ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ສອງນາຍົກລັດຖະມົນຕີ ລາວ-ຫວຽດນາມ ພົບປະທີ່ ນະຄອນຫຼວງວຽງຈັນ

ໃນຕອນບ່າຍຂອງວັນທີ 5 ກຸມພາ 2026, ທີ່ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ນະຄອນຫຼວງວຽງຈັນ, ສະຫາຍ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບ ແລະ ພົບປະສອງຝ່າຍກັບ ສະຫາຍ ຟ້າມ ມິງ ຈິງ, ນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ ໃນໂອກາດເດີນທາງຕິດຕາມ ສະຫາຍ ໂຕ ເລິມ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ.

ໃນໂອກາດພົບປະຄັ້ງນີ້, ສອງຝ່າຍໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສໍາເລັດອັນຍິ່ງໃຫຍ່ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ທີ່ສອງປະເທດຍາດມາໄດ້ ໃນໄລຍະຜ່ານມາ ກໍຄື ຜົນສໍາເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ແລະ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ທີ່ໄດ້ອັດລົງຢ່າງສະຫງ່າງາມ. ສອງຝ່າຍໄດ້ຕີລາຄາຄືນການພົວພັນຮ່ວມມືສອງຝ່າຍ ແລະ ທິດທາງແຜນການຮ່ວມມືຍຸດທະສາດ ໃນຕໍ່ໜ້າ ຊຶ່ງເຫັນວ່າ ສາຍພົວພັນສອງປະເທດ ນັບມື້ນັບແຕກດອກອອກຜົນໃນທຸກຂົງເຂດ ໂດຍສະເພາະວຽກງານການເມືອງ, ການຕ່າງປະເທດ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສືບຕໍ່ເປັນເສົາຫຼັກທີ່ໜັກແໜ້ນ, ບັນດາໂຄງການຍຸດທະສາດ ໄດ້ຮັບການຈັດຕັ້ງປະຕິບັດສໍາເລັດເປັນຢ່າງດີ ຊຶ່ງຫຼາຍໂຄງການໄດ້ມີການມອບຮັບ, ນໍາໃຊ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນ ແລະ ບາງໂຄງການພວມຈັດຕັ້ງປະຕິບັດ ແນໃສ່ໃນການເຊື່ອມໂຍງເຊື່ອມຈອດພື້ນຖານເສດຖະກິດຂອງສອງປະເທດ ໂດຍສະເພາະການຮ່ວມມືທາງດ້ານເສດຖະກິດ ໃຫ້ສົມຄູ່ກັບສາຍພົວພັນພິເສດ. ພ້ອມນັ້ນ, ສອງຝ່າຍໄດ້ເຫັນດີເປັນເອກະພາບຈະສືບຕໍ່ຊຸກຍູ້ບັນດາໂຄງການຍຸດທະສາດອື່ນໆ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດ ເປັນຕົ້ນແມ່ນ ໂຄງການເສັ້ນທາງລົດໄຟ ລາວ-ຫວຽດນາມ, ໂຄງການເສັ້ນທາງດ່ວນ ວຽງຈັນ-ຮ່າໂນ້ຍ ແລະ ອື່ນໆ ພ້ອມທັງຈະສືບຕໍ່ຊຸກຍູ້ສົ່ງເສີມການຮ່ວມມືດ້ານພະລັງງານ ແລະ ບໍ່ແຮ່, ການຮ່ວມມືດ້ານການສຶກສາ ແລະ ວັດທະນະທໍາ, ວຽກງານຫັນເປັນດີຈິຕອນ, ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ໃຫ້ນັບມື້ນັບຫຼາຍຂຶ້ນ.

ໃນໂອກາດດັ່ງກ່າວ, ສະຫາຍ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ສະໜິດສະໜົມຮັກແພງ ແລະ ຕີລາຄາສູງຕໍ່ການພົບປະຄັ້ງນີ້ ຊຶ່ງເປັນການສະແດງເຖິງການໃຫ້ຄວາມສໍາຄັນເປັນພິເສດ ແລະ ຖືເປັນບູລິມະສິດສູງສຸດ ໃນການປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນແບບພິເສດ ລາວ-ຫວຽດນາມ, ຫວຽດນາມ-ລັດ ທີ່ເປັນມໍລະດົກອັນລໍ້າຄ່າ ແລະ ມີໜຶ່ງບໍ່ມີສອງໃນໂລກ ໃຫ້ໝັ້ນຄົງທະນົງແກ່ນຕະຫຼອດກາລະນານ. ພ້ອມນັ້ນ, ສະຫາຍ ສອນໄຊ ສີພັນດອນ ໄດ້ຕາງໜ້າໃຫ້ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອອັນລໍ້າຄ່າ, ທັນການ ແລະ ມີປະສິດທິຜົນ ໃຫ້ແກ່ ສປປ ລາວ ຕະຫຼອດມາ.

ໃນຂະນະດຽວກັນ, ສະຫາຍ ນາຍົກລັດຖະມົນຕີ ຟ້າມ ມິງ ຈິງ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມໝາຍໝັ້ນວ່າ ຈະສືບຕໍ່ເຮັດວຽກຮ່ວມກັບຝ່າຍລາວຢ່າງໃກ້ຊິດ ເພື່ອຈັດຕັ້ງປະຕິບັດບັນດາຂໍ້ຕົກລົງທີ່ສອງຝ່າຍໄດ້ລົງນາມຮ່ວມກັນ ໃຫ້ປະກົດຜົນເປັນຮູບປະທໍາ ເພື່ອນໍາເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງຊາດ ຫວຽດນາມ-ລາວ.