ບັນຍາກາດການປ່ອນບັດເລືອກຕັ້ງ, ຢູ່ອົງການກະຊວງປ້ອງກັນປະເທດ ໜ່ວຍທີ 92 ດຳເນີນໄປຢ່າງຖືກຕ້ອງຕາມລະບຽບຫຼັກການຢ່າງເຂັ້ມງວດ









ພິທີດໍາເນີນການປ່ອນບັດເລືອກຕັ້ງເອົາສະມາຊິກສະພາແຫ່ງຊາດ ຊຸດທີ X, ສະມາຊິກສະພາຂັ້ນແຂວງ ຊຸດທີ V ຢູ່ໃນອົງການກະຊວງປ້ອງກັນປະເທດ ໜ່ວຍທີ 92 ໄດ້ຈັດຂຶ້ນໃນວັນທີ 22 ກຸມພາ 2026, ຢູ່ທີ່ສະໂມສອນກົມໃຫຍ່ການເມືອງກອງທັບ, ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ, ຮອງປະທານ, ຜູ້ປະຈຳການຄະນະກຳມະການ ປກຊ-ປກສ ສູນກາງ, ຮອງນາຍົກ ລັດຖະມົນຕີແຫ່ງ ສປປ ລາວ, ຜູ້ຊີ້ນໍາວຽກງານຂົງເຂດຄວາມໝັ້ນຄົງ ແລະ ການປົກຄອງ, ພ້ອມດ້ວຍພັນລະຍາ, ມີສະຫາຍ ພົນເອກ ຄໍາລຽງ ອຸທະໄກສອນ, ກຳມະການກົມການເມືອງສູນກາງພັກ, ເລຂາ ຄະນະພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍພັນລະຍາ, ມີບັນດາສະຫາຍເລຂາທິການສູນກາງພັກ, ກຳມະການສົມບູນ-ສໍາຮອງສູນກາງພັກ, ອະດີດກຳມະການສູນກາງພັກ, ປະທານກຳມາທິການ ປກຊ-ປກສ ສະພາແຫ່ງຊາດ, ບັນດາ ຄະນະນໍາກະຊວງປ້ອງກັນປະເທດຊຸດປັດຈຸບັນ ແລະ ອະດີດ, ກົມໃຫຍ່ການເມືອງກອງທັບ, ຫ້ອງວ່າການກະຊວງ, ຫ້ອງການຄະນະກຳມະການ ປກຊ-ປກສ ສູນກາງ ແລະ ກົມວິທະຍາສາດ-ປະຫວັດສາດການທະຫານ ຕະຫຼອດຮອດພະນັກງານ-ນັກຮົບ ທີ່ສັງກັດຢູ່ອົງການ-ກົມກອງ ເຂົ້າຮ່ວມ.
ສະຫາຍ ພົນຕີ ເດືອນສະຫວັນ ສາຍພິມຄໍາປະທຸມ, ກຳມະການຄະນະພັກກະຊວງ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ຫົວໜ້າຄະນະຮັບຜິດຊອບໜ່ວຍປ່ອນບັດເລືອກຕັ້ງອົງການກະຊວງປ້ອງກັນປະເທດ ໜ່ວຍທີ 92 ໄດ້ມີຄຳເຫັນ ວ່າ: ການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາຂັ້ນແຂງໃນຄັ້ງນີ້ເປັນເຫດການການເມືອງທີ່ສໍາຄັນຢ່າງຍິ່ງຂອງຊາດເຮົາ, ເຊິ່ງສັງເກດໄດ້ວ່າຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ ໄດ້ຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນ ເຂົ້າຮ່ວມປ່ອນບັດເລືອກຕັ້ງເອົາສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ຢ່າງມີບັນຍາກາດຟົດຟື້ນ ແລະ ນໍາໃຊ້ສິດຂອງຕົນຢ່າງເຕັມທີ່, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ຂອງພົນລະເມືອງລາວ ທີ່ໄດ້ບັນຍັດໄວ້ໃນລັດຖະທຳມະນູນແຫ່ງ ສປປ ລາວ, ສຸມສະຕິປັນຍາເລືອກຕັ້ງເອົາຕົວແທນ ທີ່ຄົບເງື່ອນໄຂ, ມີຄວາມໜັກແໜ້ນ ດ້ານຄຸນທາດການເມືອງ, ມີຄວາມຮູ້ຄວາມສາມາດ ໃນການຄົ້ນຄວ້າແກ້ໄຂບັນຫາສໍາຄັນ ຂອງຊາດ, ເພື່ອເປັນຕົວແທນທີ່ມີຄຸນະພາບ ປົກປ້ອງຜົນປະໂຫຍດອັນຊອບທຳຂອງປະຊາຊົນລາວບັນດາເຜົ່າ ຕາມລັດຖະທຳມະນູນ, ກົດໝາຍຂອງລັດ, ບົນພື້ນຖານແນວທາງປ່ຽນແປງໃໝ່ຮອບດ້ານຢ່າງມີຫຼັກການຂອງພັກ ໃຫ້ແທດເໝາະກັບສະພາບ ເສດຖະກິດ-ສັງຄົມຂອງປະເທດເຮົາ, ຊອກຫາວິທີການ, ມາດຕະການ ທີ່ສອດຄ່ອງ ເພື່ອແກ້ໄຂບັນຫາສໍາຄັນຂອງຊາດ ໃນປັດຈຸບັນ ກໍຄື ໃນຕໍ່ໜ້າ ນໍາສະເໜີຕໍ່ກອງປະຊຸມ ສະພາແຫ່ງຊາດແຕ່ລະຄັ້ງ ເພື່ອຮັບຮອງ ແລະ ນໍາໄປຈັດຕັ້ງປະຕິບັດໃຫ້ມີຜົນສັກສິດ.
ໂດຍ: ສຸກສາຄອນ