ປະທານປະເທດ ປ່ອນບັດເລືອກຕັ້ງ ສສຊ-ສສ ນວ ຢູ່ໜ່ວຍເລືອກຕັ້ງຫ້ອງການບ້ານທ່າພະລານໄຊ



ບັ້ນເລືອກຕັ້ງ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນ ຂັ້ນແຂວງ (ສສຂ) ຊຸດທີ V ໄດ້ຈັດຂຶ້ນພ້ອມກັນໃນຂອບເຂດທົ່ວປະເທດ ໃນວັນທີ 22 ກຸມພາ 2026, ບັນດາການນຳພັກ, ລັດ, ພ້ອມດ້ວຍ ປະຊາຊົນລາວບັນດາເຜົ່າ ໄດ້ພ້ອມພຽງກັນໄປໃຊ້ສິດປະຊາທິປະໄຕຂອງຕົນເອງ ປ່ອນບັດເລືອກເອົາ ສສຊ ແລະ ສສຂ ຢ່າງຄຶກຄື້ນ. ສະເພາະ ຢູ່ນະຄອນຫລວງວຽງຈັນ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ພ້ອມດ້ວຍພັນລະຍາ ແລະ ບັນດາການນຳພັກ, ລັດ ໄດ້ລົງປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນ ນະຄອນຫລວງວຽງຈັນ (ສສ ນວ) ຊຸດທີ V ຢູ່ໜ່ວຍປ່ອນບັດເລືອກຕັ້ງ ຫ້ອງການບ້ານທ່າພະລານໄຊ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ.
ບ້ານທ່າພະລານໄຊ ມີ 2 ຈຸດປ່ອນບັດເລືອກຕັ້ງ, ມີ 412 ຄອບຄົວ, ມີ 23 ໜ່ວຍຄຸ້ມຄອງ, ມີພົນລະເມືອງທັງໝົດ 1.770 ຄົນ. ໃນນັ້ນ, ມີຜູ້ມີສິດເລືອກຕັ້ງທັງໝົດ 1.331 ຄົນ, ຍິງ 768 ຄົນ, ຊຶ່ງປະຊາຊົນພາຍໃນບ້ານ ກໍໄດ້ພ້ອມພຽງຮຽງໜ້າກັນ ເຂົ້າມາປ່ອນບັດເລືອກຕັ້ງຢ່າງຄຶກຄື້ນ, ຮັກສາໄດ້ຄວາມເປັນລະບຽບຮຽບຮ້ອຍ, ໂປ່ງໃສ, ສະຫງົບ, ປອດໄພ ແລະ ອື່ນໆ. ບັ້ນເລືອກຕັ້ງຄັ້ງນີ້, ສະເພາະ ຜູ້ສະໝັກຮັບເລືອກຕັ້ງ ສສຊ ຊຸດທີ X ປະຈຳເຂດເລືອກຕັ້ງທີ 1 ນະຄອນຫລວງວຽງຈັນ ມີຜູ້ລົງສະໝັກທັງໝົດ 25 ທ່ານ, ເລືອກເອົາ 19 ທ່ານ ແລະ ສະມາຊິກສະພາປະຊາຊົນ ນະຄອນຫລວງວຽງຈັນ ຊຸດທີ V ປະຈຳເຂດເລືອກຕັ້ງເມືອງສີສັດຕະນາກ, ມີຜູ້ລົງສະໝັກຮັບເລືອກຕັ້ງ ທັງໝົດ 7 ທ່ານ, ເລືອກເອົາ 5 ທ່ານ.
ຜູ້ມີສິດປ່ອນບັດເລືອກຕັ້ງ ຫລາຍທ່ານໃຫ້ສຳພາດເປັນສຽງດຽວກັນວ່າ: ຕົນເອງມີຄວາມຮູ້ສຶກພາກພູມໃຈ ແລະ ດີໃຈ ທີ່ໄດ້ມາໃຊ້ສິດປະຊາທິປະໄຕຂອງຕົນ ເລືອກເອົາຜູ້ທີ່ມີຄວາມຮູ້ຄວາມສາມາດ, ມີມາດຖານເງື່ອນໄຂຄົບຖ້ວນ, ກ້າເວົ້າ, ກ້າສະເໜີ, ຊື່ສັດບໍລິສຸດ ແລະ ຫວັງວ່າຜູ້ທີ່ຕົນເອງເລືອກ ຈະເປັນຕົວແທນຂອງປະຊາຊົນລາວບັນດາເຜົ່າ ກໍຄື ລົງໃກ້ຊິດຕິດແທດກັບປະຊາຊົນ ເພື່ອນຳເອົາຄຳຄິດຄຳເຫັນ, ຄຳສະເໜີ ຂອງປະຊາຊົນ ກໍຄື ບັນຫາຕ່າງໆ ທີ່ປະຊາຊົນໃຫ້ຄວາມສົນໃຈ ເປັນຕົ້ນ ບັນດາປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນໃນສັງຄົມ ນຳໄປສະເໜີຕໍ່ໃນສະພາແຫ່ງຊາດ ເພື່ອກ້າວໄປສູ່ການປັບປຸງແກ້ໄຂ ໃຫ້ເປັນຮູບປະທຳ ແນໃສ່ປະກອບສ່ວນພັດທະນາປະເທດຊາດ ໃຫ້ຈະເລີນກ້າວໜ້າ ແລະ ຮຸ່ງເຮືອງສີວິໄລ.
ບັ້ນເລືອກຕັ້ງ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນ ຂັ້ນແຂວງ (ສສຂ) ຊຸດທີ V ແມ່ນເຫດການການເມືອງໜຶ່ງທີ່ສຳຄັນ ທຸກໆ 5 ປີ ຈະໄດ້ຈັດຂຶ້ນເທື່ອໜຶ່ງ ເພື່ອໃຫ້ພົນລະເມືອງລາວຜູ້ມີສິດເລືອກຕັ້ງ ໄດ້ເລືອກເອົາບຸກຄົນທີ່ມີມາດຖານ ແລະ ເງື່ອນໄຂຄົບຖ້ວນກວ່າໝູ່ ເປັນສະມາຊິກພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ເພື່ອເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ ຊຶ່ງບັ້ນເລືອກຕັ້ງໃນຄັ້ງນີ້, ທົ່ວປະເທດ ມີຜູ້ມີສິດເລືອກຕັ້ງ ສສຊ ແລະ ສສຂ ທັງໝົດ 4.764.384 ຄົນ, ຍິງ 2.384.104 ຄົນ. ໃນນີ້, ສະເພາະ ຢູ່ນະຄອນຫລວງວຽງຈັນ ມີຜູ້ມີສິດເລືອກຕັ້ງ ທັງໝົດ 663.410 ຄົນ, ຍິງ 331.347 ຄົນ, ມີໜ່ວຍປ່ອນບັດເລືອກຕັ້ງ ທັງໝົດ 802 ໜ່ວຍ.
ຂ່າວ-ພາບ: ທະນູທອງ