ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ພົບປະສອງຝ່າຍລາວ-ຈີນ ລະຫວ່າງກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ແລະ ກະຊວງປ້ອງກັນປະເທດ ແຫ່ງ ສປ ຈີນ.

ໃນວັນທີ 19 ກັນຍາ 2025 ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມຄະນະຜູ້ແທນການທະຫານຂັ້ນສູງ, ໄດ້ພົບປະກັບ ສະຫາຍ ພົນເອກ ຕົງຈຸນ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປ ຈີນ ພ້ອມຄະນະໃນໂອກາດທີ່ເດີນທາງເຂົ້າຮ່ວມກອງປະຊຸມປືກສາຫາລືຄວາມໝັ້ນຄົງຊຽງຊານຄັ້ງທີ 12 ແລະ ຢ້ຽມຢາມທາງການ ທີ່ນະຄອນຫຼວງປັກກິ່ງ ສປ ຈີນ.

ໃນການພົບປະຄັ້ງນີ້ ສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືກັນໃນໄລຍະຜ່ານມາ ພ້ອມທັງແຈ້ງສະພາບການໃຫ້ກັນຊາບກ່ຽວກັບບັນຫາທາງດ້ານການເມືອງ, ເສດຖະກິດ-ສັງຄົມຂອງສອງປະເທດ ໂດຍສະເພາະແມ່ນດ້ານວຽກງານປ້ອງກັນຊາດ ທີ່ຕ່າງຝ່າຍມີຄວາມສົນໃຈ ແລະ ໄດ້ທົບທວນຄືນການຮ່ວມມືລະຫວ່າງສອງກະຊວງປ້ອງກັນປະເທດ ລາວ-ຈີນ,ຈີນ-ລາວ ໃນໄລຍະຜ່ານມາ ແລະ ທິດທາງແຜນການຮ່ວມມືໃນຕໍ່ໜ້າ, ປຶກສາຫາລືການສະກັດກັ້ນການກໍ່ການຮ້າຍ, ອາດສະຍາກໍາຂ້າມຊາດ ແລະ ອື່ນໆ ແນ່ໃສ່ເພີ່ມທະວີການຮ່ວມມືດ້ານການທະຫານ ລະຫວ່າງ ສອງກະຊວງປ້ອງກັນປະເທດ ລາວ-ຈີນ ໃຫ້ມີຄວາມເຂັ້ມແຂງ ແລະ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ໄລຍະຜ່ານມາຝ່າຍລາວໄດ້ຮ່ວມລົງນາມໃນ 2 ສັນຍາຮ່ວມກັບຝ່າຍຈີນຄື: ອານຸສັນຍາວ່າດ້ວຍການຊ່ວຍເຫຼືອຊ້ອມແປງບຳລຸງຮັກສາເຮືອລາດຕະເວນທີ່ຝ່າຍຈີນໃຫ້ການຊ່ວຍເຫຼືອ ແລະ ສັນຍາວ່າດ້ວຍຝ່າຍຈີນໃຫ້ການຊ່ວຍເຫຼືອການສ້າງສູນວິໄຈພະຍາດເຂດຮ້ອນ ແລະ ທ້າຍເດືອນນີ້ ຄະນະວິຊາການຝ່າຍຈີນຈະໄດ້ເດີນທາງມາເຮັດວຽກຢູ່ ສປປ ລາວ ເພື່ອສົມທົບກັບວິຊາການທີ່ກ່ຽວຂ້ອງຂອງຝ່າຍລາວ ລົງສຳຫຼວດຕົວຈິງໃນການລົງມືກໍ່ສ້າງ ແລະ ຍັງມີອີກຫຼາຍຂົງເຂດທີ່ຝ່າຍຈີນ ໄດ້ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນກອງທັບປະຊາຊົນລາວຕະຫຼອດມາ ໂດຍສະເພາະຝ່າຍຈີນໄດ້ຊ່ວຍລົງມືກໍ່ສ້າງກອງພັນ 19 ທີ່ມີແຜນສ້າງໃນທ້າຍປີ 2025 ແລະ ຍັງໄດ້ສົ່ງຊ່ຽວຊານມາປະຈຳຢູ່ກອງບັນຊາການທະຫານອາກາດ ໃນການຝືກຊ້ອມບິນຕື່ມອີກ.

ພາຍຫຼັງສຳເລັດໃນການພົບປະສອງຝ່າຍລາວ-ຈີນ ຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນລາວ ນຳໂດຍສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ຍັງໄດ້ເດີນທາງໄປຢ້ຽມຢາມສູນວຽກງານຮັກສາສັນຕິພາບຂອງກະຊວງປ້ອງກັນປະເທດ ສປ ຈີນຕື່ມອີກ.