ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

2 ອົງການຈັດຕັ້ງມະຫາຊົນຊາວໜຸ່ມ – ເເມ່ຍິງ ກອງພັນໃຫຍ່ 11 ຈັດກິດຈະກໍາ ຂໍ່ານັບຮັບຕ້ອນວັນສຳຄັນຂອງພັກ.

Image Not Found

ໃນທ້າຍອາທິດທີ່ຜ່ານມາ, 2 ອົງການຈັດຕັ້ງມະຫາຊົນ ຊາວໜຸ່ມ – ເເມ່ຍິງ ກອງພັນໃຫຍ່ 11 ໄດ້ສ້າງຂະບວນການກິດຈະກຳເພື່ອຕ້ອນວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ( 22 ມີນາ 1955- 22 ມີນາ 2025) ໃຫ້ມີບັນຍາກາດຟົດຟື້ນມ່ວນຊື່ນ, ໂດຍການເປັນປະທານ ຂອງສະຫາຍ ພັນໂທ ໄມທອງ ຫິນລໍວັນ ຄະນະພັກ ຮອງຫົວໜ້າພະເເນກການເມືອງກອງພັນໃຫຍ່ 11, ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ, ມີຄະນະພັກ – ຄະນະບັນຊາຈາກພະເເນກການ, ຂະເເໜງການ, ກົມກອງ, ຕະຫຼອດຮອດຄະນະນໍາ 2 ອົງການຈັດຕັ້ງຊາວໜຸ່ມ – ແມ່ຍິງ, ສະມາຊິກຊາວໜຸ່ມ – ເເມ່ຍິງ ທົ່ວກົມກອງເຂົ້າຮ່ວມ.

ຈຸດປະສົງການຈັດກິດຈະກໍາໃນຄັ້ງນີ້ເປັນການຮັດເເໜ້ນ ຄວາມສາມັກຄີ ລະຫວ່າງ 02 ອົງການຈັດຕັ້ງມະຫາຊົນ ໃຫ້ມີຄວາມເເໜ້ນເເຟ້ນຂຶ້ນກວ່າເກົ່າ, ສ້າງໃຫ້ພະນັກງານ – ສະມາຊິກຊາວໜຸ່ມ- ເເມ່ຍິງ ມີຈິດໃຈເບີກບານມ່ວນຊື່ນຫ້າວຫັນຕໍ່ການປະຕິບັດໜ້າທີ່ວຽກງານ ເເລະ ພ້ອມກັນເປັນເຈົ້າການໃນການປັບປຸງກໍ່ສ້າງອົງການຈັດຕັ້ງຊາວໜຸ່ມ ໃຫ້ເປັນຊາວໜຸ່ມນຳໜ້າ 4 ບຸກ, ເເມ່ຍິງໃຫ້ເປັນເເມ່ຍິງ 3 ດີ, ສາມາດເຂົ້າຮ່ວມທຸກຂະບວນການຕາມການຈັດຕັ້ງມອບໝາຍໃຫ້. ການສ້າງຂະບວນການໃນຄັ້ງນີ້ປະກອບມີ: ກິດຈະກຳເຕັ້ນບາສະຣົບ, ກິດຈະກຳປິດຕາຢຽບປຸມເປົ້າ, ກິດຈະກຳປິດຕາປ້ອນກ້ວຍ ເເລະ ກິດຈະກຳເກັບລຽນຕຸກນ້ຳ.

ໂດຍ: ວິລັດ ມົນດວງສິງ.