ກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງຊຽງຂວາງອັດລົງດ້ວຍຜົນສຳເລັດຢ່າງຈົບງາມ






ກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງຊຽງຂວາງ ສຳເລັດລົງຢ່າງຈົບງາມ ພາຍຫຼັງທີ່ດຳເນີນມາເປັນເວລາ 2 ວັນ ໃນວັນທີ 28-29 ສິງຫາ 2025 ພາຍໃຕ້ການເປັນປະທານຂອງ ສະຫາຍ ບຸນຈັນ ສີວົງພັນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງຊຽງຂວາງ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ສຈ ປອ ກິແກ້ວ ໄຂຄຳພິທູນ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີສະຫາຍ ນາງ ບຸດສະດີ ທະນະເມືອງ ກຳມະການສູນກາງພັກ ຮອງຫົວໜ້າຈັດຕັ້ງສູນກາງພັກ, ມີບັນດາສະຫາຍຮອງເລຂາພັກແຂວງ, ບັນດາສະຫາຍຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ອະດີດເລຂາພັກແຂວງ, ບັນດາສະຫາຍການນໍາ ຜູ້ຕາງໜ້າຈາກອ້ອມຂ້າງແຂວງ, ປກຊ, ປກສ ແຂວງ ແລະ ບັນດາສະຫາຍຜູ້ແທນສົມບູນທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກ ເຂົ້າຮ່ວມ 260, ຍິງ 36 ສະຫາຍ.
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງຊຽງຂວາງ ຄັ້ງທີ IX ໄດ້ພ້ອມກັນຄົ້ນຄວ້າຢ່າງເລິກເຊິ່ງ, ປະກອບຄຳຄິດຄຳເຫັນຢ່າງຕັ້ງໜ້າ ແລະ ເປັນເອກະສັນ ຮັບຮອງເອົາບົດລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ບົດສໍາຫຼວດການນໍາພາລວມຂອງຄະນະພັກຊຸດເກົ່າ, ຕີລາຄາດ້ານດີ, ດ້ານຄົງຄ້າງ, ສາເຫດ, ບົດຮຽນໃນການນໍາພາ-ຊີ້ນໍາຕະຫລອດໄລຍະ 5 ປີ ຜ່ານມາ ພ້ອມທັງໄດ້ຮັບຟັງລາຍງານ ແລະ ການປະກອບຄໍາຄິດຄໍາເຫັນ ຈາກຜູ້ຕາງໜ້າຂອງຫຼາຍຮາກຖານພັກ ເຊິ່ງແຕ່ລະຮາກຖານ ລ້ວນແຕ່ສະແດງເຖິງຄວາມເປັນເອກະພາບຕໍ່ຮ່າງບົດລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ບົດສໍາຫຼວດການນໍາພາລວມ ຂອງຄະນະພັກຊຸດເກົ່າ; ການລາຍງານ ແລະ ການປະກອບຄຳເຫັນສ່ວນໃຫຍ່ ໄດ້ລົງເລິກລາຍງານຜົນສຳເລັດ ແຫ່ງການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ສະໄໝຜ່ານມາ ແລະ ຍົກໃຫ້ເຫັນບາງຂໍ້ຄົງຄ້າງ ທີ່ຈະຕ້ອງສືບຕໍ່ແກ້ໄຂ ອັນໄດ້ເຮັດໃຫ້ກອງປະຊຸມ ມີເນື້ອໃນອຸດົມສົມບູນຂຶ້ນຕື່ມ ແລະ ມີຄວາມເປັນເອກະສັນຮັບຮອງເອົາທິດທາງແຜນພັດທະນາເສດຖະກິດ-ສັງຄົມ. ບັນດາສະຫາຍຄະນະພັກ, ອົງການປົກຄອງແຕ່ລະຂັ້ນ ແລະ ປະຊາຊົນບັນດາເຜົ່າ ໃນທົ່ວແຂວງ ທີ່ໄດ້ສຸມໃສ່ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງຕົນ ແລະ ໄດ້ມີຜົນສໍາເລັດຫຼາຍດ້ານຢ່າງສະຫງ່າງາມ.
ກອງປະຊຸມ ຜູ້ແທນສົມບູນ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕ ປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກແຂວງ ຊຸດໃໝ່ ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ, ຖືກຕ້ອງສອດຄ່ອງກັບມາດຖານເງື່ອນໄຂ ທີ່ໄດ້ກຳນົດໄວ້ ເຊິ່ງປະກອບດ້ວຍຜູ້ເກົ່າ, ຜູ້ໃໝ່, ຜູ້ອາວຸໂສ, ຜູ້ກາງ ແລະ ຜູ້ໜຸ່ມແໜ້ນ, ມີທັງເພດຍິງ ແລະ ຊົນເຜົ່າ ໂດຍມີຜູ້ສະໝັກຮັບເລືອກຕັ້ງ ທັງໝົດ 38 ສະຫາຍ ຍິງ 6 ສະຫາຍ, ເລືອກໄດ້ 33 ສະຫາຍ ຍິງ 5 ສະຫາຍ
1. ສະຫາຍ ບຸນຈັນ ສີວົງພັນ
2. ສະຫາຍ ບົວເງິນ ຫຸມໄຊຍະພົມ
3. ສະຫາຍ ບຸນເຮືອງ ສຸລິໄຊ
4. ສະຫາຍ ນາງ ຈັນທະສອນ ພູນສຸກ
5. ສະຫາຍ ຄຳພາ ພິລາວົງ
6. ສະຫາຍ ເພັດສະໝອນ ດາວົງສອນ
7. ສະຫາຍ ຫົງຄຳ ພິມມະກອນ
8. ສະຫາຍ ພົນຈັດຕະວາ ວັນທອງ ພົງສະຫວັນ
9. ສະຫາຍ ພົນຈັດຕະວາ ສີວັນທາ ເພຍສະຂາ
10. ສະຫາຍ ຫວາຢ່າ ໝອກພູເຂົາ
11. ສະຫາຍ ສີວອນ ອ່ອນລາວົງ
12. ສະຫາຍ ນາງ ພວງພະຈັນ ມູນທະວົງ
13. ສະຫາຍ ຄຳຜຸຍ ໂນລາ
14. ສະຫາຍ ວັນໄຊ ກືຫວັງເນັ້ງ
15. ສະຫາຍ ຄຳກ້ອນ ອົ້ວນວນສາ
16. ສະຫາຍ ຄຳຫລ້າ ສີດວງໄຊ
17. ສະຫາຍ ວັນໄຊ ອິນປັນຍາ
18. ສະຫາຍ ຄຳຫຼ້າ ແກ້ວດາວັນ
19. ສະຫາຍ ສອນໄຊ ພໍລະສິມ
20. ສະຫາຍ ນາງ ສາຍພູເງິນ ອຸດົມສຸກ
21. ສະຫາຍ ບຸນເພັງ ສິນນະວົງ
22. ສະຫາຍ ຄອນແກ້ວ ພູນທອງໃສ
23. ສະຫາຍ ບຸນຄົງ ດວງພະວັນ
24. ສະຫາຍ ສົມສະໝອນ ຜະລີຈັນ
25. ສະຫາຍ ນາງ ສົມພອນ ໂສພິລາວັນ
26. ສະຫາຍ ເພັດສະໝອນ ສຸລິຍະແສງ
27. ສະຫາຍ ພັນເອກ ມີສຸກ ຂັນທະຍົງທອງ
28. ສະຫາຍ ນາງ ສີພອນ ສີລາວົງ
29. ສະຫາຍ ສີພອນໄຊ ທິບດາລາ
30. ສະຫາຍ ຄຳວຽນ ສີຫານາດ
31. ສະຫາຍ ເພັດສະໝອນ ດວງປະເສີດ
32. ສະຫາຍ ມົນຕີ ສີອຸດົມ
33. ສະຫາຍ ສຸດແສນແພງ ສິງດາລາ.
ກອງປະຊຸມຄັ້ງປະຖົມມະລຶກ ໄດ້ປ່ອນບັດເລືອກຕັ້ງເອົາ ຄະນະປະຈຳພັກ, ເລຂາ, ຮອງເລຂາ, ປະທານ ແລະ ຮອງປະທານກວດກາພັກແຂວງຄັ້ງທີ IX ຄື: ສະຫາຍ ບຸນຈັນ ສີວົງພັນ ເປັນເລຂາຄະນະບໍລິຫານງານພັກແຂວງ; ສະຫາຍ ບົວເງິນ ຫຸມໄຊຍະພົມ ແລະ ສະຫາຍ ບຸນເຮືອງ ສຸລິໄຊ ເປັນຮອງເລຂາຄະນະບໍລິຫານງານພັກແຂວງ, ສະຫາຍ ຄຳພາ ພິລາວົງ ເປັນປະທານກວດກາພັກແຂວງ, ສະຫາຍ ຄຳເພັດ ເພັງມະແສງ, ສະຫາຍ ນາງ ວັນໄຊ ສິງດາລາ ແລະ ສະຫາຍ ພອນສັກ ແສງມະນີທີ ເປັນຮອງປະທານກວດກາພັກແຂວງ,
ພ້ອມນີ້, ກອງປະຊຸມຍັງໄດ້ ປ່ອນບັດຄັດເລືອກ ເອົາຜູ້ແທນສົມບູນຈຳນວນ 30 ສະຫາຍ ແລະ ສຳຮອງ 5 ສະຫາຍ ເພື່ອໄປຮ່ວມກອງປະຊຸມໃຫຍ່ ຄັ້ງທີ XII ຂອງສູນກາງພັກ ຕື່ມອີກ.
ສະຫາຍ ສຈ ປອ ກິແກ້ວ ໄຂຄຳພິທູນ ກໍໄດ້ມີຄໍາເຫັນໂອ້ລົມ ໂດຍສະຫາຍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຄະນະພັກຊຸດເກົ່າ ທີ່ໄດ້ນຳພາ-ຊີ້ນຳພະນັກງານ, ສະມາຊິກພັກ, ປະຊາຊົນບັນດາເຜົ່າໃນທົ່ວແຂວງ ເປັນເຈົ້າການ ປະຕິບັດໜ້າທີ່ການເມືອງຂອງຕົນ, ຍາດໄດ້ຜົນສໍາເລັດຫຼາຍດ້ານ, ພ້ອມກັນນັ້ນ ສະຫາຍ ກໍຊີ້ນໍາຄະນະພັກຊຸດໃໝ່ ໃຫ້ສືບຕໍ່ປັບປຸງ, ແກ້ໄຂ; ຈຸດອ່ອນ-ຂໍ້ຄົງຄ້າງ ແລະ ນໍາເອົາທິດນໍາທີ່ເປັນເອກະພາບພາຍໃນກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກ ແຂວງຊຽງຂວາງໃນຄັ້ງນີ້ ໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ໃຫ້ມີປະສິດທິຜົນ.