ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ກອງພັນໃຫຍ່ 661 ປາຖະກະຖາ 2 ວັນປະຫວັດສາດ

ວັນທີ 13 ສິງຫາ 2024 ກອງພັນໃຫຍ່ 661 ໄດ້ຈັດຕັ້ງປາຖະກະຖາວັນສ້າງຕັ້ງອາຊຽນຄົບຮອບ 57 ປີ (8 ສິງຫາ 1967-8 ສິງຫາ 2024) ແລະ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 74 ປີ ( 13 ສິງຫາ 1950-13 ສິງຫາ 2024) ໂດຍການເປັນປະທານ ແລະ ປາຖະກະຖາ ຂອງສະຫາຍ ພັນໂທ ບຸນທະວີ ລ້ວນບຸດສະດີ ຄະນະພັກກອງພັນໃຫຍ່ ຫົວໜ້າພະແນກການເມືອງກອງພັນໃຫຍ່ 661, ມີຕາງໜ້າຄະນະພັກ-ຄະນະບັນຊາ 3 ກອງພັນນ້ອຍ 5 ພະແນກການ,ຕະຫຼອດຮອດ ພະນັກງານນັກຮົບ ເຂົ້າຮ່ວມ.

ສະຫາຍ ພັນໂທ ບຸນທະວີ ລ້ວນບຸດສະດີ ໄດ້ຍົກໃຫ້ເຫັນມູນເຊື້ອການກໍາເນີດເຕີບໃຫຍ່ຂະຫຍາຍຕົວ ຂອງວັນສ້າງຕັ້ງແນວລາວສ້າງຊາດ ເຊິ່ງຊາດລາວເປັນຊາດໜຶ່ງ ທີ່ມີປະຫວັດສາດອັນຍາວນານ, ມີມູນເຊື້ອການຕໍ່ສູ້ຂອງປະຊາຊົນລາວບັນດາເຜົ່າ ເພື່ອຄວາມເປັນເອກະລາດ, ເສລີພາບ ແລະ ຄວາມຢູ່ດີກິນດີຂອງຕົນ, ແນວລາວສ້າງຊາດໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 13 ສິງຫາ 1950 ເຊິ່ງເປັນໄລຍະທີ່ພວກຈັກກະພັດລ່າເມືອງຂຶ້ນແບບເກົ່າໄດ້ເຂົ້າມາຮຸກຮານ ແລະ ຄອບຄອງປະເທດລາວ, ປະຊາຊົນລາວບັນດາເຜົ່າຖືກກົດຂີ່ຂູດຮິດຢ່າງໜັກໜ່ວງ, ຈິ່ງເກີດມີຂະບວນການຕ່າງໆ ລຸກຮືຂຶ້ນຕໍ່ສູ້ຢ່າງອົງອາດກ້າຫານ ເພື່ອຍາດເອົາຄວາມເປັນເອກະລາດ ແລະ ອິດສະຫຼະພາບແຫ່ງຊາດ. ໃນນີ້ແນວລາວສ້າງຊາດມີມູນເຊື້ອເຕົ້າໂຮມຄວາມສາມັກຄີປະຊາຊົນບັນດາເຜົ່າທຸກຊັ້ນຄົນໃຕ້ຮົ່ມທຸງປະຕິວັດຂອງພັກປະຊາຊົນປະຕິວັດລາວ, ຍຶດໝັ້ນໃນພັນທະພາບກໍາມະກອນ-ຊາວກະສິກອນ,ນັກຮຽນຮູ້ປັນຍາຊົນປະຕິວັດໃຕ້ການນໍາພາຂອງພັກ, ຍັງເປັນແຫຼ່ງກໍາເນີດເຕີບໃຫຍ່, ຝຶກຝົນຫຼໍ່ຫຼອມຖັນແຖວພະນັກງານຮຸ່ນຕ່າງໆ ຫຼາຍທ່ານໄດ້ກາຍເປັນພະນັກງານຫຼັກແຫຼ່ງຂອງການປະຕິວັດ, ເຕົ້າໂຮມຄວາມສາມັກຄີ ແລະ ນຳພາປະຕິບັດ ສອງໜ້າທີ່ຍຸດທະສາດຂອງພັກ ກໍຄືໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ຈາກນັ້ນ ໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາຂອງອາຊຽນ ເຊິ່ງໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 8 ສິງຫາ 1967, ຈຸດປະສົງຂອງອາຊຽນແມ່ນເພື່ອປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງພາກພື້ນ, ສົ່ງເສີມການຮ່ວມມືທາງດ້ານການເມືອງຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທຳ-ສັງຄົມໃຫ້ກວ້າງຂວາງ, ເພື່ອຮັກສາບົດບາດຄວາມເປັນແກນກາງຂອງອາຊຽນ ແລະ ຄວາມເປັນເຈົ້າການ ໃນຖານະເປັນກຳລັງຂັບເຄື່ອນຕົ້ນຕໍໃນການຮ່ວມມືພົວພັນລະ ຫວ່າງອາຊຽນກັບຄູ່ເຈລະຈາ ແລະ ຄູ່ຮ່ວມມືພາກພື້ນ, ຖືເອົາຫຼັກການພື້ນຖານຂອງອາຊຽນ ດ້ວຍຄວາມເຄົາລົບເອກະລາດ,ອະທິປະໄຕ, ຄວາມສະເໝີພາບ, ຜືນແຜ່ນດິນອັນຄົບຖ້ວນ ແລະ ເອກະລັກແຫ່ງຊາດ, ປາສະຈາກການແຊກແຊງເຂົ້າກິດຈະການພາຍໃນເຊິ່ງກັນ ແລະ ກັນ, ແກ້ໄຂຂໍ້ຂັດແຍ່ງດ້ວຍສັນຕິວິທີ.

ການປາຖະກະຖາໃນຄັ້ງນີ້ກໍເພື່ອລະນຶກເຖິງຄວາມພິລະອາດຫານ, ເຫດການຕ່າງໆທີ່ເປັນມູນເຊື້ອ ແລະ ຖືເປັນຜົນງານຄຸນງາມຄວາມດີຂອງບັນດາທ່ານຜູ້ນຳຮຸ່ນກ່ອນໄດ້ສ້າງວິລະກຳໄວ້ທັງເປັນການຫວນຄືນ ແລະ ສ້າງຈິດສຳນຶກ ໃຫ້ພະນັກງານ-ສະມາຊິກພັກຮຸ່ນສືບທອດ ໄດ້ພ້ອມກັນສຶກສາຮ່ຳຮຽນ ກຳໄດ້ ແລະ ນຳມາໝູນໃຊ້ເຂົ້າໃນຊີວິດຕົວຈິງ.

ຂ່າວ:ໄພນາລິນ