ໂຮມຊຸມນຸມສະຫຼອງວັນປົດປ່ອຍພາກໃຕ້ຫວຽດນາມ ຄົບຮອບ 50 ປີ





ໃນວັນທີ 9 ພຶດສະພາ 2025 ທີ່ສະໂມສອນກົມໃຫຍ່ການເມືອງກອງທັບ, ກະຊວງປ້ອງກັນປະເທດ ໄດ້ຈັດພິທີໂຮມຊຸມນຸມສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ຫວຽດນາມ ຄົບຮອບ 50 ປີ (30 ເມສາ 1975-30 ເມສາ 2025), ໂດຍການເຂົ້າຮ່ວມຂອງສະຫາຍ ຫງວຽນ ມິງເຕິມ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ, ມີສະຫາຍ ພົນໂທ ທອງລອຍ ສີລິວົງ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີຄະນະນຳບັນດາກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ກົມ, ກອງ ຕະຫຼອດຮອດພະນັກງານຫຼັກແຫຼ່ງອ້ອມຂ້າງກະຊວງ ເຂົ້າຮ່ວມ.
ໃນພິທີ, ສະຫາຍ ຫງວຽນ ມິງເຕິມ ໄດ້ກ່າວປາໄສ ເນື້ອໃນບາງຕອນວ່າ: ການປົດປ່ອຍພາກໃຕ້ຫວຽດນາມ, ທ້ອນໂຮມປະເທດຊາດ ເປັນເອກະພາບ ແມ່ນບັນດາຂີດໝາຍອັນສະຫງ່າລາສີທີ່ສຸດ ໃນປະຫວັດສາດ ແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ, ເປັນຂີດໝາຍສິ້ນສຸດການຕໍ່ສູ້ອົງອາດກ້າແກ່ນ, ພິລະອາດຫານ ທັງເປັນການຢຸດຕິແອກປົກຄອງ ເປັນເວລາກວ່າເຄິ່ງສະຕະວັດ ຂອງລັດທິລ່າເມືອງຂຶ້ນ ແບບເກົ່າ ແລະ ແບບໃໝ່. ພາຍຫຼັງ ທ້ອນໂຮມປະເທດຊາດ ເປັນເອກະພາບ ເປັນເວລາ 50 ປີ ແລະ ເກືອບ 40 ປີ ແຫ່ງການປະຕິບັດພາລະກິດປ່ຽນແປງໃໝ່, ປະເທດຫວຽດນາມ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທົດສອບນານາປະການ, ສ້າງບັນດາຜົນງານທີ່ຍິ່ງໃຫຍ່ ມີຄວາມໝາຍປະຫວັດສາດ, ສ້າງສາພາລະກິດອັນໃຫຍ່ຫຼວງ, ກຳລັງບົ່ມຊ້ອນ, ທີ່ຕັ້ງ ແລະ ອິດທິພົນຊື່ສຽງສາກົນ ຄືທຸກວັນນີ້ ໂດຍມີຄວາມເອກອ້າງທະນົງໃຈຕໍ່ປະຫວັດສາດທີ່ສະຫງ່າລາສີຂອງຊາດ. ຫວຽດນາມ ແມ່ນຊົນຊາດ ທີ່ຜ່ານຜ່າຄວາມເຈັດປວດ ແລະ ຄວາມເສຍຫາຍນານາປະການ ຂອງສົງຄາມໃນອະດີດ ແລະ ກໍແມ່ນຊົນຊາດ ທີ່ໄດ້ຮັບຜົນອັນຍິ່ງໃຫຍ່ ຈາກສັນຕິພາບ, ການຮ່ວມມືມິດຕະພາບ ໃນຊຸມທົດສະວັດທີ່ຜ່ານມາ. ຫວຽດນາມມີຄວາມປາຖະໜາ ຢາກພ້ອມກັບປະຊາຄົມສາກົນ ສ້າງອະນາຄົດ ແຫ່ງສັນຕິພາບ, ວັດທະນະຖາວອນ, ສາມັກຄີ, ພັດທະນາ. ພວກເຮົາຈະສືບຕໍ່ເຮັດໃຫ້ການພົວພັນມິດຕະພາບ ແລະ ການຮ່ວມມືກັບບັນດາປະເທດໃນໂລກ ເລິກເຊິ່ງກວ່າອີກ, ຍູ້ແຮງການປະຕິບັດທິດນຳທີ່ວ່າ: “ຫວຽດນາມແມ່ນເພື່ອນມິດ, ແມ່ນຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈ ແລະ ເປັນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ປະຊາຄົມສາກົນ, ປ່ຽນແປງໃໝ່ກົນໄກ, ນະໂຍບາຍ, ສ້າງທຸກເງື່ອນໄຂສະດວກ ເພື່ອໃຫ້ເພື່ອນມິດສາກົນ ແລະ ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ຜູ້ທີ່ຖືສີສັນວັດທະນະທຳຫວຽດນາມໃນຕົວເຕີບໃຫຍ່ ຢູ່ບັນດາປະເທດພັດທະນາ, ມີຄວາມຮູ້ຄວາມເຂົ້າໃຈກ່ຽວກັບວິຊາການ ແລະ ການຄຸ້ມຄອງ, ມີການເຊື່ອມໂຍງ ກັບສາກົນ ຢ່າງເລິກເຊິ່ງ, ໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວ ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ຢູ່ຫວຽດນາມ.
ໂອກາດນີ້, ສະຫາຍ ຫງວຽນ ມິງເຕິມ ໄດ້ສະແດງຄວາມຮູ້ບຸນຄຸນ ຕໍ່ຄຸນງາມຄວາມດີອັນໃຫຍ່ຫຼວງ ຂອງປະທານ ໂຮ່ຈີມິນ, ຈົດຈຳ ແລະ ຮູ້ບຸນຄຸນຕໍ່ບັນດາການນຳປະຕິວັດຮຸ່ນກ່ອນ, ບັນດານັກຮົບວິລະຊົນ ເສຍສະລະຊີວິດເພື່ອຊາດ, ຜູ້ມີຄຸນງາມຄວາມດີ ຕໍ່ພາລະກິດປົດປ່ອຍພາກໃຕ້ຫວຽດນາມ ຢ່າງສົມບູນ, ທ້ອນໂຮມປະເທດຊາດ ເປັນເອກະລາດ. ພ້ອມນີ້, ທ່ານທູດຫວຽດນາມ ຍັງກ່າວຂອບໃຈ ຢ່າງຈິງໃຈຕໍ່ການສະໜັບສະໜູນ, ການຊ່ວຍເຫຼືອອັນໃຫຍ່ຫຼວງຈາກເພື່ອນມິດສາກົນ, ບັນດາກຳລັງກ້າວໜ້າ ແລະ ປະຊາຊົນຜູ້ຮັກຫອມ ສັນຕິພາບໃນໂລກ ທີ່ມີຕໍ່ພາລະກິດຕໍ່ສູ້, ປົດປ່ອຍຊາດ, ທ້ອນໂຮມປະເທດຊາດ ເປັນເອກະພາບຂອງປະຊາຊົນ ໂດຍສະເພາະແມ່ນກອງທັບປະຊາຊົນລາວ ກໍຄື ປະຊາຊົນລາວບັນດາເຜົ່າ.