ງານລ້ຽງສະເຫຼີມສະຫຼອງວັນສ້າງຕັ້ງກອງທັບສາທາລະນະລັດສະຫະພາບມຽນມາ ຄົບຮອບ 80 ປີ.

ໃນຕອນຄໍ່າຂອງວັນທີ 27 ມີນາ 2025, ຢູ່ທີ່ໂຮງແຮມດອນຈັນພາເລດ ທີ່ປຶກສາທູດຝ່າຍປ້ອງກັນຊາດແຫ່ງ ສາທາລະນະລັດສະຫະພາບມຽນມາ ປະຈໍາ ສປປລາວ ໄດ້ຈັດງານລ້ຽງສະເຫຼີມສະຫຼອງວັນສ້າງຕັ້ງກອງທັບສາທາລະນະລັດສະຫະພາບມຽນມາ ຄົບຮອບ 80 ປີ(27 ມີນາ 1945–27 ມີນາ 2025) ໂດຍການເຂົ້າຮ່ວມຂອງ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງປະທານ ຜູ້ປະຈໍາການຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີທ່ານ ພົນຕີ ປະສິດ ທ່ຽງທຳ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ບັນດາຮອງກົມ, ທີ່ປຶກສາທູດຝ່າຍປ້ອງກັນຊາດຕ່າງປະເທດ ປະຈໍາ ສປປລາວ ແລະ ແຂກຖືກເຊີນເຂົ້າຮ່ວມ.
ທ່ານ ພົນຈັດຕະວາ ຂີ່ນມ່ອງໂຊ ທີ່ປຶກສາທູດຝ່າຍປ້ອງກັນຊາດ ສາທາລະນະລັດສະຫະພາບມຽນມາ ປະຈຳ ສປປລາວ ໄດ້ຂຶ້ນກ່າວສະແດງຄວາມຍິນດີຕ້ອນຮັບແຂກ ພ້ອມທັງລາຍງານສະພາບການເຄື່ອນໄຫວຕ່າງໆຂອງກອງທັບຕົນເອງນັບແຕ່ອະດີດຈົນເຖິງປັດຈຸບັນ ເຊິ່ງກອງທັບສາທາລະນະລັດສະຫະພາບມຽນມາ ແມ່ນກອງກໍາລັງໜຶ່ງທີ່ມີບົດບາດທີ່ສໍາຄັນທາງດ້ານການເມືອງຂອງປະເທດ ໃນການປົກປັກຮັກສາປະເທດຊາດ ເວົ້າລວມ ເວົ້າສະເພາະ, ແມ່ນຮັກສາໄດ້ມໍລະດົກວັດທະນະທໍາ ເສີມຂະຫຍາຍຮີດຄອງປະເພນີທີ່ເປັນມູນເຊື້ອໃນການຮັກສາກຽດສັກສີ ແລະ ສິດຂອງປະເທດຊາດ, ເຊື້ອຊາດ ແລະ ສາດສະໜາ ກອງທັບຍັງຍຶດໝັ້ນນະໂຍບາຍແຫ່ງຊາດ 3 ຂໍ້ທີ່ວ່າ ການບໍ່ແຕກແຍກຂອງສະຫະພາບ ບໍ່ແບ່ງແຍກຄວາມສາມັກຄີແຫ່ງຊາດ ແລະ ການສືບຕໍ່ອະທິປະໄຕຂອງຕົນຕໍ່ການປະຕິບັດວຽກງານພາກພື້ນ ແລະ ໃນທົ່ວໂລກ . ພ້ອມນີ້ ໄດ້ເອົາໃຈໃສ່ເຮັດໃຫ້ປະເທດຊາດມີຄວາມສະຫງົບປອດໄພ ໂດຍສະເພາະ ແມ່ນການຮ່ວມມືພາຍໃນຊາດເພື່ອເຮັດໃຫ້ສັງຄົມດີຂຶ້ນ ດ້ວຍເຫດນັ້ນກອງທັບມຽນມາຈຶ່ງພະຍາຍາມສຸດຄວາມສາມາດ ເພື່ອຊຸກຍູ້ການເຕີບໂຕທາງດ້ານເສດຖະກິດ-ສັງຄົມໂດຍມີເປົ້າໝາຍສູງສຸດຄື: ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ກອງທັບໄດ້ເຮັດວຽກຢ່າງບໍ່ຢຸດຢັ້ງດ້ວຍກຽດສັກສີ ແລະ ຄວາມຊື່ສັດທີ່ສຸດເພື່ອຮັບປະກັນຄວາມປອດໄພຂອງປະເທດຊາດ ພ້ອມທັງໃຫ້ບູລິມະສິດໃນການສະແຫວງຫາສັນຕິພາບທີ່ໝັ້ນຄົງຂອງທົ່ວປວງຊົນທັງຊາດ ເພື່ອສ້າງສາປະເທດຊາດໃຫ້ມີສັນຕິພາບ ແລະ ວັດທະນາຖາວອນນັ້ນ ກອງທັບໄດ້ພົວພັນຮ່ວມມືກັບສາກົນຢ່າງໝັ້ນຄົງ ກອງທັບໄດ້ມີມາດຕະການທີ່ດີເພື່ອຮັດແໜ້ນສາຍພົວພັນທາງການທູດກັບບັນດາກອງທັບບ້ານໃກ້ຄຽງ ແລະ ໃນພາກພື້ນກໍ່ຄືທົ່ວໂລກ.
ຂ່າວ-ພາບ: ທອງມາ ໄຊຍະເພັງສາ.