຄາມຕ້ານຟາດຊິດ






ປີ 2025, ສປ ຈີນ ໄດ້ສະເຫຼີມສະຫຼອງ ຄົບຮອບ 80 ປີ ແຫ່ງໄຊຊະນະມະຫາສົງຄາມປ້ອງກັນປິຕຸພູມຂອງ ສະຫະພາບໂຊວຽດ, ໄຊຊະນະສົງຄາມຕໍ່ຕ້ານຍີ່ປຸ່ນຂອງປະຊາຊົນຈີນ ແລະ ໄຊຊະນະສົງຄາມຕ້ານຟາດຊິດ. ໃນ 8 ທົດສະວັດກ່ອນ, ກອງກຳລັງລັດທິຟາດຊິດ ແລະ ລັດທິທະຫານ ໄດ້ເປີດສາກສົງຄາມຮຸກຮານຢ່າງໂຈ້ງແຈ້ງ. ເຊິ່ງໄດ້ທໍາລາຍ ແລະ ໄດ້ສ້າງຄວາມເສຍຫາຍອັນໃຫຍ່ຫຼວງທີ່ບໍ່ເຄີຍມີມາກ່ອນມາສູ່ໂລກ. ໃນທ່າມກາງຄວາມຊົ່ວຮ້າຍ ແລະ ມືດມົນ, ປະຊາຊົນຈີນ, ລັດເຊຍ, ພ້ອມດ້ວຍປະເທດອື່ນໆຫຼາຍກວ່າ 50 ປະເທດ ລວມທັງປະເທດລາວ ໄດ້ສະແດງຄວາມມຸ້ງໝັ້ນ ເພື່ອຮ່ວມແຮງຮ່ວມໃຈກັນຕໍ່ສູ້ຕ້ານການຮຸກຮານດັ່ງກ່າວ, ສຸດທ້າຍ, ຄວາມເປັນທໍາໄດ້ເອົາຊະນະຄວາມໂຫດຫ້ຽມຂອງຟາດຊິດ ແລະ ຄວາມກ້າວໜ້າໄດ້ເອົາຊະນະກະແສປະຕິການ.
ຈີນແມ່ນສະໜາມຮົບຕົ້ນຕໍຂອງອາຊີໃນສະໄໝສົງຄາມໂລກ ຄັ້ງທີ 2 ແລະ ເປັນກຳລັງແກ່ນສານຂອງການຕໍ່ສູ້ຕ້ານລັດທີ່ຂຸນເສິກຍີ່ປຸ່ນ. ສົງຄາມຂອງປະຊາຊົນຈີນ ໃນການຕໍ່ຕ້ານການຮຸກຮານຂອງຍີ່ປຸ່ນໄດ້ເລີ່ມຕົ້ນ ກ່ອນໝູ່, ໄລຍະເວລາກໍຍາວກວ່າໝູ່ ແລະ ເງື່ອນໄຂກໍຫຍຸ້ງຍາກກວ່າໝູ່. ຊົນຊາດຈີນໄດ້ເສຍສະຫຼະຢ່າງໃຫຍ່ຫຼວງ ແລະ ໄດ້ປະກອບສ່ວນອັນສໍາຄັນ ຈົນເຮັດໃຫ້ກຳລັງແກນຫຼັກ ປະລາໄຊໃນທີ່ສຸດ, ໂດຍມີຈໍານວນ 35 ລ້ານຄົນໄດ້ເສຍຊີວິດ ແລະ ໄດ້ຮັບບາດເຈັບ, ແຕ່ຝ່າຍຈີນກໍສາມາດທໍາລາຍກອງກຳລັງທະຫານຍີ່ປຸ່ນ ໄດ້ຫຼາຍກວ່າ 1,5 ລ້ານຄົນ, ກວມເອົາຫຼາຍກວ່າ 70% ຂອງກອງທັບທະຫານຍີ່ປຸ່ນທີ່ເສບຊີວິດ ແລະ ໄດ້ຮັບບາດເຈັບໃນສົງຄາມໂລກ ຄັ້ງທີ 2 ຖ້າຫາກວ່າບໍ່ແມ່ນຝ່າຍຈີນເປັນຜູ້ສະກັດກັ້ນ ແລະ ບັນທອນກໍາລັງຂອງທະຫານຍີ່ປຸ່ນ ແລະ ເຮັດໃຫ້ທະຫານຍີ່ປຸ່ນອ່ອນກໍາລັງລົງ ຈົນເຮັດໃຫ້ແຜນການລົງໄປທາງໃຕ້ຂອງຍີ່ປຸ່ນມີຄວາມຊັກຊ້າ, ທະຫານຍີ່ປຸ່ນອາດຈະມີກຳລັງທີ່ເຂັ້ມແຂງກວ່າເກົ່າ ເພື່ອບຸກເຂົ້າເຂດປາຊີຟິກ ແລະ ອາດເຮັດໃຫ້ປະຫວັດສາດ ຂອງສົງຄາມໂລກ ຄັ້ງທີ 2 ຖືກເປີດເຜີຍຢ່າງແຕກຕ່າງອອກໄປ.
ບົດບາດຂອງຣັດເຊຍແມ່ນເປັນສິ່ງສໍາຄັນ, ຂາດບໍ່ໄດ້ ແລະ ມີບົດບາດຕັດສິນຊີ້ຂາດໄຊຊະນະຂອງສົງຄາມໂລກ ຄັ້ງທີ 2 ແລະ ເປັນກໍາລັງແກ່ນສານຂອງການຕໍ່ສູ້, ເພື່ອຍາດເອົາໄຊຊະນະໃນມະຫາສົງຄາມປ້ອງກັນປິຕຸພູມ, ປະຊາຊົນຣັດເຊຍໄດ້ເສຍຊີວິດເຖິງ 27 ລ້ານຄົນ ແລະ ອາດເວົ້າໄດ້ວ່າ ທຸກໆຄອບຄົວໄດ້ມີການສູນເສຍຄົນໃນຄອບຄົວຂອງຕົນ. ຍ້ອນຄວາມພິລະອາດຫານຂອງທະຫານຣັດເຊຍ ແລະ ບັນດາຊາດອ້າຍນ້ອງ ຈຶ່ງສາມາດທຳລາຍ ແລະ ດັບສູນທະຫານສັດຕູຫຼາຍກວ່າ 607 ກອງພັນ, ເທົ່າກັບ 77,5% ຂອງການສູນເສຍຂອງກໍາລັງທະຫານນາຊິເຢຍລະມັນ ແລະ ກຳລັງແກນຫຼັກ ໃນສົງຄາມ, ອັນໄດ້ສ້າງພື້ນຖານໃຫ້ແກ່ໄຊຊະນະຂອງກອງທັບພັນທະມິດ ໃນທີ່ສຸດ.
ໂດຍຜ່ານການຕໍ່ສູ້ຮ່ວມກັບ ສະຫະລັດອາເມຣິກາ, ອັງກິດ, ຝຣັ່ງ ແລະ ບັນດາປະເທດສະມາຊິກຂອງກອງກຳລັງພັນທະມິດ, ຣັດເຊຍ ແລະ ຈີນ ຈຶ່ງສາມາດຍາດເອົາໄຊຊະນະອັນຍິ່ງໃຫຍ່ ໃນສົງຄາມຕໍ່ຕ້ານຟາດຊິດໃນທົ່ວໂລກ, ເຊິ່ງໄດ້ຖືກຈາລຶກໄວ້ໃນປະຫວັດສາດແຫ່ງການຕໍ່ສູ້ເພື່ອສັນຕິພາບ ແລະ ຄວາມເປັນທຳ ຕະຫຼອດໄປ. ໃນວັນທີ 3 ກັນຍາ ຂອງທຸກໆປີ, ພວກເຮົາມີການລະນຶກເຖິງວັນແຫ່ງໄຊຊະນະຂອງສົງຄາມຕໍ່ຕ້ານຟາດຊິດ, ເຊິ່ງຖືວ່າເປັນການເສຍສະຫຼະອັນໃຫຍ່ຫຼວງຂອງກອງກຳລັງຕໍ່ຕ້ານຟາດຊິດທັງໝົດ ແລະ ເປັນສິ່ງທີ່ຄວນຖືກຮັບຮູ້ ແລະ ໄດ້ຮັບຄວາມເຄົາລົບຈາກທຸກຄົນ.
ແຕ່ວ່າ ການປະກອບສ່ວນອັນສໍາຄັນຂອງຈີນ ແລະ ຣັດເຊຍ ຍັງຖືກເບິ່ງຂ້າມ, ດູໝິ່ນ ແລະ ອາດມີການບິນເບືອນຈາກການເລົ່າເລື່ອງຂອງຝ່າຍຕາເວັນຕົກ ໂດຍແນໃສ່ເພື່ອທໍາລາຍພື້ນຖານຂອງລະບຽບສາກົນຫຼັງສົງຄາມໂລກ ຄັ້ງທີ 2. ປະຫວັດສາດເປັນແນວໃດກໍຕ້ອງເປັນແນວນັ້ນ ແລະ ຈະບໍ່ໃຫ້ດັດແປງຄວາມຈິງເດັດຂາດ. ເພື່ອຈົດຈໍາມໍລະດົກແຫ່ງໄຊຊະນະ, ສອງປະເທດຈີນ ແລະ ຣັດເຊຍ ໄດ້ຈັດພິທີລະນຶກຮ່ວມກັນໃນຫຼາຍປີຜ່ານມາ. ໃນເດືອນ ພຶດສະພາ ປີ 2025, ທ່ານ ສີ ຈິ້ນຜິງ, ປະທານປະເທດ ແຫ່ງ ສປ ຈີນ ໄດ້ໄປປ່ຽມຢາມລັດຖະກິດ ຢູ່ຣັດເຊຍ ແລະ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ ຄົບຮອບ 80 ປີ ແຫ່ງໄຊຊະນະມະຫາສົງຄາມປ້ອງກັນປິຕຸພູມ ຂອງສະຫະພາບໂຊວຽດ. ທ່ານ ວາລາດີເມຍ ປູຕິນ, ປະທານາທິບໍດີ ຣັດເຊຍ ພວມຢ້ຽມຢາມປັກກິ່ງ ແລະ ເຂົ້າຮ່ວມພິທີເດີນສວນສະໜາມ ສໍາລັບການລະນຶກເຖິງ ຄົບຮອບ 80 ປີ ແຫ່ງໄຊຊະນະສົງຄາມຕໍ່ຕ້ານຍີ່ປຸ່ນຂອງ ປະຊາຊົນຈີນ ແລະ ໄຊຊະນະສົງຄາມຕ້ານຟາດຊິດ. ຜູ້ນຳລາວໄດ້ເຂົ້າຮ່ວມກິດຈະກຳລະນຶກທີ່ກ່ຽວຂ້ອງຫຼາຍຄັ້ງ. ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ພວມຢ້ຽມຢາມຈີນ ແລະ ເຂົ້າຮ່ວມພິທີເດີນສວນສະໜາມ ສໍາລັບ ການລະນຶກເຖິງ ຄົບຮອບ 80 ປີ ແຫ່ງໄຊຊະນະສົງຄາມຕໍ່ຕ້ານຍີ່ປຸ່ນຂອງປະຊາຊົນຈີນ ແລະ ໄຊຊະນະສົງຄາມຕ້ານຟາດຊິດ.
ສົງຄາມໂລກ ຄັ້ງທີ 2 ໄດ້ສອນບົດຮຽນທີ່ສໍາຄັນໃຫ້ພວກເຮົາຮູ້ວ່າ: ປະເທດໃຫຍ່ຂົ່ມເຫັງປະເທດນ້ອຍເປັນພຽງແຕ່ໂລຊິກຂອງອໍານາດນິຍົມ, ຫາກບໍ່ແມ່ນຫຼັກການຂອງການຢູ່ຮ່ວມກັນໃນປະຊາຄົມສາກົນ. ການໃຊ້ກໍາລັງຂົ່ມເຫັງຜູ້ອື່ນເປັນການກະທໍາທີ່ບໍ່ຮອບຄອບ ແລະ ຈະນຳເອົາຜົນຮ້າຍມາສູ່ຕົນໃນທີ່ສຸດ. ພວກເຮົາຕ້ອງປະຖິ້ມແນວຄິດປໍລະປັກ ແລະ ຍຶດໝັ້ນການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ, ຊຸກຍູ້ການສ້າງປະຊາຄົມ ຮ່ວມຊະຕາກຳຂອງມວນມະນຸດ ແລະ ຮ່ວມກັນຊຸກຍູ້ສົ່ງເສີມສັນຕິພາບ ແລະ ການພັດທະນາຂອງມວນມະນຸດ. ມີແຕ່ແນວນີ້. ໂລກຈຶ່ງຈະສາມາດຫຼີກລ່ຽງຈາກການຖ້ຳຮອຍປະຫວັດສາດ ແລະ ກ້າວໄປໜ້າຕາມເສັ້ນທາງສັນຕິພາບ ແລະ ການພັດທະນາທີ່ຖືກຕ້ອງ.
ໃນ 80 ປີກ່ອນ, ຈີນ ແລະ ຣັດເຊຍ ໄດ້ຮ່ວມກັບບັນດາປະເທດສະມາຊິກຂອງກອງກຳລັງພັນທະມິດໄດ້ສະຫຼຸບບົດຮຽນຈາກປະຫວັດສາດຢ່າງເລິກເຊິ່ງ ແລະ ໄດ້ຮ່ວມກັນສ້າງຕັ້ງອົງການສະຫະປະຊາຊາດ ໃນຖານະທີ່ເປັນຜົນງານທີ່ສໍາຄັນຂອງໄຊຊະນະແຫ່ງສົງຄາມຕໍ່ຕ້ານລັດທິຟາດຊິດ, ລະບົບ ແລະ ລະບຽບການສາກົນ ທີ່ເປັນແກນກາງ ແມ່ນປຽບເໝືອນສີລາຈາລຶກແຫ່ງສັນຕິພາບທີ່ມະນຸດເຮົາໄດ້ຮ່ວມກັນສ້າງຂຶ້ນພາຍຫຼັງຜ່ານພົ້ນໄພພິບັດອັນໃຫຍ່ຫຼວງ ແລະ ໄດ້ປົກປ້ອງຜົນປະໂຫຍດຮ່ວມກັນຂອງປະຊາຄົມສາກົນຢ່າງມີປະສິດທິຜົນ.
ຜ່ານມາ 80 ປີ, ສັງຄົມມະນຸດເຮົາໄດ້ເຂົ້າສູ່ໄລຍະການປ່ຽນແປງ ແລະ ຄວາມວຸ້ນວາຍອັນໃໝ່. ການນິຍົມນໍາໃຊ້ລັດທິຝ່າຍດຽວ ແລະ ການກະທຳກົດຂີ່ໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ, ອັນໄດ້ກະທົບຢ່າງຮ້າຍແຮງຕໍ່ລະບົບສາກົນ ທີ່ມີອົງການສະຫະປະຊາຊາດເປັນແກນກາງ ແລະ ທ້າທາຍຢ່າງເປີດແປນຕໍ່ລະບຽບການສາກົນທີ່ມີກົດໝາຍສາກົນເປັນພື້ນຖານ. ໃນໄລຍະສໍາຄັນນີ້, ພວກເຮົາຍິ່ງຕ້ອງເດັດດ່ຽວຮ່ວມມືກັນປົກປັກຮັກສາ ແລະ ເພີ່ມຄວາມເຂັ້ມແຂງໃຫ້ລະບຽບການສາກົນ ທີ່ໄດ້ປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງໂລກນີ້. ການພັດທະນາຮ່ວມກັນ ຈະສາມາດບັນລຸໄດ້ກໍຕໍ່ເມື່ອ ຜ່ານການປຶກສາຫາລື, ການປະສານສົມທົບ ແລະ ຂອບເຂດຂອງແນວຄິດລັດທິຫຼາຍຝ່າຍ ຕ້ອງໄດ້ຮັບການເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງ, ເນື່ອງໃນໂອກາດອັນສະຫງ່າຜ່າເຜີຍແຫ່ງການສະເຫຼີມສະຫຼອງ ຄົບຮອບ 80 ປີ ແຫ່ງໄຊຊະນະ ສົງຄາມຕໍ່ຕ້ານລັດທິຂຸນເສິກຍີ່ປຸ່ນ ແລະ ການສິ້ນສຸດຂອງສົງຄາມໂລກ ຄັ້ງທີ 2, ພວກເຮົາມີຄວາມຍິນດີຮ່ວມ ກັບບັນດາປະເທດໃນໂລກ ຖືປະຫວັດສາດເປັນບົດຮຽນ, ເດັດດ່ຽວຢືນຢູ່ເບື້ອງທີ່ເປັນທໍາໃນສາກົນ, ເດັດດ່ຽວ ປົກປັກຮັກສາລະບຽບການສາກົນ ທີ່ມີອົງການສະຫະປະຊາຊາດເປັນແກນກາງ ແລະ ຮ່ວມກັນສ້າງອະນາຄົດອັນດີງາມ ແຫ່ງ ສັນຕິພາບ, ການຮ່ວມມື ແລະ ຄວາມສົມບູນພູນສຸກຮ່ວມກັນຂອງມວນມະນຸດ.
ຂຽນໂດຍ: ທ່ານ ນາງ ຟາງຫົງ, ເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ ແລະ ທ່ານ ກາລີນິນ ວາລາດີ ມີຣ ອານາໂຕເລຍວິຈ, ເອກອັກຄະລັດຖະທູດ ສ ລັດເຊຍ ປະຈຳ ສປປ ລາວ