ປະມວນພາບຄວາມເສຍຫາຍຈາກພາຍຸຍາກິພັດຖະຫລົ່ມຫວຽດນາມ ຮຸນແຮງສຸດໃນຮອບ30ປີ
ຫວຽດນາມຜະເຊີນພາຍຸຮຸນແຮງທີ່ສຸດໃນຮອບ 30 ປີ ເຮັດໃຫ້ເກີດຄວາມເສຍຫາຍຢ່າງໜັກທົ່ວພາກເໜືອຂອງປະເທດ ສົ່ງຜົນເຮັດໃຫ້ປະຊາຊົນ 1.5 ລ້ານກວ່າຄົນບໍ່ມີໄຟຟ້າໃຊ້ເຖິງວ່າປັດຈຸບັນນີ້ພາຍຸຫົວນີ້ຈະອ່ອນກໍາລັງລົງເປັນ ພາເຂດຮ້ອນແລ້ວ, ແຕ່ທາງການຍັງເຕືອນວ່າ: ພາຍາກິອາດເຮັດໃຫ້ເກີດຄວາມເສຍຫາຍເພີ່ມອີກຂະນະທີ່ກຳລັງເຄື່ອນທີ່ໄປທາງທິດຕາເວັນຕົກ.
ມີລາຍງານວ່າ: ຂົວຝັ່ງເລົ່າ (Phong Chau Brigde) ຂາມແມ່ນໍ້າແດງແຂວງຟູເຖາະທາງພາກເໜືອຂອງຫວຽດນາມ ເຊິ່ງປົກກະຕິແລ້ວຈະມີລົດສັນຈອນຕະຫລອດ ຟັງຖະຫລົ່ມລົງຈາກອິດທິພົນພາຍຸ ເຮັດໃຫ້ລົດ 10 ຄັນ ແລະ ລົດຈັກ 2 ຄັນຕົກລົງໄປໃນແມ່ນໍ້າ ໂດຍທ່ານ ໂຮ ດັກ ຟຸກ ຮອງນາຍົກລັດຖະມົນຕີຫວຽດນາມ ກ່າວວ່າ: ມີລົດບັນທຸກຄັນໜຶ່ງຕົກລົງສູ່ແມ່ນໍ້າຂະນະທີ່ຂົວພັງລົງ ໂດຍຄົນຂັບບໍ່ມີເວລາຢຸດລົດ ເຊິ່ງເຫດການນີ້ຖືກບັນທຶກວິດິໂອໄວ້.ເບື້ອງຕົ້ນມີຜູ້ໄດ້ຮັບການຊ່ວຍເຫລືອຈາກແມ່ນ້ຳຢ່າງໜ້ອຍ 3 ຄົນ.
ນອກຈາກນີ້, ພາຍຸດັ່ງກ່າວຍັງເຮັດໃຫ້ປະຊາຊົນ 240 ກວ່າຄົນໄດ້ຮັບບາດເຈັບ ຖືເປັນພາຍຸຮຸນແຮງທີ່ສຸດໃນອາຊີຂອງປີນີ້. ກະຊວງກະສິກຳ ແລະ ການພັດທະນາຊົນນະບົດລະບຸວ່າ: ມີຜູ້ເສຍຊີວິດຢ່າງໜ້ອຍ 44 ຄົນຈາກເຫດການດິນເຈື່ອນ ແລະ ນ້ຳປ່າໄຫລຊຸ. ທັງນີ້, ໂຕຝຸ່ນຍາກໍຍັງພັດຫລັງຄາເຮືອນປົວອອກ, ຕົ້ນໄມ້ຫັກຫລາຍຕົ້ນ ແລະ ສ້າງຄວາມເສຍຫາຍຢ່າງຮຸນແຮງຕໍ່ໂຄງລ່າງພື້ນຖານ ແລະ ໂຮງງານຢູ່ພາກເໜືອ ໂດຍຮູບຖ່າຍຈາກສຳນັກຂ່າວ Reuters ເຜີຍໃຫ້ເຫັນວ່າ: ກໍາແພງໂຮງງານ LG ໃນເມືອງຮາຍຟອງພັງລົງ.
ສ່ວນຢູ່ແຂວງຮຽນບາຍ ລະດັບນໍ້າຖ້ວມສູງເຖິງ 1 ແມັດໃນວັນທີ 9 ກັນຍາ ເຮັດໃຫ ້ 2,400 ກວ່າຄອບຄົວຕ້ອງອົບພະຍົບໄປຢູ່ບ່ອນປອດໄພ. ຂະນະທີ່ປະຊາຊົນເກືອບ 50,000 ຄົນໄດ້ຮັບການອົບພະຍົບອອກຈາກເມືອງ ເຊິ່ງທາງການຍັງອອກຄຳເຕືອນໃຫ້ປະຊາຊົນໃນພື້ນທີ່ອື່ນໆທີ່ໄດ້ຮັບຜົນກະທົບຢູ່ແຕ່ໃນເຮືອນ, ສ່ວນໂຮງຮຽນໃນ 12 ແຂວງພາກເໜືອ ລວມທັງນະຄອນຫລວງຮ່າໂນ້ຍ ຖືກສັ່ງປິດຊົ່ວຄາວ.ກ່ອນພາຍຸໄຕ້ຝຸ່ນຍາກິຈະເຄື່ອນທີ່ພັດຖະຫລົ່ມຫວຽດນາມ, ພາຍຸຫົວນີ້ໄດ້ຂ້າຊີວິດປະຊາຊົນໄປແລ້ວ 24 ຄົນຢູ່ຈີນຕອນໃຕ ້ແລະ ຟີລິບປິນ. ຂະນະທີ່ສະພາບໂລກຮ້ອນມີສ່ວນເຮັດໃຫ້ພາຍຸທະວີຄວາມຮຸນແຮງຂຶ້ນ ທັງຄວາມໄວລົມ ແລະປະລິມານນໍ້າຝົນ.