ໃນ 6 ເດືອນຜ່ານມາ ກອງທັບປະຊາຊົນລາວ ໄດ້ສຳເລັດການເປັນເຈົ້າພາບຈັດກອງປະຊຸມອາຊຽນ ແລ້ວ 7 ກອງປະຊຸມ
ວັນທີ 9 ສິງຫາ 2024 ທີ່ຫ້ອງວ່າການກະຊວງ, ກອງເລຂາອາຊຽນ ກົມພົວພັນຕ່າງປະເທດ ກະຊວງປ້ອງກັນປະເທດ ຈັດກອງປະຊຸມລາຍງານຜົນສໍາເລັດໃນການເປັນປະທານອາຊຽນຂອງກອງທັບປະຊາຊົນລາວໃນໄລຍະ 6 ເດືອນຕົ້ນປີ ແລະ ທິດທາງແຜນການ6ເດືອນທ້າຍປີ2024, ໂດຍການເປັນປະທານຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາຜູ້ຕາງໜ້າກົມ, ຫ້ອງການ, ກອງ ແລະ ອະນຸກໍາມະການທີ່ກ່ຽວຂ້ອງເຂົ້າຮ່ວມ
ສະຫາຍ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາຊຽນ ແຫ່ງ ສປປ ລາວ ໄດ້ລາຍງານຜົນສໍາເລັດເລັດໃນການເປັນປະທານອາຊຽນຂອງກອງທັບປະຊາຊົນລາວ ໃນໄລຍະ 6 ເດືອນຕົ້ນປີທີ່ຜ່ານມາ ເຫັນວ່າສາມາດດໍາເນີນບັນດາກອງປະຊຸມຕ່າງໆໃຫ້ໄດ້ສໍາເລັດຕາມແຜນການ ເຊິ່ງມີ 7 ກອງປະຊຸມຫຼັກຄື: ກອງປະຊຸມຫົວໜ້າໜ່ວຍງານວິຊາການເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາຊຽນ (ADSOM WG) ແລະ ອາຊຽນ-ບວກ (ADSOM-Plus WG),ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ວົງແຄບ (ADMM Retreat), ກອງປະຊຸມປະຈຳປີ ເຄືອຂ່າຍສະຖາບັນປ້ອງກັນຊາດ ແລະ ຄວາມໝັ້ນຄົງອາຊຽນ ຄັ້ງທີ 17, ໂຄງການແລກປ່ຽນນາຍທະຫານໜຸ່ມອາຊຽນ ຄັ້ງທີ 6, ກອງປະຊຸມປຶກສາຫາລືເຈົ້າໜ້າທີ່ປ້ອງກັນຊາດເວທີພາກພື້ນອາຊຽນ, ກອງປະຊຸມນະໂຍບາຍຄວາມໝັ້ນຄົງເວທີພາກພື້ນອາຊຽນ ຄັ້ງທີ 21 (21st ASPC) ແລະ ກອງປະຊຸມຄະນະທີ່ປຶກສາສູນຂໍ້ມູນຂ່າວສານ ແລະ ຄວາມໝັ້ນຄົງທາງໄຊເບີ້ ໃນຂອບກອງປະຊຸມ ADMM ຄັ້ງທີ 3 ຮ່ວມກັບ ສິງກະໂປ.
ສຳລັບແຜນວຽກໃນ 6 ເດືອນທ້າຍປີ2024ນີ້ ຈະສືບຕໍ່ກະກຽມ ແລະ ຈັດຕັ້ງດຳເນີນບັນດາກອງປະຊຸມອາຊຽນທີ່ຍັງເຫຼືອ ໃຫ້ສຳເລັດຕາມແຜນການທີ່ວາງໄວ້, ສືບຕໍ່ກະກຽມບັນດາເນື້ອໃນ ແລະ ແກ້ໄຂບັນຫາທີ່ຍັງຄົງຄ້າງ, ຈັດຕັ້ງການຝຶກອົບຮົມ ໃຫ້ພະນັກງານຮັບໃຊ້ກອງປະຊຸມ, ລົງກວດກາບັນດາສະຖານທີ່ຈັດກອງປະຊຸມ ແລະ ສະຖານທີ່ທ່ອງທ່ຽວຕ່າງໆ, ບັນດາອະນຸກຳມະການຕ່າງໆ ສືບຕໍ່ກະກຽມວຽກງານຂອງຕົນໃຫ້ສຳເລັດ ເພື່ອຮັບປະກັນ ໃຫ້ບັນດາກອງປະຊຸມທີ່ຍັງເຫຼືອ ເປັນຕົ້ນແມ່ນ ກອງປະຊຸມຜູ້ບັນຊາການທະຫານສູງສຸດອາຊຽນ, ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ແລະ ອາຊຽນ-ບວກ ໃຫ້ໄດ້ຮັບໝາກຜົນສູງ, ຈາກນັ້ນ ບັນດາອະນຸກໍາມະການຮັບຜິດຊອບວຽກງານແຕ່ລະດ້ານ ກໍໄດ້ຜັດປ່ຽນກັນລາຍງານການກະກຽມຄວາມພ້ອມໃນດ້ານຕ່າງໆ ຕໍ່ກອງປະຊຸມຕື່ມອີກ.
ໂອກາດນີ້ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດໃນການເປັນເຈົ້າພາບຈັດກອງປະຊຸມອາຊຽນໃນ 6 ເດືອນທີ່ຜ່ານມາ, ພ້ອມທັງເໜັ້ນໜັກໃຫ້ສືບຕໍ່ເປັນເຈົ້າພາບຈັດບັນດາກອງປະຊຸມທີ່ຍັງເຫຼືອ ໃຫ້ສຳເລັດຕາມແຜນການ ແລະ ຮຽກຮ້ອງໃຫ້ບັນດາອະນຸກໍາມະການທີ່ກ່ຽວຂ້ອງຈົ່ງຍົກສູງຄວາມຮັບຜິດຊອບຕໍ່ຫນ້າທີ່ການເມືອງຂອງຕົນ, ເພື່ອປະກອບສ່ວນເຂົ້າໃນການເປັນເຈົ້າພາບ ແລະ ປະທານຈັດກອງປະຊຸມອາຊຽນ ໃຫ້ດໍາເນີນໄປດ້ວຍຜົນສໍາເລັດອັນຈົບງາມ ທັງຮັບປະກັນຄວາມສະຫງົບປອດໄພ 100%.
ຂຽນໂດຍ: ໄພນາລິນ.