ປະໂຫຍດຂອງ “ຖົ່ວ” ແລະ ວິທີ ຮັບປະທານໃຫ້ດີຕໍ່ສຸຂະພາບ.

“ຖົ່ວ” ແມ່ນອາຫານທີ່ມີຄຸນຄ່າທາງໂພຊະນາການສູງ ແລະ ແບ່ງອອກໄດ້ເປັນ 3 ປະເພດຫຼັກ:
- ຖົ່ວເປືອກແຂງ (Nut) – ເຊັ່ນ: ອັນມອນ, ມະມ່ວງຫິມະພານ, ວໍນັດ, ຖົ່ວດິນ, ແມັກຄາເດເມຍ: ລ້ວນແຕ່ມີໄຂມັນດີ, ໂປຣຕີນ, ໃຍອາຫານ ແລະ ວິຕາມິນ ຊຶ່ງຊ່ວຍຫຼຸດຄວາມສ່ຽງເປັນໂຣກຫົວໃຈ ແລະ ເບົາຫວານ. ຄວນຮັບປະທານປະມານ 30 ກຣາມ ຕໍ່ມື້ (1 ຝ່າມື)
- ຖົ່ວແຫ້ງ (Beans) – ເຊັ່ນ: ຖົ່ວແດງ, ຖົ່ວຂຽວ, ຖົ່ວຂາວ, ຖົ່ວດຳ ແມ່ນອຸດົມໄປດ້ວຍໂປຣຕີນ ແລະໄຟເບີ ເໝາະສຳລັບຜູ້ທີ່ໄດ້ຮັບໂປຣຕີນຈາກຊີ້ນສັດບໍ່ພໍ ແລະສາມາດໃຊ້ແທນໄຂ່ ຫຼື ເຂົ້າໄດ້ບາງສ່ວນ
- ຖົ່ວຜັກ / ຖົ່ວຝັກອ່ອນ – ເຊັ່ນ: ຖົ່ວຝັກຍາວ, ຖົ່ວພູ, ຖົ່ວລັນເຕົາ ແມ່ນໃຫ້ພະລັງງານຕ່ຳ ແຕ່ມີໃຍອາຫານຫຼາຍ ແລະຊ່ວຍໃຫ້ອິ່ມທ້ອງໄດ້ດີ ເໝາະກັບການນຳໄປປຸງແບບຜັດ, ລວກ, ຕົ້ມ
ເມນູຖົ່ວເພື່ອສຸຂະພາບ:
- ຖົ່ວເປືອກແຂງແບບອົບບໍ່ໃສ່ເກືອ ເອົາກິນຫຼິ້ນ ປະມານ 1 ຝາມື/ມື້
- ຖົ່ວແຫ້ງຕົ້ມນ້ຳຕານແບບນ້ຳຕານໜ້ອຍ ຫຼື ສານໃຫ້ຄວາມຫວານ ກິນຄູ່ກັບໝາກໄມ້ກໍໄດ້
- ຖົ່ວຜັກ ແບບລວກ ຫຼືອົບ ເຊັ່ນ ຖົ່ວແຣະຍີ່ປຸ່ນ ຫລື ຖົ່ວລັນເຕົາ ກິນປະມານ ½ – 1 ຖ້ວຍຕວງ
ຄຳແນະນຳ: ຄວນເລືອກຖົ່ວແບບບໍ່ໃສ່ເກືອ ຫຼືນ້ຳຕານ ແລະຮັບປະທານໃນປະມານທີ່ພໍເໝາະ ເພື່ອສຸຂະພາບ.