
ຄື້ນຈາກໂທລະສັບມືຖືສາມາດກໍ່ພະຍາດມະເຮັງໄດ້ແທ້ຫລືບໍ່ ?ປັດຈຸບັນຄົງປະຕິເສດບໍ່ໄດ້ວ່າໂທລະສັບມືຖືກາຍເປັນໜຶ່ງໃນຊີວິດປະຈຳວັນໄປແລ້ວ ຄົງມີຫລາຍທ່ານເຄີຍໄດ້ຍິນມາແດ່ແລ້ວວ່າຄື້ນຈາກໂທລະສັບມືຖືອາດຈະເຮັດໃຫ້ສ່ຽງຕໍ່ການເກີດພະຍາດມະເຮັງໄດ້. ສະນັ້ນ, ມື້ນີ້ມາເບິ່ງນຳກັນວ່າຂໍ້ມູນທີ່ໄດ້ຍິນມານັ້ນແມ່ນຄວາມຈິງແທ້ຫລືບໍ່.ໂດຍອົງການອະນາໄມໂລກມີຄຳຕອບມາໃຫ້ບັນດາທ່ານແລ້ວວ່າ “ບໍ່ແມ່ນຄວາມຈິງ” ເຊິ່ງຄຶ້ນຈາກໂທລະສັບມືຖືນັ້ນຖືເປັນຄື້ນແມ່ເຫລັກໄຟຟ້າທີ່ບໍ່ໄດ້ມີພະລັງງານສູງພໍຈະທຳລາຍ DNA ໃນແຊນໄດ້ໂດຍກົງຈົນເຮັດໃຫ້ເກີດມະເຮັງໄດ້ ແລະ ບໍ່ໄດ້ມີຄວາມແຮງຫລາຍພໍຈົນກໍ່ໃຫ້ເກີດຄວາມຮ້ອນເຖິງຂັ້ນສົ່ງຜົນຕໍ່ອຸນຫະພູມພາຍໃນຮ່າງກາຍ ເຊິ່ງຕ່າງຈາກລັງສີເອັກສະເຣ, ລັງສີແກມມາ ແລະ ລັງສີອັລຕຣາໄວໂອເລັດ ທີ່ມີພະລັງງານສູງຈົນສາມາດທຳລາຍພັນທະໃນ DNA ໄດ້ ແລະ ອາດນຳໄປສູ່ການເກີດແຊນມະເຮັງໃນທີ່ສຸດ.ທັງນີ້ ຜົນການວິໄຈຈາກລັດຖະບານສະຫະລັດອາເມລິກາ ໂດຍສະຖາບັນອະນາໄມສິ່ງແວດລ້ອມ ເພີ່ມໄດ້ທົດລອງວາງໂທລະສັບມືຖືຈຳນວນຫລາຍໜ່ວຍໄວ້ໃກ້ໆກັບໜູທົດລອງຕໍ່ເນື່ອງ 9 ຊົ່ວໂມງຕໍ່ມື້ ເປັນເວລາ 2 ປີເຕັມ ຜົນອອກມາວ່າ ໜູໂຕຜູ້ທີ່ຢູ່ໃນການທົດລອງມີຂະໜາດຊີ້ນປົ່ງຢູ່ຫົວໃຈໃຫຍ່ຂຶ້ນ, ແຕ່ບໍ່ພົບຄວາມກ່ຽວຂ້ອງລະຫ່ວາງລັງສີຈາກໂທລະສັບມືຖືກັບຊີ້ນປົ່ງໃນສະໝອງດັ່ງທີ່ຫລາຍໆຄົນກັງວົນກັນ ເພາະສັນຍານໂທລະສັບມືຖືນັ້ນເປັນແບບ NON IONIZING ທີ່ບໍ່ມີໂອກາດເຮັດອັນຕະລາຍຕໍ່ DNA ຂອງມະນຸດໄດ້ເລີຍ.ນອກຈາກນີ້, ອົງການອາຫານ ແລະ ຢາຂອງສະຫະລັດອາເມລິກາ ກໍໄດ້ທົດລອງໃນລັກສະນະດຽວກັນເມື່ອປະມານ 2 ປີກ່ອນ ໂດຍທີ່ທຸ້ມເງິນໄປກ່ວາ 25 ລ້ານໂດລາສະຫະລັດ ເຊິ່ງກໍໄດ້ຜົນໄປໃນທິດທາງດຽວກັນວ່າ ຄື້ນໂທລະສັບມືຖືນັ້ນບໍ່ໄດ້ກ່ຽວຂ້ອງກັບການເປັນພະຍາດມະເຮັງດັ່ງທີ່ເຮົາເປັນກັງວົນກັນ.ແຕ່ກໍບໍ່ແມ່ນວ່າ ບໍ່ອັນຕະລາຍ ແລະ ຈະປອດໄພ 100% ເຖິງຜົນການວິໄຈຈະຍັງບໍ່ໄດ້ລະບຸວ່າກໍ່ໃຫ້ເກີດມະເຮັງ, ແຕ່ກໍຍັງມີຂໍ້ຂັດແຍ່ງ ໂດຍ ທ່ານ ໂອທິສ ເບຣາລີ ຫົວໜ້າທີມແພດຈາກສະຖາບັນພະຍາດມະເຮັງແຫ່ງຊາດສະຫະລັດອາເມລິກາ ບອກວ່າ ຫລັງຈາກໄດ້ອ່ານຜົນການວິໄຈນີ້ ກໍບໍ່ໄດ້ເຮັດໃຫ້ລາວຮູ້ສຶກວ່າມັນປອດໄພ 100% ເພາະການໃຫ້ໜູທົດລອງຢູ່ກັບລັງສີກໍແມ່ນຢູ່, ແຕ່ໜູນັ້ນບໍ່ໄດ້ໃຊ້ໂທລະສັບມືຖືແທ້ຄືກັບຄົນເຮົາທີ່ນຳໃຊ້ ເຖິງຈະບໍ່ກໍ່ໃຫ້ເກີດຊີ້ນປົ່ງໃນສະໝອງ, ແຕ່ຜົນກະທົບໃນດ້ານອື່ນໆ ເຊັ່ນ : ອາການຫູຕຶງ, ບັນຫາສຸຂະພາບຈິດ, ການປວດຄໍ, ປວດກ້າມຊີ້ນບ່າໄຫລ່ຈາກການໃຊ້ໂທລະສັບມືຖືດົນໆ ຫລື ແມ່ນແຕ່ແສງ Blue Light ທີ່ມີຜົນກະທົບຕໍ່ສາຍຕາ ກໍຍັງເປັນສິ່ງທີ່ພິສູດກັນມາແລ້ວວ່າສົ່ງຜົນຮ້າຍແນ່ນອນ.ແຕ່ຖ້າເຮົາໃຊ້ໂທລະສັບມືຖືໃກ້ໆອຸປະກອນການແພດ ເຊັ່ນ : ເຄື່ອງກະຕຸ້ນຫົວໃຈ ຫລື ເຄື່ອງຊ່ວຍຟັງບາງຢ່າງ ການລົບກວນສັນຍານຈາກໂທລະສັບມືຖືລຸ້ນໆໃໝ່ມີຜົນໜ້ອຍກ່ວາລຸ້ນເກົ່າໆຫລາຍ, ແຕ່ຖ້າຂຶ້ນເຮືອບິນ ກໍຄວນປິດໂທລະສັບມືຖື ເພາະສັນຍານຈະລົບກວນການສື່ສານການບິນໄດ້.ແລະ ຂໍ້ສຸດທ້າຍ ຖ້າໃຊ້ໂທລະສັບມືຖືຕອນຂັບລົດ ບໍ່ວ່າຈະໃຊ້ຫູຟັງຫລືບໍ່ ໂອກາດເກີດອຸປະຕິເຫດກໍສູງກ່ວາເມື່ອບໍ່ໃຊ້ໂທລະສັບມືຖື 3 – 4 ເທົ່າ ເພາະເຮົາເມົາແຕ່ສົນໃຈການຕອບຂໍ້ຄວາມຈົນເສຍສະມາທິໃນການຂັບລົດ.