ໃນ 6 ເດືອນຜ່ານມາ ກອງທັບປະຊາຊົນລາວ ໄດ້ສຳເລັດການເປັນເຈົ້າພາບຈັດກອງປະຊຸມອາຊຽນ ແລ້ວ 7 ກອງປະຊຸມ

ວັນທີ 9 ສິງຫາ 2024 ທີ່ຫ້ອງວ່າການກະຊວງ, ກອງເລຂາອາຊຽນ ກົມພົວພັນຕ່າງປະເທດ ກະຊວງປ້ອງກັນປະເທດ ຈັດກອງປະຊຸມລາຍງານຜົນສໍາເລັດໃນການເປັນປະທານອາຊຽນຂອງກອງທັບປະຊາຊົນລາວໃນໄລຍະ 6 ເດືອນຕົ້ນປີ ແລະ ທິດທາງແຜນການ6ເດືອນທ້າຍປີ2024, ໂດຍການເປັນປະທານຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາຜູ້ຕາງໜ້າກົມ, ຫ້ອງການ, ກອງ ແລະ ອະນຸກໍາມະການທີ່ກ່ຽວຂ້ອງເຂົ້າຮ່ວມ ສະຫາຍ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາຊຽນ ແຫ່ງ ສປປ ລາວ ໄດ້ລາຍງານຜົນສໍາເລັດເລັດໃນການເປັນປະທານອາຊຽນຂອງກອງທັບປະຊາຊົນລາວ ໃນໄລຍະ 6 ເດືອນຕົ້ນປີທີ່ຜ່ານມາ ເຫັນວ່າສາມາດດໍາເນີນບັນດາກອງປະຊຸມຕ່າງໆໃຫ້ໄດ້ສໍາເລັດຕາມແຜນການ ເຊິ່ງມີ 7…
