ມື້ນີ້ພວກເຮົາມີຂໍ້ມູນເລື່ອງພຶດຕິກຳການກິນທີ່ສົ່ງຜົນຕໍ່ການນອນຫລັບມາແນະນຳບັນດາທ່ານດັ່ງນີ້ :

ຫລາຍທ່ານອາດຈະຍັງບໍ່ເຄີຍຮູ້ມາກ່ອນວ່າ ອາຫານທີ່ເຮົາກິນເຂົ້າໄປໃນແຕ່ລະມື້ນັ້ນ ສາມາດສົ່ງຜົນຕໍ່ການນອນຫລັບຂອງເຮົາໄດ້ ຫາກທ່ານເປັນຄົນໜຶ່ງທີ່ນອນຫລັບຍາກ ຫລື ຕ້ອງໃຊ້ເວລາດົນກ່ວາຈະຫລັບ ການຫລີກເວັ້ນການກິນອາຫານບາງຢ່າງກໍອາດຈະຊ່ວຍເຮັດໃຫ້ການນອນຫລັບຂອງທ່ານໃນແຕ່ລະຄືນດີຂຶ້ນໄດ້. ມື້ນີ້ພວກເຮົາມີຂໍ້ມູນເລື່ອງພຶດຕິກຳການກິນທີ່ສົ່ງຜົນຕໍ່ການນອນຫລັບມາແນະນຳບັນດາທ່ານດັ່ງນີ້ :
- ກິນແລ້ວນອນທັນທີ : ຫລັງຈາກກິນອາຫານແລ້ວຮ່າງກາຍຕ້ອງໃຊ້ເວລາຍ່ອຍອາຫານປະມານ 2 ຊົ່ວໂມງເປັນຢ່າງໜ້ອຍ. ດັ່ງນັ້ນ, ຫາກທ່ານນອນໃນຂະນະທີ່ທ້ອງກຳລັງຍ່ອຍອາຫານຢູ່ນັ້ນ ອາດຈະເຮັດໃຫ້ເກີດອາການຍື່ງທ້ອງ ນອນແລ້ວບໍ່ສະບາຍໂຕໄດ້.
- ກິນອາຫານລົດຊາດເຂັ້ມຂຸ້ນຈົນເກີນໄປ (ເຜັດໆເຄັມໆ) ຈະເຮັດໃຫ້ຮູ້ສຶກຈຸກແໜ້ນໃນທ້ອງ, ເກີດຄວາມຮູ້ສຶກອຶດອັດ ເຮັດໃຫ້ລົບກວນການນອນຫລັບໄດ້.
- ບໍລິໂພກນຳ້ຕານຫລາຍເກີນໄປ : ເຖິງວ່າເຂົ້າໜົມຫວານ ຫລື ເຄື່ອງດື່ມຫວານໆ ຈະຊ່ວຍເຮັດໃຫ້ທ່ານຫ້າວຫັນ ແລະ ສົດຊື່ນ, ແຕ່ຫາກບໍລິໂພກໃນປະລິມານທີ່ຫລາຍເກີນໄປ ອາດຈະເຮັດໃຫ້ທ່ານຕ້ອງຕື່ນໃນຕອນກາງຄືນ.
- ດື່ມອານກໍຮໍກ່ອນນອນ : ຈະສົ່ງຜົນໃຫ້ການນອນຂອງທ່ານບໍ່ດີ ອາດເຮັດໃຫ້ຕື່ນມາຕອນກາງເດິກ ສົ່ງຜົນເຮັດໃຫ້ສະໝອງເຮັດວຽກໜັກຂຶ້ນ, ພັກຜ່ອນບໍ່ພຽງພໍ ເນື່ອງຈາກການນອນຂາດຕອນ.