ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ກໍາຈັດໜອນນໍ້າຍຸງລາຍດ້ວຍ ‘ໝາກຂີ້ຫູດ’


ຊ່ວງນີ້ໄຂ້ຍຸງກໍາລັງລະບາດຢ່າງຮຸນແຮງໃນບ້ານເຮົາ ເພື່ອປ້ອງກັນຕົວເຮົາເອງຈາກພະຍາດໄຂ້ຍຸງລາຍ ຄວນເລີ່ມຈາກການປ້ອງກັນ ແລະ ຢຸດຢັ້ງການແຜ່ພັນຂອງຍຸງລາຍ ພວກເຮົາເລີຍມີວິທີກໍາຈັດໜອນນໍ້າມາໃຫ້ທຸກຄົນໄດ້ປະຕິບັດຈາກໝາກຂີ້ຫູດດັ່ງນີ້:
.
1 ເອົາໝາກຂີ້ຫູດມານວດ ໃຫ້ນໍ້າມັນຊຶມອອກ ຫລັງຈາກນັ້ນນໍາໄປໃສ່ພາຊະນະທີ່ມີນໍ້າຂັງ
2 ນໍ້າມັນໝາກຂີ້ຫູດຈະເຮັດ ໜອນນໍ້າຍຸງລາຍບໍ່ສາມາດຂຶ້ນມາຫາຍໃຈໄດ້
3 ກິ່ນນໍ້າມັນໝາກຂີ້ຫູດ ຈະປ້ອງກັນບໍ່ໃຫ້ຍຸງລາຍເຂົ້າມາວາງໄຂ່ໃສ່
4 ປ່ຽນຖ່າຍໝາກຂີ້ຫູດທຸກໆ 3 ມື້
.