ເລຂາທິການໃຫຍ່, ປະທານປະເທດ ສປ ຈີນ ສົ່ງໂທລະເລກສະແດງຄວາມເສົ້າສະຫຼົດໃຈ ຕໍ່ການມໍລະນະກໍາຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ.

ໃນວັນທີ 2 ເມສາ 2025, ສະຫາຍ ສີ ຈິ້ນຜິງ, ເລຂາທິການໃຫຍ່ ຄະນະກໍາມະການສູນກາງພັກກອມມູນິດຈີນ, ປະທານປະເທດ ແຫ່ງ ສປ ຈີນ ໄດ້ສົ່ງໂທລະເລກສະແດງຄວາມເສົ້າສະຫຼົດໃຈ ເຖິງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດ ແຫ່ງ ສປປ ລາວ ຕໍ່ການມໍລະນະກໍາຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ, ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ, ເນື້ອໃນໂທລະເລກລະບຸວ່າ:
ຂ້າພະເຈົ້າ ຂໍຕາງໜ້າໃຫ້ ພັກກອມມູນິດຈີນ, ລັດຖະບານຈີນ, ປະຊາຊົນຈີນ ແລະ ໃນນາມສ່ວນຕົວ, ຂໍສະແດງຄວາມເສົ້າສະຫຼົດໃຈ ແລະ ອາໄລອາວອນຢ່າງສຸດຊຶ້ງ ຕໍ່ການຈາກໄປຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ແລະ ສະແດງຄວາມເຫັນໃຈຢ່າງຈິງໃຈ ມາຍັງຄອບຄົວ ຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ.
ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ແມ່ນນັກກອມມູນິດທີ່ໜັກແໜ້ນ, ແມ່ນການນໍາທີ່ດີເດັ່ນ ຂອງການນໍາລຸ້ນອະວຸໂສຂອງພັກ ແລະ ລັດລາວ, ແມ່ນສະຫາຍ ແລະ ເພື່ອນມິດທີ່ສະໜິດສະໜົມຂອງພັກ ແລະ ປະຊາຊົນຈີນ, ເພິ່ນໄດ້ອຸທິດສະຕິປັນຍາ ແລະ ກຳລັງວັງຊາຕະຫຼອດຊີວິດ ເພື່ອພາລະກິດປ່ຽນແປງໃໝ່ ແລະ ການສ້າງສາສັງຄົມນິຍົມຂອງປະເທດລາວ, ໄດ້ປະກອບສ່ວນສໍາຄັນເຂົ້າໃນການພັດທະນາສາຍພົນພັນສອງພັກ, ສອງລັດ ຈີນ-ລາວ, ພັກ, ລັດ ແລະ ປະຊາຊົນຈີນ ຈະລະນຶກເຖິງ ສະຫາຍ ຄໍາໄຕຕະຫຼອດໄປ.
ປະເທດຈີນ ກັບ ປະເທດລາວ ແມ່ນປະເທດສັງຄົມນິຍົມບ້ານໃກ້ເຮືອນຄຽງ ທີ່ມີສາຍພູ, ສາຍນໍ້າຕິດຈອດກັນ, ແມ່ນບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ. ຝ່າຍຈີນ ຖືສໍາຄັນໃນລະດັບສູງຕໍ່ການເສີມສ້າງ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ສອງພັກ, ສອງລັດ ຈີນ-ລາວ, ຝ່າຍຈີນ ຍິນດີພະຍາຍາມຮ່ວມກັນກັບຝ່າຍລາວ ຊຸກຍູ້ການສ້າງຄູ່ຮ່ວມຊາຕາກໍາ ຈີນ-ລາວ ແລະ ການສ້າງສາພາລະກິດສັງຄົມນິຍົມຂອງແຕ່ລະປະເທດ ໃຫ້ມີການພັດທະນາຍິ່ງໆຂຶ້ນຢ່າງບໍ່ຢຸດຢັ້ງ.
ຂໍອວຍພອນໃຫ້ພາລະກິດກໍ່ສ້າງພັກ ແລະ ປະເທດລາວ ປະສົບຜົນສຳເລັດອັນໃໝ່, ໃຫຍ່ຫຼວງກວ່າເກົ່າຢ່າງບໍ່ຢຸດຢັ້ງ ພາຍໃຕ້ການນໍາພາອັນໜັກແໜ້ນ ຂອງ ສູນກາງພັກປະຊາຊົນປະຕິວັດລາວ ທີ່ຖື ສະຫາຍ ທອງລຸນ ສີສຸລິດ ເປັນເລຂາທິການໃຫຍ່.
ສະຫາຍພົນເອກ ຄໍາໄຕ ສີພັນດອນ ຍືນຍົງໃນພາລະກິດປະຕິວັດລາວ ຊົ່ວກາລະນານ