ປະທານສະພາແຫ່ງຊາດລາວ ພົບປະກັບ ເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ




ໃນຕອນບ່າຍຂອງວັນທີ 5 ກຸມພາ 2026, ທີ່ ສະພາແຫ່ງຊາດລາວ, ສະຫາຍ ປະລິນຍາເອກ ໄຊສົມພອນ ພົມວິຫານ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ແລະ ພົບປະກັບ ສະຫາຍ ໂຕ ເລິມ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໃນໂອກາດເດີນທາງມາຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ.
ໃນໂອກາດດັ່ງກ່າວ, ສະຫາຍ ປະລິນຍາເອກ ໄຊສົມພອນ ພົມວິຫານ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມຊົມເຊີຍຕໍ່ ສະຫາຍ ໂຕ ເລິມ ທີ່ໄດ້ຮັບເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ອີກສະໄໝໜຶ່ງ ພ້ອມທັງໄດ້ຕີລາຄາສູງຕໍ່ການຢ້ຽມຢາມຄັ້ງນີ້ ຊຶ່ງເປັນປະເທດທໍາອິດ ຂອງການເຄື່ອນໄຫວວຽກຕ່າງປະເທດ ຂອງສະຫາຍ ໂຕ ເລິມ ໃນຕໍາແໜ່ງເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ ແລະ ເປັນຄະນະຜູ້ແທນຂັ້ນສູງຂອງຕ່າງປະເທດ ຄະນະທໍາອິດທີ່ມາຢ້ຽມຢາມ ສປປ ລາວໃນປີ 2026 ຊຶ່ງເປັນການສະແດງເຖິງການຍຶດໝັ້ນອັນສະເໝີຕົ້ນສະເໝີປາຍຂອງທັງສອງປະເທດ ໃນການຖືສໍາຄັນ ແລະ ໃຫ້ບູລິມະສິດອັນຕົ້ນຕໍ ໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດສອງປະເທດ.
ສອງຝ່າຍໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສໍາເລັດໃນການພັດທະນາເສດຖະກິດ-ສັງຄົມທີ່ສອງປະເທດ ຍາດມາໄດ້ໃນໄລຍະຜ່ານມາ ກໍຄືຜົນສໍາເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ແລະ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ທີ່ໄດ້ປິດລົງຢ່າງສະຫງ່າງາມ. ພ້ອມດຽວກັນນັ້ນ, ສອງຝ່າຍ ຍັງໄດ້ຕີລາຄາສູງ ແລະ ພາກພູມໃຈເປັນຢ່າງຍິ່ງ ທີ່ເຫັນວ່າ ສາຍພົວພັນຂອງສອງປະເທດ ສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງ ແລະ ໄດ້ຍົກລະດັບເປັນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ເຖິງວ່າ ສະພາບການພາກພື້ນ ແລະ ສາກົນ ໄດ້ມີການຜັນແປໄປຢ່າງໄວວາ ແລະ ສັບສົນ ກໍຕາມ ພ້ອມທັງໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງ ສອງສະພາແຫ່ງຊາດ ລາວ-ຫວຽດນາມ ໃນໄລຍະຜ່ານມາ ຊຶ່ງສອງຝ່າຍໄດ້ສໍາເລັດການເປີດນໍາໃຊ້ປຶ້ມ “50 ປີ ແຫ່ງການພົວພັນ ລະຫວ່າງ ສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດຫວຽດນາມ: ການຮ່ວມມືຮອບດ້ານ ແລະ ການພັດທະນາ”.
ໃນໂອກາດນີ້, ສະຫາຍ ປະລິນຍາເອກ ໄຊສົມພອນ ພົມວິຫານ ໄດ້ແຈ້ງໃຫ້ ສະຫາຍ ເລຂາທິການໃຫຍ່ ໂຕ ເລິມ ຊາບໂດຍຫຍໍ້ ກ່ຽວກັບ ຜົນການພົບປະສອງຝ່າຍ ກັບ ສະຫາຍ ເຈີ່ນ ແທັງ ເມີ້ນ, ປະທານສະພາແຫ່ງຊາດ ແຫ່ງ ສສ. ຫວຽດນາມ ຊຶ່ງສອງຝ່າຍໄດ້ຕີລາຄາຄືນການພົວພັນຮ່ວມມື ໃນໄລຍະຜ່ານມາ ລວມທັງການວາງທິດທາງແຜນການຮ່ວມມືໃນຕໍ່ໜ້າ ໂດຍຈະສືບຕໍ່ການແລກປ່ຽນການຢ້ຽມຢາມຂອງການນໍາຂັ້ນສູງ ແລະ ຂັ້ນຕ່າງໆ ທັງສູນກາງ ແລະ ທ້ອງຖິ່ນນໍາກັນ ພ້ອມທັງຮ່ວມກັນຈັດກອງປະຊຸມສໍາມະນາແລກປ່ຽນບົດຮຽນຕ່າງໆຮ່ວມກັນ. ພ້ອມດຽວກັນນີ້, ກໍໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງຕໍ່ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອອັນໃຫຍ່ຫຼວງລໍ້າຄ່າ, ທັນການ ແລະ ມີປະສິດທິຜົນ ໃຫ້ແກ່ ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ບໍ່ວ່າຈະໃນໄລຍະຕໍ່ສູ້ ເພື່ອຍາດເອົາເອກະລາດແຫ່ງຊາດ ກໍຄືໃນໄລຍະແຫ່ງການປົກປັກຮັກສາ ແລະ ສ້າງສາປະເທດ ໃນປັດຈຸບັນ ໂດຍສະເພາະການຊ່ວຍເຫຼືອຂອງສະພາແຫ່ງຊາດຫວຽດນາມ ທີ່ມີຕໍ່ສະພາແຫ່ງຊາດລາວ ຕະຫຼອດມາ. ນອກຈາກນັ້ນ, ສະຫາຍ ປອ. ໄຊສົມພອນ ພົມວິຫານ ຍັງໄດ້ແຈ້ງໃຫ້ຊາບວ່າ ປັດຈຸບັນ ສະພາແຫ່ງຊາດລາວ ພວມຂຸ້ນຂ້ຽວກະກຽມໃສ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງ ຊຸດທີ V ໃນທົ່ວປະເທດ ຊຶ່ງຈະມີຂຶ້ນໃນວັນທີ 22 ກຸມພາ 2026 ທີ່ຈະມາເຖິງນີ້.
ໃນຂະນະດຽວກັນ, ສະຫາຍ ໂຕ ເລິມ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສະໜິດສະໜົມ ພ້ອມທັງໄດ້ມີຄໍາເຫັນຊີ້ນໍາໃຫ້ ສອງສະພາແຫ່ງຊາດ ຫວຽດນາມ ແລະ ລາວ ສືບຕໍ່ຊຸກຍູ້ລັດຖະບານຂອງສອງປະເທດ ຈັດຕັ້ງປະຕິບັດບັນດາສົນທິສັນຍາ, ສັນຍາ ແລະ ຂໍ້ຕົກລົງ, ບັນດາໂຄງການຮ່ວມມື ທີ່ສອງຝ່າຍໄດ້ລົງນາມຮ່ວມກັນ ເພື່ອຊຸກຍູ້ ແລະ ສົ່ງເສີມການພົວພັນຮ່ວມມືທາງດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ລະຫວ່າງ ສອງປະເທດ ໃຫ້ຂະຫຍາຍຕົວສູງຂຶ້ນ ສົມຄູ່ກັບການພົວພັນຮ່ວມມືດ້ານການເມືອງ.