ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ຊາວໜຸ່ມທົ່ວກົມໃຫຍ່ການເມືອງກອງທັບ ສະຫຼຸບຖອດຖອນບົດຮຽນປະຈຳປີ 2025

ວັນທີ 25 ກຸມພາ 2026, ຊາວໜຸ່ມກົມໃຫຍ່ການເມືອງກອງທັບ ສະຫຼຸບຖອດຖອນບົດຮຽນປະຈຳປີ 2025 ແລະ ວາງທິດທາງແຜນການ ປະຈຳປີ 2026, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ບຸນເພັງ ແກ້ວນະທີ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ, ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ, ມີຄະນະພັກ – ຄະນະບັນຊາ, ບັນດາກົມ, ຫ້ອງການ, ກອງ, ພ້ອມດ້ວຍຄະນະບໍລິຫານງານຊາວໜຸ່ມ ແລະ ຄະນະໜ່ວຍຊາວໜຸ່ມເຂົ້າຮ່ວມ.

ສະຫາຍ ພັນໂທ ຈັນນະຄອນ ອາດສະໝຸດ ຫົວໜ້າພະແນກຊາວໜຸ່ມ ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ໄດ້ສະຫຼຸບຕີລາຄາການເຄື່ອນໄຫວວຽກງານຊາວໜຸ່ມໃນໄລຍະ 1 ປີຜ່ານມາ, ເຊິ່ງອົງການຈັດຕັ້ງຊາວໜຸ່ມກົມໃຫຍ່ການເມືອງກອງທັບ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງນໍາພາແນວຄິດ ໃຫ້ສະມາຊິກຊາວໜຸ່ມເຊື່ອມຊຶມ, ກຳແໜ້ນຕໍ່ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຂໍ້ກຳນົດກົດລະບຽບຂອງກອງທັບ ກໍຄືຂອງຊາວໜຸ່ມປະຊາຊົນປະຕິວັດລາວວາງອອກ, ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ, ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ອຸດົມການສັງຄົມນິຍົມ, ມີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ, ມີຄວາມຕັດສິນໃຈສູ້ຊົນຜ່ານຜ່າອຸປະສັກຫຍຸ້ງຍາກ, ບຸກບືນຫ້າວຫັນຕໍ່ໜ້າທີ່ວຽກງານ, ມີຄວາມສາມັກຄີເປັນປຶກແຜ່ນ, ຕີຖອຍທຸກປະກົດການຫຍໍ້ທໍ້ໃນກົມກອງ ຮັບປະກັນຄວາມສະຫງົບຢ່າງໜັກແໜ້ນ, ອັນພົ້ນເດັ່ນກວ່າໝູ່ແມ່ນຂະບວນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງຊາວໜຸ່ມ ແລະ ປັບປຸງລະບົບການຈັດຕັ້ງຊາວໜຸ່ມໃຫ້ຄົບຊຸດຕາມລະບຽບຫຼັກການຂອງຊາວໜຸ່ມປະຊາຊົນປະຕິວັດລາວ, ໃນທົ່ວກົມໃຫຍ່ການເມືອງກອງທັບໄດ້ຈັດຕັ້ງຂຶ້ນເປັນ 8 ຄະນະບໍລິຫານງານ, ມີ 30 ໜ່ວຍ ຂຶ້ນກັບຄະນະບໍລິຫານງານ, ມີ 18 ໜ່ວຍເອກະລາດ, ສາຍຕັ້ງຂຶ້ນກັບພະແນກຊາວໜຸ່ມຫ້ອງການເມືອງກົມໃຫຍ່ການເມືອງກອງທັບ, ສາຍຂວາງຂຶ້ນກັບ ການນໍາພາ-ບັນຊາຢູ່ແຕ່ລະກົມກອງ, ສາມາດສ້າງການຈັດຕັ້ງ ແລະ ສະມາຊິກຊາວໜຸ່ມ 4 ບຸກໄດ້ 1 ພະແນກ, 5 ຄະນະບໍລິຫານງານ ແລະ 36 ໜ່ວຍ ແລະ ບຸກຄົນໄດ້ 1.101 ຄົນ, ສາມາດຂະຫຍາຍມະຫາຊົນຜູ້ກ້າວໜ້າເຂົ້າພັກ 103 ສະຫາຍ, ຍິງ 39 ສະຫາຍ, ສະມາຊິກພົ້ນກະສຽນ 16 ສະຫາຍ, ຍິງ 07 ສະຫາຍ.

ຈາກນັ້ນ, ຄະນະບໍລິຫານງານຊາວໜຸ່ມ ແລະ ຄະນະໜ່ວຍຊາວໜຸ່ມ ໄດ້ຂຶ້ນປະກອບຄໍາຄິດຄໍາເຫັນໃສ່ບົດສະຫຼຸບຢ່າງກົງໄປກົງມາ ແລະ ມີຈຸດສຸມ ເພື່ອເຮັດໃຫ້ກອງປະຊຸມມີເນື້ອໃນຄົບຖ້ວນ ອຸດົມສົມບູນຂຶ້ນຕື່ມ.

ໂອກາດນີ້, ສະຫາຍ ພັນເອກ ບຸນເພັງ ແກ້ວນະທີ ໄດ້ເນັ້ນໜັກໃຫ້ອົງການຈັດຕັ້ງຊາວໜຸ່ມກົມໃຫຍ່ການເມືອງກອງທັບ ເອົາໃຈໃສ່ປັບປຸງກໍ່ສ້າງອົງການຈັດຕັ້ງຊາວໜຸ່ມໃຫ້ມີຄວາມໜັກແໜ້ນທາງດ້ານແນວຄິດການເມືອງ, ເຂັ້ມແຂງທາງດ້ານການຈັດຕັ້ງ, ມີລະບຽບແບບແຜນທີ່ຖືກຕ້ອງ ແລະ ກ້າວໜ້າ ໃຫ້ສົມກັບຄໍາວ່າ: ( ຊາວໜຸ່ມເປັນກໍາລັງຕົ້ນຕໍຂອງການປະຕິວັດ, ຊາວໜຸ່ມປຽບເໝືອນແຂນຂວາຂອງພັກ, ເປັນກະດູກສັນຫຼັງຂອງຊາດ, ເປັນຜູ້ນໍາໜ້າຂອງຂະບວນການ ຂອງການປະຕິວັດ ແລະ ສໍາຄັນໃນທຸກຂົງເຂດວຽກງານຂອງສັງຄົມ ຄືດັ່ງຄໍາເວົ້າທີ່ວ່າ: (ບ່ອນໃດຍາກຊາວໜຸ່ມບຸກ, ບ່ອນໃດທຸກຊາວໜຸ່ມຜ່ານຜ່າ, ເມື່ອຊາດຕ້ອງການຊາວໜຸ່ມຂັນອາສາ)

ໂດຍ: ຄຳໄຕ ຈັນນະຄອນ