ຈີນ ເປັນປະເທດປະທານໝູນວຽນອົງການຮ່ວມມືຊຽງໄຮ້
ຂ່າວສານຊີເອັມຈີຂອງຈີນ ລາຍງານໃຫ້ຮູ້ໃນວັນທີ 10 ກັນຍາ 2024 ນີ້ວ່າ: ກະຊວງການຕ່່າງປະເທດຈີນ ໄດ້ຈັດກອງປະຊຸມຖະແຫຼງຂ່າວໃນວັນທີ 9 ກັນຍາ ນີ້ ເພື່ອນຳສະເໜີກ່ຽວກັບຈີນ ຈະເປັນປະເທດປະທານໝູນ ວຽນອົງການຮ່ວມມືຊຽງໄຮ້. ທ່ານ ຊຸ່ນ ເວີ້ຍຕຸ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຈີນກ່າວວ່າ: ຫຼັງຈາກກອງປະຊຸມສຸດຍອດອັດສະຕານາ ອົງການຮ່ວມມືຊຽງໄຮ້ອັດລົງໃນເດືອນ ກໍລະກົດ ປີນີ້, ຈີນ ກໍເລີ່ມຮັບໜ້າທີ່ເປັນປະເທດປະທານໝູນວຽນອົງການຮ່ວມມືຊຽງໄຮ້ ແລະ ຈະຈັດກອງປະຊຸມຄະນະກຳມະການປະມຸກລັດປະເທດສະມາຊິກອົງການຮ່ວມມືຊຽງໄຮ້ຄັ້ງທີ 25 ຢູ່ຈີນ ໃນປີໜ້າ. ຈີນ ຈະຖືການຮັບໜ້າທີ່ເປັນປະເທດປະທານໝູນວຽນອົງການຮ່ວມມືຊຽງໄຮ້ ເປັນໂອກາດຮ່ວມກັບປະເທດສະມາຊິກຕ່າງໆໃນອົງການຮ່ວມມືຊຽງໄຮ້ ເພື່ອຈັດຕັ້ງປະຕິບັດຂໍ້ລິເລິ່ມການພັດທະນາທົ່ວໂລກ, ຂໍ້ລິເລິ່ມຄວາມໝັ້ນຄົງທົ່ວໂລກ ແລະ ຂໍ້ລິເລິ່ມອະລິຍະທຳທົ່ວໂລກ ປະກອບສ່ວນຢ່າງຕັ້ງໜ້າ ເພື່ອສ້າງສັນຕິພາບທີ່ຖາວອນ ແລະ ຄວາມຈະເລີນຮຸ່ງເຮືອງຮ່ວມຂອງໂລກ. ທ່ານ ຊຸ່ນ ເວີ້ຍຕຸ່ງ ກ່າວຕື່ມວ່າ, ກອງປະຊຸມສຸດຍອດໃນປີໜ້າ ຈະເປັນກິດຈະກຳສຳຄັນທີ່ສຸດ ພາຍໃນຂອບອົງການຮ່ວມມືຊຽງໄຮ້ ແລະ ກໍເປັນກິດຈະກຳແກນກາງທີ່ສຸດພາຍໃນໄລຍະທີ່ຈີນເປັນປະເທດປະທານໝູນວຽນ.