ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທ່ີ

ທົ່ວປະເທດ ຜູ້ມີສິດເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ມີຈຳນວນທັງໝົດ 4.764.384 ຄົນ.

ຜູ້ມີສິດເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ໃນທົ່ວປະເທດ ມີຈຳນວນທັງໝົດ 4.764.384 ຄົນ, ຍິງ 2.384.104 ຄົນ. ໃນນີ້ຜູ້ມີສິດເລືອກຕັ້ງຢູ່ຕ່າງປະເທດ ທີ່ສາມາດໃຊ້ສິດປ່ອນບັດເລືອກຕັ້ງຕົວຈິງ ມີຈຳນວນ 23.378 ຄົນ, ຍິງ 7.828 ຄົນ.

ທ່ານ ສຈ. ປອ ຈະເລີນ ເຍຍປາວເຮີ, ຮອງປະທານສະພາແຫ່ງຊາດ, ໂຄສົກຄະນະກຳມະການເລືອກຕັ້ງລະດັບຊາດ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ໃນຕອນເຊົ້າວັນທີ 12 ກຸມພາ 2026 ວ່າ: ອີງຕາມມະຕິຂອງຄະນະກຳມະການເລືອກຕັ້ງລະດັບຊາດ ວ່າດ້ວຍການປະກາດຈຳນວນຜູ້ມີສິດເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ໃຫ້ພໍ່ແມ່ພີ່ນ້ອງປະຊາຊົນລາວບັນດາເຜົ່າທົ່ວປະເທດ ແລະ ຊາວລາວທີ່ດຳລົງຊີວິດຢູ່ຕ່າງປະເທດໄດ້ຮັບຊາບຢ່າງທົ່ວເຖິງກັນ ດັ່ງນີ້: ຈໍານວນຜູ້ມີສິດເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ໃນທົ່ວປະເທດ ມີຈຳນວນລວມທັງໝົດ 4.764.384 ຄົນ, ຍິງ 2.384.104 ຄົນ. ໃນນີ້ຜູ້ມີສິດເລືອກຕັ້ງຢູ່ຕ່າງປະເທດ ທີ່ສາມາດໃຊ້ສິດປ່ອນບັດເລືອກຕັ້ງຕົວຈິງ ມີຈຳນວນ 23.378 ຄົນ, ຍິງ 7.828 ຄົນ, ມີລາຍລະອຽດ ດັ່ງນີ້:

1. ເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ມີຈໍານວນ 679.952 ຄົນ, ຍິງ 339.824 ຄົນ; ໃນນີ້, ລວມທັງຜູ້ມີສິດປ່ອນບັດເລືອກຕັ້ງຢູ່ຕ່າງປະເທດ;

2. ເຂດເລືອກຕັ້ງທີ 2 ແຂວງ ຜົ້ງສາລີ ມີຈໍານວນ 124.060 ຄົນ, ຍິງ 65.053 ຄົນ;

3. ເຂດເລືອກຕັ້ງທີ 3 ແຂວງ ຫຼວງນໍ້າທາ ມີຈໍານວນ 136.346 ຄົນ, ຍິງ 66.770 ຄົນ;

4. ເຂດເລືອກຕັ້ງທີ 4 ແຂວງ ອຸດົມໄຊ ມີຈໍານວນ 228.192 ຄົນ, ຍິງ 111.024 ຄົນ;

5. ເຂດເລືອກຕັ້ງທີ 5 ແຂວງ ບໍ່ແກ້ວ ມີຈໍານວນ 132.290 ຄົນ, ຍິງ 65.277 ຄົນ;

6. ເຂດເລືອກຕັ້ງທີ 6 ແຂວງ ຫຼວງພະບາງ ມີຈໍານວນ 299.857 ຄົນ, ຍິງ 148.550 ຄົນ;

7. ເຂດເລືອກຕັ້ງທີ 7 ແຂວງ ໄຊຍະບູລີ ມີຈໍານວນ 302.711 ຄົນ, ຍິງ 145.856 ຄົນ;

8. ເຂດເລືອກຕັ້ງທີ 8 ແຂວງ ຫົວພັນ ມີຈໍານວນ 177.694 ຄົນ, ຍິງ 79.794 ຄົນ;

9. ເຂດເລືອກຕັ້ງທີ 9 ແຂວງ ຊຽງຂວາງ ມີຈໍານວນ 174.419 ຄົນ, ຍິງ 83.104 ຄົນ;

10. ເຂດເລືອກຕັ້ງທີ 10 ແຂວງ ວຽງຈັນ ມີຈໍານວນ 302.420 ຄົນ, ຍິງ 145.862 ຄົນ;

11. ເຂດເລືອກຕັ້ງທີ 11 ແຂວງ ບໍລິຄຳໄຊ ມີຈໍານວນ 215.335 ຄົນ, ຍິງ 106.373 ຄົນ;

12. ເຂດເລືອກຕັ້ງທີ 12 ແຂວງ ຄໍາມ່ວນ ມີຈໍານວນ 296.137 ຄົນ, ຍິງ 149.036 ຄົນ;

13. ເຂດເລືອກຕັ້ງທີ 13 ແຂວງ ສະຫວັນນະເຂດ ມີຈໍານວນ 723.129 ຄົນ, ຍິງ 367.702ຄົນ;

14. ເຂດເລືອກຕັ້ງທີ 14 ແຂວງ ສາລະວັນ ມີຈໍານວນ 256.796 ຄົນ, ຍິງ 152.832 ຄົນ;

15. ເຂດເລືອກຕັ້ງທີ 15 ແຂວງ ຈຳປາສັກ ມີຈໍານວນ 457.302 ຄົນ, ຍິງ 231.696 ຄົນ;

16. ເຂດເລືອກຕັ້ງທີ 16 ແຂວງ ເຊກອງ ມີຈຳນວນ 87.503 ຄົນ, ຍິງ 42.160 ຄົນ;

17. ເຂດເລືອກຕັ້ງທີ 17 ແຂວງ ອັດຕະປື ມີຈໍານວນ 111.878 ຄົນ, ຍິງ 54.708, ຄົນ;

18. ເຂດເລືອກຕັ້ງທີ 18 ແຂວງໄຊສົມບູນ ມີຈໍານວນ 58.363 ຄົນ, ຍິງ 28.483 ຄົນ.

ທ່ານ ສຈ. ປອ ຈະເລີນ ເຍຍປາວເຮີ, ໃຫ້ຮູ້ຕື່ມວ່າ: ນັບແຕ່ມື້ນີ້ໄປ ຍັງອີກ 10 ວັນ ກໍຈະແມ່ນວັນປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V; ວັນທີ 22 ກຸມພາ 2026 ແມ່ນເຫດການປະຫວັດສາດ ທີ່ມີຄວາມໝາຍສຳຄັນທີ່ສຸດໃນຊີວິດການເມືອງຂອງປະຊາຊົນລາວບັນດາເຜົ່າ ທົ່ວທັງຊາດ ລວມທັງພົນລະເມືອງລາວທີ່ດຳລົງຊີວິດ ແລະ ປະຕິບັດໜ້າທີ່ວຽກງານຢູ່ຕ່າງປະເທດ, ເປັນຂີດໝາຍສຳຄັນຍິ່ງອີກຄັ້ງໜຶ່ງໃນການເສີມຂະຫຍາຍ ແລະ ປະຕິບັດສິດປະຊາທິປະໄຕ ຂອງປະຊາຊົນລາວບັນດາເຜົ່າ ໃນຖານະຜູ້ເປັນເຈົ້າຂອງອຳນາດລັດ ຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

ໃນນາມຕາງໜ້າຄະນະກຳມະການເລືອກຕັ້ງລະດັບຊາດ ແລະ ຄະນະກຳມະການເລືອກຕັ້ງລະດັບທ້ອງຖິ່ນທຸກຂັ້ນທ່ານໄດ້ຖືເອົາໂອກາດນີ້ຮຽກຮ້ອງໄປຍັງພົນລະເມືອງລາວຜູ້ມີສິດເລືອກຕັ້ງທຸກຄົນ ແຕ່ອາຍຸ 18 ປີຂຶ້ນໄປ ຈົ່ງພ້ອມກັນໄປໃຊ້ສິດໃນວັນເລືອກຕັ້ງໃຫ້ຄົບຖ້ວນ ເຮັດໃຫ້ການເລືອກຕັ້ງຄັ້ງນີ້ ບັນລຸຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້, ແນໃສ່ປັບປຸງ ແລະ ຍົກສູງບົດບາດຂອງສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ສູ່ບາດລ້ຽວໃໝ່, ປະກອບສ່ວນທີ່ສຳຄັນໃນການສ້າງລັດປະຊາທິປະໄຕປະຊາຊົນຂອງພວກເຮົາ ໃຫ້ເປັນລັດທີ່ປົກຄອງດ້ວຍກົດໝາຍ ຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ, ພາປະເທດຊາດທີ່ແສນຮັກ ແລະ ຫວງແຫນຂອງພວກເຮົາ ກໍຄືຊາດລາວເອກະພາບ ກ້າວໄປສູ່ໄລຍະການພັດທະນາດ້ວຍຄຸນະພາບໃໝ່ ຕາມມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງລັດ 5 ປີ ຄັ້ງທີ X ແຕ່ປີ 2026-2030 ໃຫ້ປະກົດຜົນເປັນຈິງ ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນຢູ່ປະເທດເຮົາ ກ້າວຂຶ້ນສູ່ສັງຄົມນິຍົມ ຢ່າງໜັກແໜ້ນ.