ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ພາຍໃຕ້ການນໍາພາເດັດຂາດ-ໂດຍກົງ-ຮອບດ້ານ ຂອງພັກ ກອງທັບປະຊາຊົນລາວໄດ້ຮັບການປັບປຸງ, ກໍ່ສ້າງເຕີບໃຫຍ່ ແລະ ເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ

ໃນວາລະກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນປະເທດ, ເປັນກຽດເຂົ້າຮ່ວມຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຜ່ານບົດລາຍງານການເມືອງ ຂອງຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ສະໄໝທີ V ຕໍ່ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນປະເທດ ເຊິ່ງໄດ້ຍົກໃຫ້ເຫັນຜົນງານທີ່ຍາດມາໄດ້ໃນຊຸມປີຜ່ານມາ ພ້ອມທັງວາງທິດທາງ ແລະ ຄາດໝາຍໃນຊຸມປີຕໍ່ໜ້າ.

ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ໃຫ້ຮູ້ວ່າ: ຜົນສໍາເລັດທີ່ສໍາຄັນ ແລະ ພົ້ນເດັ່ນວຽກງານຮັບປະກັນເຮັດໃຫ້ປະເທດຊາດມີຄວາມສະຫງົບ ໂດຍປະຕິບັດຕາມແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ, ໄດ້ສຸມໃສ່ວຽກງານກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດຮອບດ້ານ ແລະ ສ້າງທ່າ ສະໜາມສົງຄາມປະຊາຊົນຕິດພັນກັບການພັດທະນາຊົນນະບົດຢ່າງແຂງແຮງ ໃນນີ້ໄດ້ຈັດຕັ້ງກອງປະຕິບັດງານ 19 ກອງ, ປະຈຳຢູ່ 28 ຈຸດ 210 ບ້ານ, 25 ເມືອງ, ໃນ 15 ແຂວງ ແລະ ນະຄອນຫຼວງ; ມີກໍາລັງກໍ່ສ້າງ ຮາກຖານການເມືອງ 405 ສະຫາຍ, ສ້າງບ້ານປ້ອມໝັ້ນໄດ້ 717 ບ້ານ, ສ້າງກຸ່ມບ້ານສູ້ຮົບ ຕິດລ່ຽນໄດ້ 204 ກຸ່ມບ້ານ; ໄດ້ຊີ້ນໍາການປັບປຸງ, ກໍ່ສ້າງກໍາລັງກອງຫຼອນ-ກອງປ້ອງກັນຕົວໄດ້ 1.223 ກອງຮ້ອຍ, 16 ກອງກໍາລັງໄຟ, 3.976 ໝວດ, ກຳລັງປ້ອງກັນຕົວ ມີ 17 ກອງຮ້ອຍ, 45 ໝວດ. ການກຽມພ້ອມສູ້ຮົບ ແລະ ກອບກູ້ໄພພິບັດທຳມະຊາດ; ໄດ້ປະຕິບັດລະບອບປະຈຳການ ກຽມພ້ອມສູ້ຮົບຕະຫຼອດ 24 ຊົ່ວໂມງ, ຕິດຕາມກຳແໜ້ນສະພາບການເຄື່ອນໄຫວຂອງຄົນບໍ່ດີ ລາຍງານສ່ອງແສງໃຫ້ສູນບັນຊາເປັນປົກກະຕິ, ເຜີຍແຜ່ຂໍ້ກຳນົດວ່າດ້ວຍການກຽມພ້ອມສູ້ຮົບ ແລະ ລົງກວດກາການກຽມພ້ອມສູ້ຮົບຂອງບັນດາກົມກອງ.

ວຽກງານປັບປຸງກໍ່ສ້າງກໍາລັງ ໄດ້ຖືສໍາຄັນ ແລະ ເອົາໃຈໃສ່ຕໍ່ວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ນາຍ ແລະ ພົນທະຫານໃນທົ່ວກອງທັບ ດ້ວຍຫຼາຍຮູບການ ແລະ ວິທີການທັງທາງກວ້າງ ແລະ ທາງເລິກ ຢ່າງເປັນປົກກະຕິ, ແທດເຖິງແຕ່ລະເປົ້າໝາຍ ຕິດພັນກັບການສ້າງຂະບວນການຕ່າງໆ ເປັນຕົ້ນ: ໄດ້ ຈັດຕັ້ງບັ້ນເຊື່ອມຊຶມບັນດາມະຕິຕ່າງໆສະໄໝທີ XI ຂອງພັກ ແລະ ບັນດາມະຕິຂອງຄະນະພັກກະຊວງປ້ອງກັນປະເທດ ສະໄໝທີ V, ບັນດາກົດໝາຍຂົງເຂດຕ່າງໆຂອງລັດ, ລວມທັງການຈັດຕັ້ງ ປາຖະກະຖາເລົ່າມູນເຊື້ອ, ພ້ອມທັງຍູ້ແຮງຂະບວນການແຂ່ງຂັນສ້າງຜົນງານຂໍ່ານັບຮັບຕ້ອນວັນສໍາຄັນຂອງພັກ, ຂອງຊາດ, ຂອງກອງທັບ ໂດຍຕິດພັນກັບຂະບວນການສ້າງ “ ໜ່ວຍພັກປອດໃສ-ເຂັ້ມແຂງ-ໜັກແໜ້ນ ” ກົມກອງປອດໄສ-ປອດໄພ-ປອດຄະດີ, ສ້າງນັກຮົບວັດທະນາທໍາ ແລະ ກົມກອງວັດທະນາທຳໃນທົ່ວກອງທັບ ເຮັດໃຫ້ຖັນແຖວນາຍ ແລະ ພົນທະຫານມີຄວາມກະຕືລືລົ້ນ, ຫ້າວຫັນ ປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ, ມີຄວາມເຊື່ອໝັ້ນ ແລະ ຈົ່ງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ, ຮັບໃຊ້ປະຊາຊົນ, ມີນໍ້າໃຈເດັດດ່ຽວພິລະອາດຫານ, ອົດທົນຜ່ານຜ່າຄວາມຫຍຸ້ງຍາກ ແລະ ມີ ຄວາມເສຍສະຫຼະສູງເພື່ອປະເທດຊາດ; ບັນດາສື່ມວນຊົນໃນກອງທັບ ເປັນຕົ້ນ: ໂທລະພາບ, ວິທະຍຸ ໜັງສືພິມ ແລະ ວາລະສານປ້ອງກັນຊາດ ກໍໄດ້ຕັ້ງໜ້າໂຄສະນາແນວທາງນະໂຍບາຍຂອງພັກ-ລັດ, ມູນເຊື້ອ ແລະ ຜົນງານການປະກອບສ່ວນຂອງບັນດາກົມກອງກຳລັງຫຼວງ-ທ້ອງຖິ່ນ ອອກຂ່າວດ້ວຍຫຼາຍ ຊ່ອງທາງສູ່ສາຍຕາຂອງມວນຊົນທັ້ງພາຍໃນ ແລະ ຕ່າງປະເທດ. ຄະນະພັກກະຊວງ ເວລາໃດກໍຖືສໍາຄັນກ່ຽວກັບແຜນງານກໍ່ສ້າງພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ, ໃນ 5 ປີຜ່ານມາ ໄດ້ສຸມໃສ່ປັບປຸງກໍ່ສ້າງພັກທັງ 4 ດ້ານໄປພ້ອມໆກັນ; ກໍ່ສ້າງ ພັກດ້ານການເມືອງ-ແນວຄິດ ໂດຍໄດ້ຈັດຕັ້ງຝຶກອົບຮົມ, ເປີດຊຸດບຳລຸງໄລຍະສັ້ນດ້ານທິດສະດີການ ເມືອງໃຫ້ພະນັກງານ, ສະມາຊິກພັກ ໄດ້ 12 ຊຸດ, ມີຜູ້ເຂົ້າຮ່ວມ 1.105 ສະຫາຍ; ການປັບປຸງກໍ່ສ້າງພັກ ດ້ານການຈັດຕັ້ງ ແມ່ນໄດ້ສຸມໃສ່ຊີ້ນໍາຈັດຕັ້ງເຊື່ອມຊຶມກຳແໜ້ນ ແລະ ປະຕິບັດກົດລະບຽບຂອງພັກ ສະໄໝທີ XI ຢ່າງກວ້າງຂວາງໃຫ້ທຸກອົງຄະນະພັກໃນທົ່ວກອງທັບ, ພ້ອມທັງຍູ້ແຮງການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໂດຍຖືເອົາຄຸນະພາບເປັນຕົ້ນຕໍ, ຕິດພັບກັບການຂະຫຍາຍພັກ ເຮັດໃຫ້ການຈັດຕັ້ງພັກ ແລະ ສະມາຊິກພັກມີຈຳນວນເພີ່ມຂຶ້ນ; ປັດຈຸບັນທົ່ວກອງທັບ ມີ 71 ຄະນະພັກ, 657 ຄະນະພັກຮາກຖານ, 3.258 ໜ່ວຍພັກທຽບໃສ່ປີ 2020 ເພີ່ມຂຶ້ນ 7 ຄະນະພັກ, 74 ຄະນະພັກຮາກຖານ, 408 ໜ່ວຍພັກ; ມີສະມາຊິກພັກ 77.564 ສະຫາຍ, ຍິງ 13.021 ສະຫາຍ, ທຽບໃສ່ປີ 2020 ເພີ່ມຂຶ້ນ 10.512 ສະຫາຍ ຍິງ 1.410 ສະຫາຍ; ສະເພາະກຳລັງຫຼວງມີ 53 ຄະນະພັກ 337 ຄະນະພັກຮາກຖານ, 1.812 ໜ່ວຍພັກ ທຽບໃສ່ປີ 2020 ເພີ່ມຂຶ້ນ 7 ຄະນະພັກ, 20 ຄະນະພັກຮາກຖານ, 144 ໜ່ວຍພັກ, ມີສະມາຊິກພັກ 43.115 ສະຫາຍ, ຍິງ 8.885 ສະຫາຍ ທຽບໃສ່ປີ 2020 ເພີ່ມຂຶ້ນ 6.442 ສະຫາຍ, ຍິງ 1.323 ສະຫາຍ ທົ່ວກອງທັບໄດ້ຮັບຮອງເປັນໜ່ວຍພັກປອດໃສ ເຂັ້ມແຂງ, ໜັກແໜ້ນ: ປະເພດແຂງ 2.740 ໜ່ວຍພັກ, ກາງ 446 ໜ່ວຍພັກ, ສະເພາະກຳລັງຫຼວງ: ປະເພດແຂງ 1.385 ໜ່ວຍພັກ, ປະເພດກາງ 401 ໜ່ວຍພັກ.

ວຽກງານຮັບປະກັນດ້ານພະລາທິການ-ເຕັກນິກ ແລະ ອາວຸດກະສຸນ ດ້ານພະລາທິການຮັບປະກັນດ້ານສະບຽງອາຫານ ແລະ ການລ້ຽງດູທັບ: ໄດ້ຊີ້ນໍາປັບປຸງລະບຽບການເກັບ ຊື້, ການເບີກຈ່າຍເຂົ້າກິນໃຫ້ກົມກອງກຳລັງຫຼວງ-ທ້ອງຖິ່ນ ຕາມລະບອບອັດຕາ ໄດ້ 100%; ພ້ອມ ນັ້ນໄດ້ປັບປຸງກໍ່ສ້າງລະບົບເຮືອນຄົວ, ເຮືອນກິນໃນທົ່ວກອງທັບ ໄດ້ໃນລະດັບຖາວອນ-ເຄິ່ງຖາວອນ ມີອຸປະກອນຮັບໃຊ້ຄົບຖ້ວນຕາມຈໍານວນພົນຕົວຈິງ, ຕິດຕັ້ງເຕົາຫຸມຕົ້ມດ້ວຍອາຍນໍ້າຮ້ອນທີ່ທັນ ສະໄໝ ຈຳນວນ 105 ເຄື່ອງໃຫ້ບັນດາກົມກອງກຳລັງຫຼວງ ແລະ ທ້ອງຖິ່ນ ເພື່ອເປັນການຊ່ວຍໜູນ ການຕົ້ມຫຸງປຸງແຕ່ງໃຫ້ມີຄວາມວ່ອງໄວ, ຮັບປະກັນຈຳນວນພົນໃນທົ່ວກອງທັບກິນເຂົ້າລວມໝູ່ ແລະ ຖືກຕາມຫຼັກອະນາໄມໄດ້ 90%; ຄຽງຄູ່ກັນນັ້ນວຽກງານອຸປະໂພກ ໄດ້ເຄື່ອນໄຫວຢ່າງຕັ້ງໜ້າສາມາດ ເບີກຈ່າຍຕາມລະບອບອັດຕາ ແລະ ມີສ່ວນແຮໄວ້. ວຽກງານພາຫານະເຕັກນິກ ແລະ ອາວຸດ-ກະສູນ ການກໍ່ສ້າງ ແລະ ປັບປຸງຂະແໜງການເຕັກນິກ: ໄດ້ຄົ້ນຄວ້າ, ກຳນົດໂຄງປະກອບການຈັດຕັ້ງຈໍານວນພົນຂົງເຂດເຕັກນິກ ນັບແຕ່ອົງການ, ກົມກອງກຳລັງຫຼວງ-ກໍາລັງທ້ອງຖິ່ນ; ສໍາເລັດການປັບ ປຸງຄືນທີ່ຕັ້ງ, ພາລະບົດບາດ, ສິດໜ້າທີ່, ໂຄງປະກອບການຈັດຕັ້ງ, ຈໍານວນພົນປີ 2021-2025 ທົ່ວອົງການກົມໃຫຍ່ ແລະ ກົມກອງທີ່ຂຶ້ນກັບ, ສໍາເລັດປັບປຸງການຈັດຕັ້ງເຕັກນິກຂັ້ນທ້ອງຖິ່ນ, ພະແນກການ ແລະ ຂະແໜງ ຢູ່ບັນດາກົມກອງກຳລັງຫຼວງ-ກໍາລັງທ້ອງຖິ່ນ, ການອົບຮົມ ແລະ ກໍ່ສ້າງກໍາລັງເຕັກນິກ: ໄດ້ປັບປຸງຫຼັກສູດການຮຽນ-ການສອນການຂັບຂີ່ ການຄຸ້ມຄອງອາວຸດ-ກະສູນ, ເຕັກນິກສ້ອມແປງອາວຸດ, ສ້ອມແປງລົດໃນລະດັບຊັ້ນກາງ, ຊັ້ນສູງ ປະລິນຍາຕີ, ປະລິນຍາໂທ; ສົ່ງພະນັກງານໄປກໍ່ສ້າງຢູ່ໂຮງຮຽນເບື້ອງລັດ, ຢູ່ ສສ. ຫວຽດນາມ, ສະ ຫະພັນຣັດເຊຍ, ສປ ຈີນ ປັດຈຸບັນສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານເຕັກນິກ ແລະ ອຸດສາຫະກຳປ້ອງກັນຊາດໄດ້ໃນລະດັບໃດໜຶ່ງ.

ວຽກງານພົວພັນ ແລະ ຮ່ວມມືກັບຕ່າງປະເທດ ບົນພື້ນຖານເຊື່ອມຊຶມກຳແໜ້ນແນວທາງການຕ່າງປະເທດຂອງພັກ, ຄະນະພັກກະຊວງໄດ້ ເອົາໃຈໃສ່ຊີ້ນໍາການຮັກສາ ແລະ ເສີມຂະຫຍາຍມູນເຊື້ອຄວາມສາມັກຄີ, ການພົວພັນຮ່ວມມືສາກົນ ດ້ວຍຫຼາຍຮູບແບບ ແລະ ຫຼາຍລະດັບ, ສ້າງໄດ້ບັນຍາກາດອັນດີ, ຍາດແຍ່ງເອົາການສະໜັບສະໜູນ ຮ່ວມມື ແລະ ຊ່ວຍເຫຼືອ ໂດຍສະເພາະກັບປະເທດເພື່ອນມິດຍຸດທະສາດ ( ສສ ຫວຽດນາມ, ສປ. ຈີນ, ສ.ຣັດເຊຍ ) ໃນການກໍ່ສ້າງກໍາລັງຂອງບັນດາເຫຼົ່າຮົບ, ການແລກປ່ຽນຄະນະຜູ້ແທນ-ຄະນະວິຊາການ, ການບຳລຸງກໍ່ສ້າງພະນັກງານວິຊາການ, ການຊ່ວຍເຫຼືອດ້ານເຕັກນິກການທະຫານ ແລະ ໂຄງການກໍ່ສ້າງພື້ນຖານໂຄງລ່າງ, ການຊອກຄົ້ນ ແລະ ເຄື່ອນຍ້າຍອັດຖິທະຫານອາສາສະໝັກ, ຊ່ຽວຊານ ຫວຽດນາມທີ່ເສຍສະຫຼະຊີວິດໃນໄລຍະຕໍ່ສູ້ປົດປ່ອຍຊາດ, ການກວດກູ້ລະເບີດທີ່ບໍ່ທັນແຕກທີ່ຕົກຄ້າງໃນປາງສົງຄາມຢູ່ລາວ ແລະ ການແລກປ່ຽນດ້ານອື່ນໆເຂົ້າສູ່ລວງເລິກ.

ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ໃຫ້ຮູ້ຕື່ມອີກວ່າ: ສັງລວມແລ້ວ: ຕະຫຼອດໄລຍະ 5 ປີຜ່ານມາ ພາຍໃຕ້ການນໍາພາເດັດຂາດ-ໂດຍກົງ-ຮອບດ້ານ ຂອງພັກ; ກອງທັບເຮົາຍັງເປັນກຳລັງຫຼັກແຫຼ່ງໃຫ້ແກ່ພັກ-ລັດ ຮັບປະກັນເຮັດໃຫ້ປະເທດຊາດມີ ສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ, ກຳລັງປະກອບອາວຸດກອງທັບ ປະຊາຊົນລາວ ກໍໄດ້ຮັບການປັບປຸງ, ກໍ່ສ້າງເຕີບໃຫຍ່, ເຂັ້ມແຂງຂຶ້ນ ນັບທັງກຳລັງພົນ ກໍຄືພາຫານະ ເຕັກນິກການທະຫານຂອງບັນດາເຫຼົ່າຮົບ.

ໂດຍ: ຄຳອ້າຍ ທອງວັນ.