ໄຂ້ເລືອດອອກແບ່ງອອກເປັນ 3 ໄລຍະຄື

😪🤢🦟ພະຍາດໄຂ້ເລືອດອອກເປັນເປັນພະຍາດຕິດຕໍ່ ທີ່ມີຍຸງລາຍເປັນພາຫະນໍາໂລກເຊື້ອ ອາການຂອງໄຂ້ເລືອດອອກທີ່ມີຫຼາຍຢ່າງຕັ້ງແຕ່ບໍ່ມີອາການຈົນເຖິງມີອາການຮຸນແແຮງ ແລະ ອາດຈະເສຍຊີວິດໄດ້ຖ້າບໍ່ໄດ້ຮັບການຮັກສາທີ່ຖືກຕ້ອງ ແລະ ທັນເວລາ ເຊິ່ງການສັງເກດອາການເບື້ອຕົ້ນກໍແມ່ນກຸນແຈສຳຄັນໃນການຮັກສາໂລກ ກ່ອນທີ່ຈະມີອາກາດຮຸນແຮງ
1, ໄລຍະໄຂ້ສູງ ອາການຄື: ມີໄຂ້ສູງເຖິງ 39-40 ອົງສາ, ປວດຫົວຮຸນແຮງໂດຍສະເພາະບໍລິເວນໜ້າຜາກແລະອ້ອມຮອບດວງຕາ, ປວດເມື່ອຍຕາມຕົວອາດຈະເປັນກ້າມເນື້ອ ຫຼື ຂໍ້ກະດູກ, ເບື່ອອາຫານ, ອາຈຽນ, ໜ້າແດງ, ຜິວແດງ, ຕ່ອມນໍ້າເຫຼືອງຂະຫຍາຍໃຫ່ຍຂຶ້ນ ເຊິ່ງໄລຍະນີ້ແມ່ນຈະມີໄຂ້ສູງຕະຫຼອດໄລຍະເວລາ 2-7 ມື້
2, ໄລຍະວິກິດ ອາການຄື: ໄຂ້ລົດລົງ, ອາດຈະມີພາວະຊ໊ອກ, ຄວາມດັນຕໍ່າ, ເລືອດດັງໄຫຼ ຫຼື ຖ່າຍເປັນເລືອດ ເປັນໄລຍະທີ່ຕ້ອງເຝົ້າລະວັງເປັນພິເສດ ໄລຍະນີ້ເກີດຂຶ້ນຫຼັງຈາກໄຂ້ລົງປະມານວັນທີ 3-7 ວັນ
3, ໄລຍະຟື້ນຕົວ ຫຼັງຈາກຜ່ານພົ້ນຈາກໄລຍະວິກິດແລ້ວຈະມີອາການດີຂຶ້ນຕາມລໍາດັບ ສາມາດກິນອາຫານໄດ້ປົກະຕິ ແລະ ບາງເທື່ອອາດຈະມີຜື່ນແດງເກີດຂຶ້ນໄດ້ໃນຊ່ວງພື້ນຕົວ
ສຳລັບວິທີຮັກສາເບື້ອງຕົ້ນ, ຖ້າມີອາການໄຂ້ເລືອດອອກ ຄວນກິນຢາປາລາເພື່ອລົດໄຂ້, ເຊັດໂຕເປັນໄລຍະ, ດື່ມນໍ້າສະອາດ ຫຼື ນໍ້າເກືອແຮ່ຕະຫຼອດເພື່ອປ້ອງກັນພາວະການຂາດນໍ້າ, #ດີທີ່ສຸດກໍຄວນໄປພົບແພດເພື່ອຈະໄດ້ຮັບການຮັກສາຢ່າງຖືກຕ້ອງ, ທັນເວລາ ແລະ ເພື່ອຄວາມປອດໄພ.
ສຸດທ້າຍ, ວິທີປ້ອງກັນໄຂ້ເລືອດອອກທີ່ດີທີ່ສຸດແມ່ນການກຳຈັດແຫຼ່ງເພາະພັນຂອງຍຸງລາຍ ແລະ ປ້ອງກັນຕົນເອງຈາກຍຸງລາຍ, ເທນໍ້າອອກຈາກພາຊະນະທີ່ມີນໍ້າຂັງ ເພື່ອສຸຂະພາບທີ່ດີຂອງຕົນເອງ ແລະ ຄົນໃນຄອບຄົວ