ໝາກມີ້ ເປັນໝາກໄມ້ເມືອງຮ້ອນທີ່ໄດ້ຮັບຄວາມນິຍົມປູກກັນຢ່າງຫຼວງຫຼາຍໃນພາກພື້ນອາຊຽນ

ໝາກມີ້ ເປັນໝາກໄມ້ເມືອງຮ້ອນທີ່ໄດ້ຮັບຄວາມນິຍົມປູກກັນຢ່າງຫຼວງຫຼາຍໃນພາກພື້ນອາຊຽນ ດ້ວຍລົດຊາດທີ່ຫວານຫອມເປັນເອກະລັກ ແລະ ຍັງເປັນແຫຼ່ງລວມຂອງຄຸນຄ່າທາງໂພຊະນາການທີ່ຫຼາກຫຼາຍ ເຕັມໄປດ້ວຍ ວິຕາມິນຊີ, ວິຕາມິນເອ, ໂພແທດຊຽມ, ໄຟເບີ (ເສັ້ນໃຍອາຫານ) ແລະ ສານຕ້ານອະນຸມູນອິດສະຫຼະ ເຊິ່ງມີສ່ວນຊ່ວຍປັບສົມດຸນລະບົບຍ່ອຍອາຫານ, ເພີ່ມພະລັງງານ ແລະ ປ້ອງກັນພະຍາດມະເຮັງ.

🛑 ແຕ່ຢ່າງໃດກໍຕາມ, ຜູ້ຊ່ຽວຊານດ້ານການແພດຂອງຫວຽດນາມ ໄດ້ອອກເຕືອນວ່າ “ບໍ່ແມ່ນທຸກຄົນທີ່ຈະສາມາດກິນໝາກມີ້ແລ້ວໄດ້ປະໂຫຍດ” ເພາະຫາກຢູ່ໃນ 5 ກຸ່ມສ່ຽງນີ້, ການກິນໝາກມີ້ອາດສົ່ງຜົນເສຍຕໍ່ຮ່າງກາຍຢ່າງຮຸນແຮງໄດ້​:

1️⃣. ຜູ້ທີ່ມີພາວະໄຂມັນຫຸ້ມຕັບ: ໝາກມີ້ເປັນໝາກໄມ້ທີ່ມີປະລິມານນ້ຳຕານສູງຫຼາຍ ເຊິ່ງບໍ່ເປັນຜົນດີຕໍ່ຕັບ. ແພດຈຶ່ງແນະນຳວ່າຜູ້ປ່ວຍໃນກຸ່ມນີ້ບໍ່ຄວນກິນເປັນປະຈຳ ຫຼື ຄວນງົດໄປເລີຍຈະດີທີ່ສຸດ.
2️⃣​. ຜູ້ປ່ວຍພະຍາດເບົາຫວານ🩸: ເນື່ອງຈາກໃນໝາກມີ້ມ​​ີນ້ຳຕານຟຣຸກໂຕສ (Fructose) ແລະ ກລູໂກສ (Glucose) ຢູ່ເປັນຈຳນວນຫຼວງຫຼາຍ ເຊິ່ງຮ່າງກາຍສາມາດດູດຊຶມໄດ້ທັນທີ. ສົ່ງຜົນໃຫ້ລະດັບນ້ຳຕານໃນເລືອດດີດໂຕສູງຂຶ້ນຢ່າງວ່ອງໄວ, ຜູ້ປ່ວຍເບົາຫວານຈຶ່ງຄວນຫຼີກລ່ຽງ.

  1. ຜູ້ປ່ວຍພະຍາດໝາກໄຂ່ຫຼັງຊຳເຮື້ອ 🫘: ໝາກມີ້ມີແຮ່ທາດໂພແທດຊຽມສູງ. ສໍາລັບຜູ້ປ່ວຍພະຍາດໝາກໄຂ່ຫຼັງ, ການສະສົມຂອງໂພແທດຊຽມໃນຮ່າງກາຍຫຼາຍເກີນໄປອາດເຮັດໃຫ້ເກີດພາວະ “ໂພແທດຊຽມໃນເລືອດສູງ” (Hyperkalemia) ເຊິ່ງອັນຕະລາຍເຖິງຂັ້ນເຮັດໃຫ້ຫົວໃຈຢຸດເຕັ້ນໄດ້ (ນອກຈາກໝາກມີ້ແລ້ວ ຄວນຫຼີກລ່ຽງ ໝາກມັງຄຸດ ແລະ ໝາກກ້ວຍ ນຳອີກ).

5️⃣. ຜູ້ປ່ວຍພະຍາດຊຳເຮື້ອ (ລວມເຖິງເດັກນ້ອຍ ແລະ ຜູ້ສູງອາຍຸ) 👵👶: ຫາກຕ້ອງການກິນ ແມ່ນກິນໄດ້ໃນປະລິມານພຽງເລັກນ້ອຍເທົ່ານັ້ນ ໂດຍຕ້ອງລ້າງຢາງອອກໃຫ້ສະອາດ, ຄ້ຽວໃຫ້ລະອຽດ ແລະ ບໍ່ຄວນກິນໃນຊ່ວງແລງ. ສຳລັບເດັກນ້ອຍ ແລະ ຜູ້ສູງອາຍຸ ຄວນຊອຍເປັນປ່ຽງນ້ອຍໆ ກ່ອນຮັບປະທານ ເພື່ອປ້ອງກັນການຄາຄໍ.

5️⃣ . ຜູ້ທີ່ຮ່າງກາຍອ່ອນເພຍ ຫຼື ພັກຜ່ອນນ້ອຍ 🤒: ໃນຊ່ວງທີ່ຮ່າງກາຍອ່ອນເພຍ, ການກິນໝາກມີ້ຫຼາຍເກີນໄປອາດເຮັດໃຫ້ເກີດອາການທ້ອງອືດ, ແໜ້ນທ້ອງ, ເຮັດໃຫ້ຫົວໃຈຕ້ອງເຮັດວຽກໜັກຂຶ້ນ ແລະ ເພີ່ມຄວາມສ່ຽງຕໍ່ພາວະຄວາມດັນເລືອດສູງ. ຫາກຢາກກິນ ແພດແນະນຳໃຫ້ກິນເປັນ “ໝາກມີ້ອົບແຫ້ງ” ປະມານ 2-3 ປ່ຽງ ແທນໝາກມີ້ສົດ.

ທ່ານໝໍໄດ້ໃຫ້ຄຳແນະນຳເພີ່ມເຕີມກ່ຽວກັບຊ່ວງເວລາທີ່ເໝາະສົມໃນການກິນໝາກມີ້ໄວ້ດັ່ງນີ້:
✅ ເວລາທີ່ດີທີ່ສຸດ: ຄວນກິນຫຼັງອາຫານປະມານ 2 ຊົ່ວໂມງ.
❌ ບໍ່ຄວນກິນຕອນທ້ອງວ່າງ (ຫິວເຂົ້າ): ເພາະອາດເຮັດໃຫ້ເກີດອາການທ້ອງອືດ ແລະ ເຮັດໃຫ້ລະບົບຍ່ອຍອາຫານເຮັດວຽກຜິດປົກກະຕິ.
❌ ຫຼີກລ່ຽງການກິນຕອນກາງຄືນ: ເນື່ອງຈາກໝາກມີ້ມີເສັ້ນໃຍອາຫານສູງ, ການກິນກ່ອນນອນອາດເຮັດໃຫ້ແໜ້ນທ້ອງ, ບໍ່ສະບາຍໂຕ ແລະ ສົ່ງຜົນກະທົບຕໍ່ຄຸນນະພາບການນອນຫຼັບໄດ້.