ປະກາດແຕ່ງຕັ້ງປະທານ, ຮອງປະທານ, ຜູ້ປະຈຳການ ແລະ ກຳມະການ ຄະນະກຳມະການ ປກຊ-ປກສ ແຂວງບໍ່ແກ້ວ






ພິທີປະກາດແຕ່ງຕັ້ງປະທານ, ຮອງປະທານ, ຜູ້ປະຈຳການ ແລະ ກຳມະການ ຄະນະກຳມະການ ປກຊ-ປກສ ແຂວງບໍ່ແກ້ວ ຈັດຂື້ນ ໃນວັນທີ 16 ມີນາ 2026, ຢູ່ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງບໍແກ້ວ, ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຄໍາລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ, ຄະນະກຳມະການ ປກຊ-ປກສ ສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີສະຫາຍ ພົນຈັດຕະວາ ແປ້ນຄໍາ ບຸດຈັນແພງ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ ແຂວງບໍ່ແກ້ວ, ມີກຳມະການພັກແຂວງ, ຄະນະຫ້ອງການຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສູນກາງ, ຫ້ອງການກະຊວງ ປກຊ-ປກສ, ຄະນະພັກ-ຄະນະບັນຊາ ກອງບັນຊາການ ປກຊ-ປກສ ແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ຈິດຖະໜອມ ບຸນເລີດ ຮອງຫົວໜ້າຫ້ອງການຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ ໄດ້ຜ່ານມະຕິຕົກລົງວ່າດ້ວຍການແຕ່ງຕັ້ງປະທານ, ຮອງປະທານ, ຜູ້ປະຈຳການ ແລະ ກຳມະການ ຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງບໍ່ແກ້ວ. ໃນນັ້ນຄະນະເລຂາທິການສູນກາງພັກ ຕົກລົງແຕ່ງຕັ້ງ: ສະຫາຍ ພົນຈັດຕະວາ ແປ້ນຄໍາ ບຸດຈັນແພງ ເປັນປະທານ, ສະຫາຍ ພົນຈັດຕະວາ ສຸກພະຈັນ ສີລາເພັດ ເປັນຮອງປະທານ, ສະຫາຍ ພັນເອກ ແສງເພັດ ແສງມະນີ ເປັນຮອງປະທານ, ທັງເປັນຜູ້ປະຈຳການ, ສະຫາຍ ພົນຈັດຕະວາ ຈັນພອນເພັດ ຄໍາສີ ເປັນຮອງປະທານ, ສະຫາຍ ຄໍາແຍງ ຄອນໄຊຍະກິດ ເປັນກຳມະການ, ສະຫາຍ ຂັນທອງ ທຳມະວົງ ເປັນກຳມະການ, ສະຫາຍ ສີລັດ ແສງດາລາ ເປັນກຳມະການ, ສະຫາຍ ພັນເອກ ອຳພັນ ໄຊຍາສຸບັດ ເປັນກຳມະການ, ສະຫາຍ ພັນເອກ ບຸນຈັນ ສີທະບູ ເປັນກຳມະການ.
ຈາກນັ້ນ, ສະຫາຍ ພົນຈັດຕະວາ ແປ້ນຄໍາ ບຸດຈັນແພງ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ ແຂວງບໍ່ແກ້ວ ໄດ້ຜ່ານບົດລາຍງານໂດຍຫຍໍ້ ໃນການຈັດຕັ້ງປະຕິບັດ ວຽກງານ ປກຊ-ປກສ ຂອງແຂວງບໍ່ແກ້ວ ໃນໄລຍະຜ່ານມາ ສາມາດຮັກສາໄດ້ຄວາມສະຫງົບ ໂດຍພື້ນຖານ, ສ້າງເງື່ອນໄຂໃຫ້ແກ່ການພັດທະນາ ເສດຖະກິດ-ສັງຄົມຂອງແຂວງ ແລະ ການລົງທຶນຈາກຕ່າງປະເທດ.
ໂອກາດນີ້, ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ໄດ້ໃຫ້ກຽດໂອ້ລົມ ແລະ ເນັ້ນໜັກຫລາຍບັນຫາສຳຄັນຕໍ່ຜູ້ທີ່ໄດ້ຮັບມອບໝາຍຫນ້າທີ່ໃຫມ່ ຈົ່ງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ເປັນຄັນທຸງນຳໜ້າໃນການປົກປັກຮັກສາຄວາມສະຫງົບຮຽບຮ້ອຍພາຍໃນແຂວງ, ການຫັນລົງຮາກຖານ ຕ້ອງໃກ້ຊິດກັບປະຊາຊົນ, ເສີມຂະຫຍາຍກຳລັງແຮງທົ່ວປວງຊົນເຂົ້າໃນວຽກງານ ປກຊ-ປກສ ຢ່າງແທ້ຈິງ, ຮັບປະກັນໃຫ້ເຂດບໍລິເວນຊາຍແດນ ແລະ ທ້ອງຖິ່ນ ມີຄວາມສະຫງົບ, ສຸມໃສ່ການສະກັດກັ້ນບັນຫາຢາເສບຕິດ, ການຄ້າມະນຸດ, ແລະ ປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນໃນສັງຄົມໃຫ້ຫຼຸດຫນ້ອຍຖອຍລົງຢ່າງຕັ້ງໜ້າ.
ພາບ+ຂ່າວ: ໄກ່ນ໋ອດ
vardenafil 20mg
vardenafil 20mg
finasteride for women
finasteride for women
metoprolol 25 mg price
metoprolol 25 mg price
diflucan over the counter nz
diflucan over the counter nz
vibramycin for acne
vibramycin for acne
buy viagra ireland
buy viagra ireland