ຜູ້ລົງສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ປະຈຳເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ: ມີຈໍານວນຜູ້ສະໝັກ 13 ທ່ານ, ເລືອກເອົາ 09 ທ່ານ.

1) ທ່ານ ເພັງນິລັນ ຄຳພັນເພັງ ກໍາມະການສູນກາງພັກ, ເລຂາຄະນະພັກແຂວງໄຊຍະບູລີ (ສສຊ ຊຸດທີ IX);
2) ທ່ານ ມີໄຊ ພົມເຂ ກຳມະການສຳຮອງສູນກາງພັກ, ຮອງຫົວໜ້າຫ້ອງວ່າການສູນກາງພັກ;
3) ທ່ານ ພົຕ ໄພວັນ ຈັນທະພົມມາ ກຳມະການປະຈຳພັກກະຊວງ, ຫົວໜ້າຫ້ອງວ່າການ ກະຊວງປ້ອງກັນປະເທດ;
4) ທ່ານ ນາງ ໄກຍະສອນ ສີດາ ກຳມະການປະຈຳພັກແຂວງ, ຫົວໜ້າພະແນກສາທາລະນະສຸກແຂວງ;
5) ທ່ານ ກາວີ ເກດດົມລິ ກໍາມະການພັກແຂວງ;
6) ທ່ານ ນາງ ວັນນາ ພົມວິສອນ ກຳມະການພັກແຂວງ, ຫົວໜ້າຫ້ອງວ່າການສະພາປະຊາຊົນແຂວງ (ສສຊ ຊຸດທີ IX);
7) ທ່ານ ປທ ນາງ ແສງມະນີ ຢາທໍ່ຕູ້ ຮອງຫົວໜ້າກົມ, ກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ສະພາແຫ່ງຊາດ;
ທ່ານ ປອ ແວວເພັດ ສີບຸນມາ ຮອງເລຂາຄະນະພັກຮາກຖານ, ຮອງຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ;
9) ທ່ານ ປອ ຄໍາແສນ ສີສະວົງ ປະທານສະມາຄົມການສຶກສາ ພາກເອກະຊົນ (ສສຊ ຊຸດທີ IX);
10) ທ່ານ ພັອ ບຸນທ່ຽງ ພັນດີ ຮອງຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງ;
11) ທ່ານ ນາງ ບົວຈັນ ຄຳຕາ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນແຂວງ;
12) ທ່ານ ບຸນເສນ ລາວເບຼຍຢາທໍ ຮອງເລຂາໜ່ວຍພັກ, ຮອງຫົວໜ້າພະແນກຍຸຕິທຳແຂວງ;
13) ທ່ານ ໄຊຖາວອນ ລັດຕະນະວົງ ຄະນະໜ່ວຍພັກ, ຮອງປະທານສະຫະພັນກຳມະບານແຂວງ.