ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ລົງເຄື່ອນໄຫວຢ້ຽມຢາມພົບປະໂອ້ລົມພະນັກງານຫຼັກເເຫຼ່ງໂຮງງານມິດຕະພາບລາວ-ຫວຽດນາມ





ໃນວັນທີ 05 ມິຖຸນາ 2025, ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ກຳມະການຄະນະພັກກະຊວງ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ຜູ້ຊິ້ນຳວຽກງານອົງການຈັດຕັ້ງມະຫາຊົນ ໄດ້ລົງເຄື່ອນໄຫວຢ້ຽມຢາມພົບປະໂອ້ລົມພະນັກງານຫຼັກເເຫຼ່ງຢູ່ ໂຮງງານມິດຕະພາບລາວ-ຫວຽດນາມ ເນື່ອງໃນໂອກາດວັນສ້າງຕັ້ງກຳມະກອນສາກົນ ຄົບຮອບ 139 ປີ, ມີຄະນະພັກ ຄະນະອຳນວຍການ, ພະເເນກ, ຂະເເໜງການ ຕະຫຼອດຮອດພະນັກງານຫຼັກເເຫຼ່ງເຂົ້າຮ່ວມ.
ໃນໂອກາດເຄື່ອນໄຫວຢ້ຽມຢາມພົບປະໂອ້ລົມພະນັກງານຫຼັກເເຫຼ່ງໂຮງງານມີດຕະພາບລາວ-ຫວຽດນາມໃນຄັ້ງນີ້, ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ໃນໄລຍະທີ່ຜ່ານມາ ພ້ອມທັງ ເນັ້ນໜັກໃຫ້ຄະນະພັກ-ຄະນະອຳນວຍການ ໃນເເຕ່ລະຂັ້ນ ສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງນໍາພາ-ແນວຄິດ ໃຫ້ພະນັກງານ-ນັກຮົບ ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ກຳແໜ້ນລະບຽບຂອງພັກ, ກົດໝາຍຂອງລັດ, ຂໍ້ກຳນົດລະບຽບວິໄນຂອງກອງທັບ, ເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກໃຫ້ມີວິທະຍາສາດ, ເປັນເຈົ້າການຕ້ານ ແລະ ສະກັດກັ້ນບັນຫາປະກົດການຫຍໍ້ທໍ້ໃນສັງຄົມ, ຢູ່ໃນກົມກອງທີ່ອາດຈະເກີດຂຶ້ນ, ປັບປຸງກໍ່ສ້າງພັກ, ກໍ່ສ້າງພະນັກງານຮຸ່ນສືບທອດໃຫ້ມີຄຸນະພາບ, ສຸມໃສ່ສ້າງຜົນງານດ້ານຕ່າງໆ ເປັນຕົ້ນເເມ່ນໂຄສະນາໃຫ້ສອດຄ່ອງກັບແຕ່ລະກຸ່ມເປົ້າໝາຍເພື່ອດຶງດູດໃຫ້ສະມາຊິກກຳມະບານກຳມະກອນເປັນກໍາລັງແຮງໃນການສ້າງສາພັດທະນາປະເທດຊາດ, ຮູ້ໄດ້ສິດ, ພັນທະ ແລະ ຜົນປະໂຫຍດອັນຊອບທຳຂອງຕົນ, ມີນໍ້າໃຈຮັກເຊື້ອແພງຊາດ, ຮັກລະບອບໃໝ່, ມີຫົວຄິດປະດິດສ້າງ, ດຸໝັ່ນ, ມີລະບຽບວິໄນ ໃນການອອກແຮງງານ, ມີສະຕິຕໍ່ການຈັດຕັ້ງ, ເປັນເຈົ້າການຍົກລະດັບຄວາມຮູ້, ຄວາມສາມາດ ແລະ ພັດທະນາ ສີມືແຮງງານໃຫ້ສູງຂຶ້ນ ແນ່ໃສ່ສ້າງກຳລັງການຜະລິດທີ່ມີລະດັບທາງດ້ານວິທະຍາສາດເຕັກນິກທີ່ກ້າວໜ້າ, ພ້ອມທັງສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວເຮັດການຜະລິດປັບປຸງຊີວິດການເປັນຢູ່ໃຫ້ດີຂຶ້ນ, ສ້າງຜະລິດຕະພັນອັນໃໝ່ທີ່ມີຄຸນນະພາບອອກຮັບໃຊ້ກະຊວງປ້ອງກັນປະເທດ ໃຫ້ມີຄຸນະພາບຍິ່ງໆຂຶ້ນ.
ໂດຍ: ສຸກສາຄອນ